ທ່ານ ນາງ ນິລັນດອນ ສິງສຸວັນ ມອບເຄື່ອງນຸ່ງກັນໜາວ ໃຫ້ທະຫານແຂວງຊຽງຂວາງ
ເວລາອອກຂ່າວ: 2021-01-07 08:38:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 383 | ຄວາມນິຍົມ: ![]()
ເນື່ອງໃນໂອກາດ ຂໍ່ານັບຮັບ ຕ້ອນວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 72 ປີ ( 20 ມັງກອນ 1949 - 20 ມັງກອນ 2021 ) ທ່ານນາງ ນິລັນດອນ ສິງສຸວັນ ເຈົ້າຂອງຮ້ານຂາຍຄຳ ຢູ່ຕະຫຼາດໂພນສະຫວັນ ເມືອງ ແປກ ແຂວງຊຽງຂວາງ ໄດ້ນຳ ເອົາເສື້ອກັນໜາວ ຈຳນວນ 113 ຜືນ ລວມມູນຄ່າ 24.860.000 ກີບ ມາມອບໃຫ້ກອງບັນຊາການທະຫານແຂວງຊຽງຂວາງ ໃນວັນທີ 5 ມັງກອນ 2021 ນີ້, ກ່າວຮັບໂດຍ ທ່ານ ພົນຈັດຕະວາ ຂັນທອງ ວົງອຳຄາ ເລຂາຄະນະ ພັກຫົວໜ້າການເມືອງກອງບັນ ຊາການທະຫານແຂວງ, ໃນໂອ ກາດດັ່ງກ່າວ, ທ່ານ ພົນຈັດຕະວາ ຂັນທອງ ວົງອຳຄາ ກໍໄດ້ຕາງ ໜ້າຄະນະພັກ-ຄະນະບັນຊາ ກ່າວສະແດງຄວາມຂອບອົກ ຂອບໃຈ ທ່ານ ນາງ ນິລັນດອນ ສິງສຸວັນ ທີ່ໄດ້ນຳເອົາວັດຖຸປັດ ໄຈ ແລະ ຄວາມຮັກ ຄວາມແພງ ເປັນຫ່ວງເປັນໃຍຕໍ່ພະນັກງານ-ນັກຮົບກອງບັນຊາການທະ ຫານແຂວງຊຽງຂວາງ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາ ເຄື່ອງກັນໜາວ ດັ່ງກ່າວໄປມອບ
ຕໍ່ໃຫ້ພະນັກງານ-ນັກຮົບທີ່ກຳ ລັງປະຕິບັດໜ້າທີ່ຢູ່ເຂດຫ່າງໄກ ໃຫ້ທົ່ວເຖິງ ແລະ ຫວັງວ່າໃນ ໂອກາດໜ້າຈະໄດ້ຮັບການຊຸກ ຍູ້ຊ່ວຍເຫຼືອຕື່ມອີກ.
ໂດຍ: ສົມຮັກ ຈັນທະວົງສາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















