ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ມອບ - ຮັບຄ້າຍພັກ ໂຄງການເຂື່ອນໄຟຟ້າເຊປຽນ - ເຊນ້ຳນ້ອຍໃຫ້ກອງບັນຊາການທະຫານແຂວງຈຳປາສັກ
ເວລາອອກຂ່າວ: 2021-01-08 10:21:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 484 | ຄວາມນິຍົມ:



ພິທີມອບ-ຮັບຄ້າຍພັກ ຂອງ ໂຄງການ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ໃຫ້ກອງບັນຊາການ ທະຫານແຂວງຈຳປາສັກ ໄດ້ຈັດຂຶ້ນໃນວັນທີ 6 ມັງກອນ 2021 ນີ້, ຢູ່ທີ່ບ້ານຫ້ວຍກອງ ເມືອງ ປາກຊ່ອງ ແຂວງຈຳປາສັກ,ໂດຍ ມີ ທ່ານ ພັນເອກ ແຫວນຄຳ ຈະເລີນວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຈຳປາສັກ, ທ່ານ ສະຕວ໋ດ ກິລລອນ (Stuart GILLON) ຄະນະອຳນວຍການບໍລິສັດເຊປຽນ-ເຊນໍ້ານ້ອຍ, ມີທ່ານ ຄືນ ວູ ປັກ(Keun Woo PARK) ຄະນະອຳນວຍການບໍລິສັດ SK, ມີຄະນະນໍາຈາກແຂວງ, ຄະນະພັກ-ຄະນະບັນຊາ ກຳລັງ ປກຊ-ປກສ ແຂວງ,ຄະນະນໍາ ເມືອງ, ພະແນກການທີ່ກ່ຽວຂ້ອງ ຂອງເມືອງ, ພະນັກງານວິຊາ ການ ບໍລິສັດ ເຊປຽນ-ເຊນໍ້ານ້ອຍ ແລະ ບໍລິສັດ SK ເຂົ້າຮ່ວມ. ທ່ານ ສະຕວ໋ດ ກິລລອນ ກໍໄດ້ ຕາງໃຫ້ແກ່ບໍລິສັດ ຂຶ້ນກ່າວມອບ ຄ້າຍພັກຂອງໂຄງການເຂື່ອນໄຟ ຟ້າ ເຊປຽນ-ເຊນໍ້ານ້ອຍ ໃຫ້ແກ່ ກອງບັນຊາການທະຫານແຂວງ ຈຳປາສັກ ເປັນຜູ້ປົກປັກຮັກສາ ແລະ ນໍາໃຊ້ເຂົ້າໃນວຽກງານຕົວ ຈິງຂອງກົມກອງໃຫ້ເກີດປະ ໂຫຍດສູງສຸດ ແລະ ນຳໃຊ້ໄດ້ຍາວ ນານ. ໂອກາດດຽວກັນ, ທ່ານ ພັນ ເອກ ແຫວນຄໍາ ຈະເລີນວົງ ກໍ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະ ບັນຊາກອງບັນຊາການທະຫານ ແຂວງຈຳປາສັກ ກ່າວສະແດງ ຄວາມຂອບໃຈ ເປັນຢ່າງສູງຕໍ່ ຄະນະອຳນວຍການບໍລິສັດເຊ ປຽນ-ເຊນໍ້ານ້ອຍ ທີ່ໄດ້ມອບ ແຄ້ມພັກ ໃຫ້ແກ່ກອງບັນຊາການ ທະຫານແຂວງຈຳປາສັກ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະປົກປັກ ຮັກສານໍາໃຊ້ອາຄານ, ສຳນັກ ງານຫ້ອງການດັ່ງກ່າວຍາວ ນານ ແລະ ເກີດປະໂຫຍດສູງ ສຸດ. ພ້ອມທັງ, ກ່າວອວຍພອນ ໄຊອັນປະເສີດ ແດ່ຄະນະອຳນວຍ ການ, ວິຊາການ ບໍລິສັດເຊປຽນ-ເຊນໍ້ານ້ອຍ ທຸກທ່ານຈົ່ງມີສຸຂະ ພາບແຂງແຮງ ເຮັດສຳເລັດທຸກ ໜ້າທີ່ ແລະ ເຮັດໃຫ້ບໍລິສັດຈະ ເລີນກ້າວໜ້າຍີ່ງໆຂື້ນໄປ. ພ້ອມດຽວກັນ ຕາງໜ້າບໍລິ ສັດ ແລະ ກອງບັນຊາການທະ ຫານແຂວງຈຳປາສັກ ກໍໄດ້ຮ່ວມ ກັນລົງນາມເຊັນບົດບັນທຶກ ມອບ-ຮັບຄ້າຍພັກດັ່ງກ່າວເພື່ອ ໃຫ້ການມອບ-ຮັບຄັ້ງນີ້ມີຄວາມໝາຍໜັກແໜ້ນຂຶ້ນຕື່ມ. ໂດຍ: ດາວົງ ບຸດຕະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ