ວພກ ຈັດກອງປະຊຸມຖອດຖອນບົດຮຽນການຮຽນ - ການສອນ
ເວລາອອກຂ່າວ: 2021-01-08 10:25:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 512 | ຄວາມນິຍົມ: ![]()
ເພື່ອເປັນການປັບປຸງລະບົບ
ການຮຽນ-ການສອນ ຂອງວຽກ ງານຮັບປະກັນພະລາທິການ ໃຫ້
ໄດ້ຮັບໝາກຜົນສູງ ແລະ ຕອບສະ
ໜອງບຸກຄະລາກອນໃຫ້ກໍາລັງ ປະກອບອາວຸດໃນທົ່ວກອງທັບ ປະຊາຊົນລາວ ໃຫ້ໄດ້ຕາມເງື່ອນ ໄຂມາດຖານນັ້ນ, ວິທະຍາຄານ ພະລາທິການກອງທັບຈຶ່ງໄດ້ຈັດ ກອງປະຊຸມຖອດຖອນບົດຮຽນ ການຮຽນ-ການສອນຂື້ນ ໃນວັນ
ທີ 6 ມັງກອນ 2021 ນີ້,ຢູ່ທີ່ຫ້ອງ
ປະຊຸມຫ້ອງຄົ້ນຄວ້າ ໂດຍການ ເປັນປະທານຂອງສະຫາຍ ພົນຈັດ
ຕະວາ ປອ ບົວເຮືອງ ສົມຟອງບຸດ
ຕາຂັນ ຫົວໜ້າການທະຫານວິທະ ຍາຄານພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາຫ້ອງ ອົບຮົມ, ຄະນະວິຊາຄູ ແລະ ພະ ແນກການເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ແມ່ນໄດ້
ຮ່ວມກັນປຶກສາຫາລືກ່ຽວກັບ ແຜນການເອົານັກຮຽນ-ນັກສຶກສາກໍ່ສ້າງປະລິນຍາຕີ ແລະ ຊັ້ນ ກາງ ປີສຸດທ້າຍລົງເຝິກຫັດພາກ ປະຕິບັດຕົວຈິງຢູ່ບັນດາກົມກອງ ໃນທົ່ວກອງທັບ ແລະ ຜ່ານບັນຊີ
ລາຍຊື່ນາຍ ແລະ ພົນທະຫານ ເຄື່ອນໄຫວ ຮັບໃຊ້ການຮຽນ-ການສອນເພື່ອໄປປະຈຳຢູ່ພາກ ສະໜາມຫັດແອບຊ້ອມຮົບ ປະ ຈໍາສົກຮຽນ 2020-2021 ຢູ່ວິທະ ຍາຄານພະລາທິການກອງທັບ. ໃນນີ້ສະຫາຍປະທານກໍໄດ້ຮຽກຮ້ອງໃຫ້ບັນດາຄູ-ອາຈານ ແລະ ພະແນກການທີ່ເຂົ້າຮ່ວມໃນຄັ້ງນີ້ ປະກອບຄໍາຄິດເຫັນໃສ່ເນື້ອໃນ ຂອງກອງປະຊຸມ ໂດຍແນໃສ່ຄົ້ນ ຄວ້າເປົ້າໝາຍກົມກອງທີ່ຈະ ເອົານັກຮຽນ-ນັກສຶກສາຂອງ ຕົນລົງເຝິກຫັດພາກປະຕິບັດ ຕົວຈິງ ໃຫ້ມີຄວາມສອດຄ່ອງ, ເໝາະສົມຖືກຕ້ອງ ເພື່ອ ເຮັດໃຫ້
ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈໃນ
ການປະຕິບັດຕົວຈິງກ່ຽວກັບວິ ຊາສະເພາະໃຫ້ຫຼາຍທີ່ສຸດເທົ່າ ທີ່ຈະເຮັດໄດ້.
ທັງໝົດນີ້ກໍ່ເພື່ອແນ່ໃສ່ເຮັດໃຫ້ແບບແຜນການຮຽນ-ການສອນ ໄດ້ຮັບຜົນສໍາເລັດຕາມຄາດໝາຍ 100% ແລະ ຮັບປະກັນການ ກຽມພ້ອມສູ້ຮົບຕາມສິດ ແລະ ໜ້າທີ່, ພາລະບົດບາດຂອງຕົນ ເພື່ອປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດ ທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ປະກອບສ່ວນສ້າງບຸກຄະລາ ກອນຮຸ່ນສືບທອດໃຫ້ມີຄວາມຮູ້ ຄວາມສາມາດ, ມີແນວຄິດອຸ່ນອຽນທຸນທ່ຽງຕໍ່ການນຳພາຂອງ ພັກ-ລັດ; ເປັນກໍາລັງແຮງໃນ
ການສ້າງສາພັດທະນາກອງ ທັບ ກໍຄືປະເທດຊາດໃຫ້ມີຄວາມ ເຂັ້ມແຂງຈະເລີນເຮືອງກ້າວຂຶ້ນ ຢ່າງບໍ່ຢຸດຢັ້ງ.
ໂດຍ: ພອນດາລັດ ດວງປັນຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















