ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງສະຫວັນນະເຂດ ແຕ່ງຕັ້ງປະທານ ແລະ ຮອງປະທານສະພາວິທະຍາສາດ-ປະຫວັດສາດທະຫານຊຸດໃໝ່
ເວລາອອກຂ່າວ: 2018-12-19 14:53:10 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ໃນວັນທີ 7 ທັນວາ 2018 ນີ້,ຢູ່ທີ່ຫ້ອງປະຊຸມເຮືອນຮັບ ແຂກກອງບັນຊາການທະຫານ ແຂວງສະຫວັນນະເຂດ ໄດ້ປະ ກາດແຕ່ຕັ້ງປະທານ ແລະ ຮອງ ປະທານສະພາວິທະຍາສາດ-ປະ ຫວັດສາດການທະຫານຊຸດໃໝ່ ໂດຍການເປັນປະທານຂອງ ພັນ ເອກ ວິຊຽນ ສີສະອາດ ຮອງ ຫົວໜ້າກົມວິທະຍາສາດ-ປະ ຫວັດສາດການທະຫານກະຊວງປ້ອງກັນປະເທດ, ມີຄະນະການ ນຳກອງບັນຊາການ, ຄະນະ ຫ້ອງຈາກອົງການ 5 ຫ້ອງພະ ແນກການກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ພັນໂທ ພູມີດາວວອນ ອາດສະຜັນທອງ ຫົວໜ້າພະ ແນກປະຫວັດສາດກອງບັນຊາ ການທະຫານແຂວງ ໄດ້ຂຶ້ນສະ ຫຼຸບຜົນງານການເຄື່ອນໄຫວ ວຽກງານຄົ້ນຄວ້າຮ່ອງຮອຍປະ ຫັວດສາດການທະຫານໃນໄລ ຍະຜ່ານມາມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກແຕ່ກໍສາມາດຄົ້ນ ຄວ້າໄດ້ຜົນດີເທົ່າທີ່ຄວນຍ້ອນ ຂັ້ນເທິງເອົາໃຈໃສ່ໃຫ້ທິດຊີ້ນຳ ແລະ ໃກ້ຊິດຢ່າງເປັນປະຈຳເຊິ່ງ ມັນໄດ້ສະແດງໃຫ້ເຫັນວ່າໄດ້ ຄົ້ນພົບຮ່ອງຮອຍປະຫວັດສາດ ຢູ່ສັນພູໂຮງ ເມືອງທ່າປາງ, ພົບ ທີ່ຕັ້ງກອງຮ້ອຍຟ້າງົມພູວຽງ ເມືອງພີນ ແລະ ຄົ້ນພົບສາງ ເຄື່ອງຮັບໃຊ້ວຽກງານການທະ ຫານ,ທີ່ຕັ້ງສູນບັນຊາຂອງກອງ ທັບລາວອິດສະຫລະຢູ່ຂອບເຂດ ເມືອງວິລະບູລີ ແລະ ເມືອງເຊ ໂປນ. ຈາກນັ້ນ ພັນໂທ ອຳພອນ ພົມມາລາ ຫົວໜ້າພະແນກການ ເມືອງກົມວິທະຍາສາດ-ປະ ຫວັດສາດການທະຫານກະຊວງ ປ້ອງກັນປະເທດ ຂຶ້ນຜ່ານດຳ ລັດຂອງລັດຖະມົນຕີກະຊວງ ປ້ອງກັນປະເທດ ເລກທີ 3835/ ກປທ. ວ່າດ້ວຍ ການແຕ່ງຕັ້ງ ເອົາ ພັນເອກ ຂັນທະລີ ທາທິລາດ ຫົວ ໜ້າການທະຫານ ເປັນປະທານ ແລະ ພັນເອກ ຈະເລີນ ວົງວິໄຊ ຫົວໜ້າການເມືອງ ເປັນຮອງປະ ທານສະພາວິທະຍາສາດ-ປະ ຫວັດສາດການທະຫານກອງ ບັນຊາການທະຫານແຂວງສະ ຫວັນນະເຂດ. ພັນເອກ ວິຊຽນ ສີສະອາດ ຮອງຫົວໜ້າກົມວິທະຍາສາດ-ປະຫັວດສາດການທະຫານກະ ຊວງປ້ອງກັນປະເທດຮຽກຮ້ອງ ໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຈົ່ງເອົາ ໃຈໃສ່ປະຕິບັດໜ້າທີ່ວຽກງານ ຂອງຕົນທີ່ຂັ້ນເທິງມອບໝາຍໃຫ້ ຕາມສິດ ແລະ ພາລະບົດບາດ ຂອງສະພາວິທະຍາສາດ-ປະ ຫວັດສາດການທະຫານ ແນໃສ່ ເກັບກຳ ແລະ ຮີບໂຮມເອົາຜົນ ງານປະຫວັດມູນເຊື້ອຂອງກົມ ກອງໃນໄລຍະຜ່ານມາ ເພື່ອສຶກ ສາອົບຮົມນາຍ ແລະ ພົນທະ ຫານຄົນຮຸ່ນໃໝ່ຕໍ່ໆໄປ, ຕິດພັນ ກັບການຈັດຕັ້ງປະຕິບັດ 4 ແຜນ ງານໃຫຍ່ 26 ໂຄງການທີ່ຄະນະ ພັກກະຊວງປ້ອງກັນປະເທດ ວາງອອກໃຫ້ມີປະສິດທິພາບ. ຂ່າວ-ພາບ: ຄຳໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ