ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ການເຄື່ອນໄຫວຂອງກົມກອງຕ່າງໆ
ເວລາອອກຂ່າວ: 2021-01-12 08:53:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 212 | ຄວາມນິຍົມ:



v ພະແນກຄູພາສາອັງກິດ ວິທະ ຍາຄານກົມມະດໍາ: ປິດຊຸດອົບ ຮົມໄລຍະສັ້ນ ກ່ຽວກັບການສອນ, ການອ່ານອອກສຽງພາສາອັງ ກິດ. ໃນການເຝິກອົບຮົມຄັ້ງນີ້ ເພື່ອເປັນການຍົກສູງລະດັບ ຄວາມຮູ້ ຄວາມສາມາດ ແລະ ເປັນການແລກປ່ຽນບົດຮຽນທາງ ດ້ານການຮຽນ-ການສອນ ເຕັກ ນິກຕ່າງໆ ທາງດ້ານພາສາອັງ ກິດເພື່ອນໍາໄປສິດສອນໃຫ້ນັກ ຮຽນເຂົ້າໃຈ ສາມາດນໍາໄປໝູນ ໃຊ້ຕົວຈິງຢ່າງຖືກຕ້ອງຕາມຫຼັກ ການ. v ທະຫານເມືອງປາກທາ ແຂວງບໍ່ແກ້ວ: ໄດ້ຈັດພິທີປິດອົບ ຮົມ-ຫັດແອບການເມືອງ, ການ ທະຫານ, ພະລາທິການ-ເຕັກນິກ ແລະ ວິຊາສະເພາະ ປະຈໍາປີ 2020 ອີງຕາມບົດສະຫຼຸບຕີລາ ຄາຜ່ານການຈັດຕັ້ງອົບຮົມ-ຫັດ ແອບສາມາດຕີລາຄາຜົນໄດ້ ຮັບຄື: ຂັ້ນເກັ່ງເທົ່າກັບ 4%, ກາງ ເທົ່າກັບ 64%, ຄາດໝາຍ ເທົ່າກັບ 19%, ພ້ອມນີ້, ຍັງໄດ້ ຜ່ານຂໍ້ຕົງລົງຂອງກະຊວງປ້ອງ ກັນປະເທດ ວ່າດ້ວຍ ການເລື່ອນ ຊັ້ນໃຫ້ນາຍທະຫານຢູ່ກອງບັນ ຊາການທະຫານແຂວງບໍ່ແກ້ວ ໂດຍສະເພາະໃນກອງບັນຊາການ ທະຫານເມືອງປາກທາ ຈຳນວນ 2 ສະຫາຍ ຄື: ເລືອນຊັ້ນຮ້ອຍ ເອກຂຶ້ນພັນຕີ 1 ສະຫາຍ, ຮ້ອຍ ໂທຂຶ້ນ ຮ້ອຍເອກ 1 ສະຫາຍ. v ວິທະຍາຄານການແພດກອງ ທັບ: ຈັດຕັ້ງປາຖະກະຖາມູນເຊື້ອ ວັນກໍາລັງອາສາສະໝັກ ແລະ ຊ່ຽວຊານຫວຽດນາມໃນພາລະ ກິດປະຕິວັດຂອງປະຊາຊົນລາວ ບັນດາເຜົ່າ ການຈັດຕັ້ງປາຖະ ກະຖະຄັ້ງນີ້ເພື່ອເຮັດໃຫ້ພະນັກ ງານ-ນັກຮົບ ໄດ້ຮັບຮູ້ເຖິງຄວາມ ໝາຍ, ຄວາມສໍາຄັນ ແລະ ນໍ້າໃຈ ສາກົນອັນບໍລິສຸດຜຸດຜ່ອງຂອງ ເພື່ອນມິດຍຸດທະສາດ ແນໃສ່ເພື່ອ ສືບຕໍ່ເສີມຂະຫຍາຍນໍ້າໃຈສາມັກ ຄີສໍາພັນສູ້ຮົບພິເສດ ລະຫວ່າງ ກອງທັບປະຊາຊົນລາວ ກັບກອງ ທັບປະຊາຊົນຫວຽດນາມ ໃຫ້ນັບ ມື້ມີຄວາມແໜ້ນແຟ້ນ ແລະ ຂະ ຫຍາຍຕົວຍິ່ງໆຂຶ້ນ. v ແມ່ຍິງໂຮງຮຽນກໍ່ສ້າງນາຍ ສິບເລກ II ວຽງໄຊ: ຈັດຕັ້ງເຜີຍ ແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວເປີດກວ້າງ ຄັ້ງທີ 6 ສະໄໝທີ VII. ທັງນີ້, ເພື່ອແນໃສ່ ເຮັດໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ, ຄະນະນຳສະຫະ ພັນຍິງແຕ່ລະຂັ້ນໄດ້ຮັບຮູ້ເຂົ້າໃຈ ແລະ ເຊື່ອມຊຶມກຳແໜ້ນຢ່າງ ເລິກເຊິ່ງ ເພື່ອພ້ອມກັນນຳມາ ສ້າງເປັນແຜນການ-ແຜນງານ ອັນລະອຽດຈັດຕັ້ງຜັນຂະຫຍາຍ ຢູ່ກົມກອງຂອງຕົນ ຕາມສະພາບ ເງື່ອນໄຂທ່າແຮງບົ່ມຊ້ອນຂອງ ກົມກອງໃຫ້ກາຍເປັນຮູບປະທຳ ຕົວຈິງ. v ກອງພົນທີ 3: ເປີດຮຽນລະ ບົບບຳລຸງຂັ້ນ ມ5 ໃນສົກຮຽນ 2020-2021 ນີ້, ປະກອບ ມີນັກ ຮຽນ ທັງໝົດ 45 ສະຫາຍ, ການ ຮຽນ-ການສອນໄດ້ແບ່ງອອກ ເປັນສອງພາກ ຄື: ພາກຮຽນທີ I ເລີ່ມ ເປີດແຕ່ທ້າຍເດືອນພະຈິກ 2020 ຮອດທ້າຍເດືອນມັງກອນ 2021, ພາກຮຽນທີ II ເລີ່ມແຕ່ ເດືອນກຸມພາຮອດເດືອນມິຖຸ ນາ 2021, ລວມທັງໝົດມີ 10 ວິຊາຮຽນ. ການຂຶ້ນຫ້ອງລົງ ຫ້ອງ, ການຮຽນ-ການສອນແມ່ນ ປະຕິບັດຕາມ5ຫຼັກມູນຂອງການສຶກສາເພື່ອຮັບປະກັນທາງດ້ານຄຸນນະພາບໃຫ້ໄດ້100%. v ກອງພັນໃຫຍ່ 302 ທີ່ຂຶ້ນກັບ ກັບກອງພົນທີ 3: ສະຫຼຸບວຽກ ງານຮອບດ້ານ ປະຈຳໄຕມາດທີ lV ປີ 2020, ເຊິ່ງໄດ້ຍົກໃຫ້ເຫັນ ດ້ານດີທີ່ຕັ້ງໜ້າ ແລະ ບາງບົດ ຮຽນທີ່ຖອດຖອນໄດ້ຈາກການ ຈັດຕັ້ງປະຕິບັດວຽກງານໃນໄລ ຍະຜ່ານມາເພື່ອເຮັດໃຫ້ພະນັກ ງານ-ນັກຮົບມີຄວາມຊຳນິຊຳ ນານ, ວ່ອງໄວຄ່ອງແຄ້ວ ເຮັດສຳ ເລັດໜ້າທີ່ວຽກງານທີ່ຂັ້ນເທິງ ກໍຄືກົມກອງມອບໝາຍໃຫ້, ສືບ ຕໍ່ລົງກໍ່ສ້າງຮາກຖານການເມືອງ ຢູ່ບັນດາທ້ອງຖິ່ນທີ່ກົມກອງຮັບ ຜິດຊອບເປັນປົກກະຕິ ເຮັດໃຫ້ມີ ຄວາມສະຫງົບໂດຍພື້ນຖານ, ປັບປຸງກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງກົມ ກອງ 3 ປອດ: ປອດໃສ ປອດໄພ ປອດຄະດີ ແລະ ສ້າງກົມກອງ ວັດທະນະທໍາ, ນັກຮົບວັດທະ ນະທຳ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ກອງ ຮ້ອຍປືນໃຫຍ່ ທີ່ຂຶ້ນກັບກອງ ພັນ 302 ປະກາດແຕ່ງຕັ້ງບົ່ງ ຕົວ ເລຂາ-ຮອງເລຂາໜ່ວຍຊາວ ໜຸ່ມຕົກລົງແຕ່ງຕັ້ງ, ບົ່ງຕົວຄະ ນະໜ່ວຍຊາວໜຸ່ມ ກອງຮ້ອຍ ປືນໃຫຍ່ ແຕ່ງຕັ້ງ ສະຫາຍຮ້ອຍ ເອກ ສຸພັດ ແທນເຊືອຍ ເປັນເລ ຂາໜ່ວຍຊາວໜຸ່ມ, ສະຫາຍ ສິບເອກ ບຸນລາຍ ສຸລິສັກ ເປັນ ຮອງເລຂາໜ່ວຍ, ສະຫາຍ ສິບ ເອກ ຫຼ້າວິໄຊ ວາງໄມຢ່າງ ເປັນ ກຳມະການການຄັງຢ່າງເປັນ ທາງການ. v ຫ້ອງອົບຮົມໂຮງຮຽນກໍ່ສ້າງ ນາຍສິບເລກ II ວຽງໄຊ: ຈັດຕັ້ງສະຫຼຸບຕີລາຄາວຽກ ງານຮອບດ້ານ 2020 ໃນໄລຍະ ຜ່ານມາເຫັນໄດ້ວ່າຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ຊີ້ ນໍາ-ນໍາພາ ພະນັກງານທົ່ວໜ້າ ຫ້ອງອົບຮົມ ໃນການປະຕິບັດ ໜ້າທີ່ວິຊາສະເພາະຂອງຕົນ ເປັນຕົ້ນແມ່ນການສິດສອນ, ແຕ່ງບົດສອນ, ການສິດສອນສົ່ງ ຄວາມຮູ້ໃຫ້ນັກຮຽນແມ່ນວຽກ ງານງານໃຈກາງຂອງກົມກອງ, ໃນນີ້, ໄດ້ສອບເສັງລະບົບບໍາລຸງ 6 ເດືອນ, ນັກຮຽນກໍ່ສ້າງນາຍ ສິບ ຊຸດທີ 23 ແລະ ລະບົບເລັ່ງ ລັດການເມືອງ-ການທະຫານ 10 ເດືອນ ສອບເສັງ ທັງ 3 ລະບົບ ສາມາດຕີລາຄາຜົນໄດ້ຮັບ 100%, ສ່ວນວຽກງານການ ສ້າງລາຍຮັບໄດ້ຈາກການປະ ຢັດ ແລະ ບໍລິການຕ່າງໆ 40.788.000 ກີບ,ລາຍຮັບ ດັ່ງກ່າວນຳໃຊ້ປັບປຸງກົມກອງ ຈາກຜົນງານດັ່ງກ່າວ, ທີ່ຍາດ ໄດ້ນັ້ນ ຕີລາຄາແບ່ງປະເພດຄຸນ ນະພາບສະມາຊິກພັກສົມບູນ ໃນຈຳນວນ 81 ສະຫາຍ, ແຂງ ເທົ່າກັບ 83,79%, ກາງ ເທົ່າ ກັບ 13,51%. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: 3 ກອງຮ້ອຍ ກອງພັນທີ 1 ມ6 ໄດ້ສະຫຼຸບວຽກງານຮອບດ້ານ ປະຈຳປີ 2020 ໃນກອງປະຊຸມ ສາມາດຕີລາຄາໝາກຜົນເປັນ ຕົ້ນ ຄະນະບັນຊາກອງຮ້ອຍ ໄດ້ເອົາໃຈໃສ່ກໍ່ສ້າງຖານການ ເມືອງຂອງກົມກອງໄດ້ສຶກສາ ອົບຮົມການເມືອງ-ນຳພາແນວ ຄິດໃຫ້ພະນັກງານ-ນັກຮົບຢ່າງຕໍ່ ເນື່ອງ ກົມກອງມີຄວາມເຂັ້ມ ແຂງດ້ານການຈັດຕັ້ງ, ຄຸ້ມຄອງ ໃນການປະຕິບັດຂໍ້ກຳນົດກົດລະ ບຽບ 7 ລະບອບ 18 ວຽກ ຂອງ ກອງທັບ ກໍຄືຂໍ້ກໍານົດກົດລະບຽບ ຂອງໂຮງຮຽນວາງອອກ, ພ້ອມ ນີ້, ກົມກອງຍັງໄດ້ອອກແຮງເພີ່ມ ພູນຜະລິດຜົນ ປູກຜັກຊະນິດ ຕ່າງໆຕາມລະດູການສະໜອງ ເຂົ້າເຮືອນຄົວລວມ ຈຳນວນ 604 ກິໂລ. v ຫ້ອງການເມືອງ ວິທະຍາ ຄານກົມມະດໍາ: ໄດ້ເປີດກອງປະ ຊຸມສະຫຼຸບຖອດຖອນບົດຮຽນ ວຽກງານກໍ່ສ້າງຮາກຖານການ ເມືອງຢູ່ບ້ານ ໂພນງາມໃຕ້ ປະຈຳ ປີ 2020 ຕະຫຼອດໄລຍະຜ່ານມາ ພະແນກກໍ່ສ້າງຮາກຖານຂອງ ພວກເຮົາໄດ້ເອົາໃຈໃສ່ ປະສານ ສົມທົບກັບອໍານາດການປົກ ຄອງທ້ອງຖິ່ນ ໃນການເຄື່ອນ ໄຫວເຮັດໜ້າທີ່ວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ເປັນບັນຫາສໍາຄັນ, ສືບຕໍ່ຫັນເອົາ ພະນັກງານ ລົງຊີ້ນໍາສຶກສາອົບ ຮົມໃຫ້ພໍ່ແມ່ປະຊາຊົນ ພ້ອມກັນ ສະກັດກັ້ນ ແລະ ຕອບຕ້ານທຸກ ກົນອຸບາຍຂອງກຸ່ມຄົນທີ່ບໍ່ຫວັງ ດີ ເຮັດໃຫ້ເຂດທີ່ກົມກອງຕັ້ງທັບມີຄວາມສະຫງົບເປັນພື້ນຖານ. v ຂະແໜງຊາວໜຸ່ມ ສູນ 35: ໄດ້ຈັດຕັ້ງເຜີຍແຜ່ຜົນສຳເລັດ ຂອງກອງປະຊຸມຜູ້ແທນຊາວໜຸ່ມ ທົ່ວກອງທັບ ຄັ້ງທີ VIII, ໃນການ ຈັດ ຕັ້ງເຜີຍແຜ່ຄັ້ງນີ້, ເພື່ອເຮັດ ໃຫ້ສະມະຊິກຊາວໜຸ່ມທົ່ວສູນ 35 ໄດ້ເຊື່ອມຊຶມເຂົ້າສູ່ລວງເລິກຕໍ່ ຜົນສຳເລັດຂອງກອງປະຊຸມດັ່ງ ກ່າວ, ພ້ອມກັນນໍາເອົາໄປຈັດຕັ້ງ ຜັນຂະຫຍາຍໃຫ້ໄດ້ຮັບຜົນຕົວ ຈິງ. v ໜ່ວຍຊາວໜຸ່ມຫ້ອງພະລາທິ ການທະຫານແຂວງສາລະວັນ: ປິດການແຂ່ງຂັນເຕະບານຊາຍ ເພື່ອສ້າງຂະບວນການຂ່ຳນັບຮັບ ຕ້ອນວັນສ້າງຕັ້ງກອງທັບຄົບ ຮອບ 72 ທີ່ຈະມາເຖິງໃນມໍ່ໆນີ້. ເຊິ່ງຜ່ານການແຂ່ງຂັນເຫັນວ່າມີບັນຍາກາດຟົດຟື້ນມ່ວນຊື່ນເຕັມ ໄປດ້ວຍໄມຕີຈິດມິດຕະພາບຮູ້ ແພ້, ຮູ້ຊະນະ , ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ, ຫຼິ້ນກີລາເພື່ອສຸຂະພາບ. ທີມທີ່ເຂົ້າຮ່ວມການແຂ່ງຂັນໃນ ຄັ້ງນີ້ ມີທັງໝົດ 4 ທີມ, ຜົນການ ການແຂ່ງຂັນປະກົດວ່າ: ທີມຊະ ນະເລີດ ອັນດັບ I ທີມ ຈຸພະແນກ ເຊື້ອໄຟ, ອັນດັບທີ II ທີມຈຸພະ ແນກຂົນສົ່ງ ແລະ ທີມອັນດັບ III ທີມ ຈຸພະແນກກໍ່ສ້າງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ