ນັກສຶກສາປະລິນຍາໂທ ການທະຫານ - ການເມືອງຊຸດທີ XIII ອວຍພອນ ຄະນະນຳ ວປກ
ເວລາອອກຂ່າວ: 2021-01-07 08:45:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 488 | ຄວາມນິຍົມ: ![]()
ໃນວັນທີ 28 ທັນວາ 2020, ນັກສຶກສາປະລິນຍາໂທ ການທະຫານ - ການເມືອງ ຊຸດ ທີ XIII ໄດ້ນຳເອົາກະຕ່າຂອງ ຂວັນເຂົ້າອວຍພອນ ຄະນະນຳ ວິທະຍາຄານປ້ອງກັນຊາດ ໄກ ສອນ ພົມວິຫານ (ວປກ) ເນື່ອງໃນ
ໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່ ຄສ 2021, ໂດຍການຕ້ອນ ຮັບຂອງ ສະຫາຍ ພົນຕີ ຄຳຫຼ້າ
ພັນໄຊຍະສຸກ ກຳມະການຄະ ນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ພ້ອມດ້ວຍຄະນະ.
ສະຫາຍ ພົນຈັດຕະວາ ໄພ ວັນ ຈັນທະພົມມາ ຕາງໜ້ານັກ ສຶກສາປະລິນຍາໂທການທະ ຫານ-ການເມືອງຊຸດທີ XIII ໄດ້ ກ່າວອວຍພອນແດ່ຄະນະນຳວິ ທະຍາຄານປ້ອງກັນຊາດໄກ ສອນ ພົມວິຫານ ຈົ່ງມີສຸຂະພາບ ແຂງແຮງ, ມີຄວາມຜາສຸກໃນ ຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສຳເລັດໃນໜ້າທີ່ອັນມີກຽດຂອງທ່ານ, ສືບຕໍ່ຊີ້ນຳ-ນຳພາກົມ ກອງໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນ ຢ່າງບໍ່ຢຸດຢັ້ງ.
ໂອກາດນີ້, ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ໄດ້ສະແດງຄວາມ ຂອບໃຈຕໍ່ຄະນະນັກສຶກສາທີ່ ເຫັນ ໄດ້ຄວາມໝາຍຄວາມສຳຄັນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ພ້ອມທັງໄດ້ເນັ້ນ ໜັກໃຫ້ນັກສຶກສາແຕ່ລະສະຫາຍ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນ ດີງາມຂອງຊາດ ກໍຄືຂອງກອງ ທັບ, ກຳແໜ້ນແນວທາງນະໂຍ ບາຍ ຂອງພັກ - ລັດ ແລະ ນຳເອົາ ເນື້ອໃນຈິດໃຈຄວາມຮູ້ຄວາມສາ ມາດທີ່ໄດ້ສຶກສາຮ່ຳຮຽນ ໄປໝູນ ໃຊ້ເຂົ້າໃນກົມກອງໃຫ້ສອດຄ່ອງ ກັບສະພາບຄວາມເປັນຈິງ ເພື່ອ ພັດທະນາກົມກອງຂອງຕົນໃຫ້ ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ອວຍພອນໃຫ້ນັກສຶກສາຈົ່ງມີ ສຸຂະພາບແຂງແຮງ, ມີຄວາມ ສຸກໃນຊີວິດສ່ວນຕົວ ແລະ ຄອບ ຄົວ, ພ້ອມກັນເຮັດສຳເລັດທຸກ ໜ້າທີ່ວຽກງານທີ່ພັກ - ລັດ ມອບ ໝາຍໃຫ້. ຈາກນັ້ນກໍໄດ້ຈັດການ ແຂ່ງຂັນກີລາເປຕັງມິດຕະພາບ ລະຫວ່າງ ຄະນະນຳວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ແລະ ນັກສຶກສາປະລິນຍາໂທ ການທະຫານ - ການເມືອງ ຊຸດທີ XIII ຢູ່ເດີ່ນກີລາເປຕັງ ວິທະ ຍາຄານປ້ອງກັນຊາດ ໄກສອນ ພົມວິຫານອີກດ້ວຍ.
ໂດຍ: ພິດສະໄໝ ແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















