ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສູນ 35 ຈັດຕັ້ງປາຖະກະຖາວັນສຳຄັນຕ່າງໆຂອງຊາດ
ເວລາອອກຂ່າວ: 2018-12-19 14:51:24 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:



ເຊົ້າຂອງວັນທີ 5 ພະຈິກ 2018 ນີ້, ສູນ 35 ທີ່ຂຶ້ນກັບກົມ 213 ໄດ້ຈັດຕັ້ງປາຖະກະຖາວັນ ສ້າງຕັ້ງເມືອງວຽງໄຊ ຖານທີ່ ໝັ້ນຂອງການປະຕິວັດລາວ ຄົບ ຮອບ 50 ປີ ແລະ ປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 43 ປີ, ໂດຍການເປັນປະທານ ຂອງພັນໂທ ສົມພອນ ສຸວັນທອງ ເລຂາຄະນະພັກຮາກຖານ, ຫົວ ໜ້າການເມືອງສູນ, ມີຄະນະພັກ ຄະນະບັນຊາ, ພະແນກການ, ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ. ພັນໂທ ສົມພອນ ສຸວັນທອງ ໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນຂອງວັນສ້າງຕັ້ງ ເມືອງວຽງໄຊ ແຂວງຫົວພັນ ຖານທີ່ໝັ້ນຂອງການປະຕິວັດ ລາວເພື່ອນຳພາປະຊາຊົນເຮັດ ສຳເລັດພາລະກິດປົດປ່ອຍຊາດ ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ນຳພາການກໍ່ສ້າງຖານທີ່ໝັ້ນ ການປະຕິວັດ, ກຳລັງປະກອບ ອາວຸດປະຕິວັດເຊັ່ນ: ກອງໄຊຈັກ ກະພັດ,ກອງສາມແສນໄທ, ກອງ ເຈົ້າຟ້າງຸ່ມ, ກອງປັດໃຈ ແລະ ວັນທີ 20 ມັງກອນ 1949 ກຳ ລັງປະກອບອາວຸດປະຕິວັດໄດ້ ຮັບການກໍ່ສ້າງ ແລະ ຂະຫຍາຍ ຕົວຢ່າງແຂງແຮງຍິ່ງຕີຍິ່ງໄດ້ ຮັບໄຊຊະນະອັນໃຫ່ຍຫຼວງຢ່າງ ບໍ່ຢຸດຢັ້ງມາຮອດປີ 1968 ສູນ ກາງພັກຈຶ່ງໄດ້ຕົກລົງສ້າງຕັ້ງ ເມືອງວຽງໄຊ ແຂວງຫົວພັນ ເປັນຖານທີ່ໝັ້ນຂອງການປະຕິ ວັດ, ເມືອງວຽງໄຊເປັນສູນກາງ ແຫ່ງການຊີ້ນຳພາຮອບດ້ານ ຂອງພັກໃນພາລະກິດປົດປ່ອຍ ຊາດຢ່າງມີໄຊ. ການຈັດຕັ້ງປາຖະກະຖາ ຫວນຄືນມູນເຊື້ອວັນຊາດທີ 2 ທັນວາ, ກ່ອນໜ້ານີ້ 43 ປີ , ພວກ ເຮົາມີຄວາມເອກອ້າງທະນົງໃຈ ເປັນຢ່າງຍິ່ງທີ່ກອງປະຊຸມໃຫຍ່ ຜູ້ແທນປະຊາຊົນໃນທົ່ວປະເທດ ໄດ້ຕົກລົງສະຖາປະນາ ສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໃນວັນທີ 02 ທັນວາ 1975, ລົບລ້າງລະບອບສັກດີ ນາ-ລ່າເມືອງຂຶ້ນທີ່ຄອບງໍາປະ ເທດເຮົາເປັນເວລາຍາວນານໄດ້ ຢ່າງສິ້ນເຊີງ. ພ້ອມດຽວກັນນັ້ນ ກໍໄດ້ຍົກໃຫ້ເຫັນຜົນງານການ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດຕະຫຼອດໄລ ຍະ 43 ປີ ທີ່ຜ່ານມາ. ທັງນີ້ກໍ ເພື່ອເປັນການສຶກສາອົບຮົມໃຫ້ ພະນັກງານ-ນັກຮົບມີຄວາມຮັບ ຮູ້ເຂົ້າໃຈ, ເຊື່ອມຊຶມກຳແໜ້ນມູນ ເຊື້ອ ແລະ ເຫດການສຳຄັນຂອງ ວັນປະຫັວດສາດທີ່ສຳຄັນຕ່າງໆ ຂອງຊາດຂອງພັກ ແລະ ຂອງ ກອງທັບ ດ້ວຍຮູບການຕ່າງໆ ໃຫ້ກວ້າງຂວາງເລິກເຊິ່ງ ເພື່ອ ພ້ອມກັນປຸກລະດົມເສີມຂະ ຫຍາຍມູນເຊື້ອອັນສະຫງ່າອົງ ອາດການຕໍ່ສູ້ກູ້ຊາດເຂົ້າໃນຂະ ບວນການເຄື່ອນໄຫວຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ຂອງ ພັກ ແລະ ແຜນພັດທະນາເສດ ຖະ ກິດ-ສັງຄົມຂອງລັດໃຫ້ປາກົດ ຜົນເປັນຈິງ, ຍົກສູງສະຕິລະວັງ ຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກຄົນບໍ່ດີເອົາໃຈ ໃສ່ຕ້ານ ແລະ ສະກັດກັ້ນປາກົດ ການຫຍໍ້ທໍ້ຕ່າງໆໃນສັງຄົມ, ເຊີດ ຊູນຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ເພື່ອພັດທະນາຕົນ ເອງ, ຄອບຄົວຫຼຸດພົ້ນອອກຈາກຄວາມ ທຸກຍາກໃນຕໍ່ໜ້າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ