ນັກສຶກສາຫ້ອງອົບຮົມບຳລຸງທິດສະດີມາກ - ເລນິນ ລະບົບ 5 ເດືອນຊຸດທີ I ອວຍພອນຄະນະອຳນວຍການໂຮງຮຽນທິດສະດີການເມືອງກອງທັບ
ເວລາອອກຂ່າວ: 2021-01-07 08:42:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 520 | ຄວາມນິຍົມ: ![]()
ວັນທີ 4 ມັງກອນ ນີ້, ສະ ຫາຍພົນຈັດຕະວາ ຄຳແພງ ພູມ ມາແກ້ວ ຫົວໜ້າການເມືອງໂຮງ ໝໍສູນກາງ 103 ກອງທັບ, ຫົວໜ້າ ຫ້ອງອົບຮົມບຳລຸງທິດສະດີມາກ- ເລນິນ ລະບົບ 5 ເດືອນ ຊຸດທີ I ພ້ອມດ້ວຍຄະນະນັກສຶກສາ ໄດ້ນຳ ເອົາກະຕ່າຂອງຂວັນເຂົ້າອວຍ ພອນ ສະຫາຍ ພົນຈັດຕະວາ ປອ ຄຳຜາຍ ສະພັງເໜືອ ຫົວໜ້າການ ເມືອງ ໂຮງຮຽນທິດສະດີການ ເມືອງກອງທັບ ພ້ອມດ້ວຍຄະນະ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2020 ແລະ ຕ້ອນຮັບປີໃໝ່ ຄສ 2021, ທັງນີ້ກໍເພື່ອສະແດງ ເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ຄະ ນະພັກ-ຄະນະອຳນວຍການ ກໍຄື ພະນັກງານຄູ-ອາຈານທຸກຖ້ວນ ໜ້າໃນໂຮງຮຽນ ທີ່ໄດ້ທຸ້ມເທເຫື່ອ ແຮງຄວາມຮູ້ຄວາມສາມາດເຂົ້າ ໃນການສິດສອນຖ່າຍທອດວິຊາ ຄວາມຮູ້ ກໍ່ສ້າງພະນັກງານນາຍ ທະຫານກອງທັບປະຊາຊົນລາວທີ່ມາສຶກສາຮໍ່າຮຽນຢູ່ໂຮງຮຽນ ທິດສະດີການເມືອງກອງທັບ ໃຫ້ມີຄວາມຮູ້ຄວາມສາມາດສະ ຫຼາດສ່ອງໃສ ແລະ ມີຄວາມ ກ້າວໜ້າໃນໜ້າທີ່ວຽກງານ ພ້ອມທັງອວຍພອນໄຊອັນປະ ເສີດໃຫ້ຄະນະອຳນວຍການຕະ ຫຼອດຮອດພະນັກງານຄູ-ອາຈານ ຈົ່ງມີສຸຂະພາບແຂງແຮງມີຄວາມ ສຸກຄວາມຈະເລີນໃນຊີວິດສ່ວນ ຕົວ ແລະ ຄອບຄົວ, ມີຜົນສຳເລັດ ໃນໜ້າທີ່ການງານທຸກປະການ.
ໂອກາດດັ່ງກ່າວນີ້, ສະຫາຍ ພັນໂທ ລຳມະນີ ທຳມະວົງ ຫົວໜ້າ ຫ້ອງພະລາທິການກອງບັນຊາ ການທະຫານແຂວງຄຳມ່ວນ ໃນ ນາມເປັນນັກສຶກສາຫ້ອງອົບຮົມ ບຳລຸງທິດສະດີມາກ-ເລນິນ ລະ ບົບ 5 ເດືອນ ໂຮງຮຽນທິດສະດີ ການເມືອງກອງທັບ ໄດ້ນຳເອົາ ວັດຖຸປັດໄຈເປັນເງິນ 10 ລ້ານກີບ ມາມອບໃຫ້ແກ່ຄະນະພັກ-ຄະນະ ອຳນວຍການໂຮງຮຽນທິດສະດີ ການເມືອງກອງທັບ ເພື່ອປະກອບ ສ່ວນສົມທົບທຶນຮອນຂອງໂຮງ ຮຽນເຂົ້າໃນການຊື້ດອກໄມ້ປະ ດັບແນໃສ່ເຮັດໃຫ້ສະຖານທີ່ຄ້າຍ ຄູມີຄວາມສວຍງາມມີໃບໜ້າອັນ ໃໝ່ຕາມທິດສ້າງກົມກອງວັດທະ ນະທຳ-ນັກຮົບວັດທະນະທຳ.
ສະຫາຍ ພົນຈັດຕະວາ ປອ ຄຳຜາຍ ສະພັງເໜືອ ໄດ້ຕາງໜ້າ ໃຫ້ຄະນະອຳນວຍການກ່າວສະ ແດງຄວາມຂອບໃຈມາຍັງນັກ ສຶກສາທຸກສະຫາຍ ທີ່ໄດ້ນຳເອົາ ກະຕ່າຂອງຂວັນມາອວຍພອນ ພ້ອມດ້ວຍວັດຖຸປັດໄຈມາມອບ ໃຫ້ໃນຄັ້ງນີ້ ເຊິ່ງສະແດງເຖິງ ຄວາມຮູ້ບຸນຄຸນທີ່ມີຕໍ່ຄູ-ອາຈານ ແລະ ເປັນການປະກອບສ່ວນອັນ ສຳຄັນເຂົ້າໃນການພັດທະນາ ໂຮງຮຽນທິດສະດີການເມືອງ ກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















