ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດແຕ່ງຕັ້ງຜູ້ອຳນວຍການໃຫຍ່ບໍລິສັດລັດວິສາຫະກິດລາວເດີນອາກາດຄົນໃໝ່
ເວລາອອກຂ່າວ: 2018-12-20 09:10:28 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 69 | ຄວາມນິຍົມ:



ວັນທີ 13 ທັນວາ 2018 ນີ້, ບໍລິສັດ ລັດວິສາຫະກິດລາວ ເດີນ ອາກາດໄດ້ຈັດພິທີປະກາດການ ແຕ່ງຕັ້ງຜູ້ອຳນວຍການໃຫຍ່ ບໍລິສັດລັດວິສາຫະກິດລາວເດີນ ອາກາດຄົນໃໝ່ຂຶ້ນ, ໂດຍການ ເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດ ຖະມົນຕີກະຊວງປ້ອງກັນປະ ເທດ, ມີຜູ້ອຳນວຍການ,ພ້ອມດ້ວຍ ພະນັກງານບໍລິສັດລັດວິສາຫະ ກິດ ລາວເດີນອາກາດເຂົ້າຮ່ວມ. ພັນເອກ ສີສະຫວາດ ວັນເພັງ ຫົວໜ້າຫ້ອງການເມືອງ ຫ້ອງ ວ່າການກະຊວງປ້ອງກັນປະ ເທດ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າ ດ້ວຍການແຕ່ງຕັ້ງຜູ້ອຳນວຍ ການໃຫຍ່ບໍລິສັດ ລັດວິສາຫະກິດ ລາວເດີນອາກາດຄົນໃໝ່, ອີງ ຕາມກົດໝາຍວ່າດ້ວຍລັດວິສາ ຫະກິດ ສະບັບເລກທີ 46/ສພຊ ລົງວັນທີ 26 ທັນວາ 2013, ມະຕິວ່າດ້ວຍວຽກງານການຄຸ້ມ ຄອງພະນັກງານສະບັບເລກທີ 031/ກມສພ ລົງວັນທີ 3 ມັງ ກອນ 2018, ດຳລັດຂອງນາຍົກ ລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະ ຊວງການເງິນສະບັບເລກທີ 144/ນຍ ລົງວັນທີ 8 ພຶດສະພາ 2017, ຂໍ້ຕົກລົງຂອງລັດຖະມົນ ຕີ ກະຊວງປ້ອງກັນປະເທດ ສະ ບັບເລກທີ 2867/ກປທ ລົງວັນທີ 9 ສິງຫາ 2018 ແລະ ໜັງສືສະ ເໜີຂອງຫ້ອງວ່າການກະຊວງ ປ້ອງກັນປະເທດ ສະບັບເລກທີ 1544/ຫ ວ ກ ລົງວັນທີ 6 ກັນ ຍາ 2018, ອີງຕາມແຈ້ງການ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 257/ຄຈສພ ລົງ ວັນທີ 27 ພະຈິກ 2018. ລັດ ຖະມົນຕີກະຊວງການເງິນຕົກ ລົງແຕ່ງຕັ້ງ ພັນໂທ ສີວຽງທອງ ກອນນິວົງ ຮອງຜູ້ອຳນວຍການ ຝ່າຍບໍລິຫານ ບໍລິສັດ ລັດວິສາ ຫະກິດລາວເດີນອາກາດເປັນຜູ້ ອຳນວຍການໃຫຍ່ບໍລິສັດລັດວິ ສາຫະກິດລາວເດີນອາກາດຄົນ ໃໝ່ແທນຜູ້ເກົ່າທີ່ຍົກຍ້າຍໄປຮັບ ໜ້າທີ່ໃໝ່. ໃນໂອກາດດັ່ງກ່າວ ທ່ານພົນ ຕີ ອ່ອນສີ ແສນສຸກ ໄດ້ໃຫ້ການ ໂອ້ລົມ ແລະ ໄດ້ຮຽກຮ້ອງໃຫ້ ຜູ້ອຳນວຍການບໍລິສັດຄົນໃໝ່ ຈົ່ງເອົາໃຈໃສ່ຍົກສູງຄວາມຮູ້ ຄວາມສາມາດ ພາລະບົດບາດ ຂອງຕົນເຂົ້າໃນໜ້າທີ່ວຽກ ງານທີ່ໄດ້ຮັບການມອບໝາຍສືບ ຕໍ່ປົກປັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງບໍ ລິສັດໃຫ້ດີ, ເອົາໃຈໃສ່ວຽກງານ ກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ປັບປຸງກໍ່ສ້າງພະນັກ ງານແຕ່ລະຂະແໜງໃຫ້ມີຄຸນະ ພາບ, ເອົາໃຈໃສ່ປັບປຸງບໍລິສັດ ໃຫ້ເຂັ້ມແຂງ ແລະ ທັນສະໄໝ ໂດຍສະເພາະແມ່ນສຸມໃສ່ປັບປຸງ ກົນໄກຄຸ້ມຄອງ-ບໍລິຫານ, ປັບ ປຸງຄຸນະພາບ ແລະ ມາດຖານ ຂອງການບໍລິຫານເພື່ອຮັບປະ ກັນໃຫ້ທຸລະກິດໄດ້ດຳເນີນໄປ ຢ່າງສອດຄ່ອງ ແລະ ມີປະສິດທິ ພາບ ສາມາດເປັນກຳລັງແຮງ ໃຫ້ແກ່ເສດຖະກດຂອງຊາດໃນ ການຊຸກຍູ້ການເຕີບໂຕ ການ ສະສົມທຶນຮອນ ແລະ ການບໍລິ ການສັງຄົມ ພ້ອມທັງສາມາດ ຕອບສະໜອງຕາມຄວາມຮຽກ ຮ້ອງຕ້ອງການໃຫ້ແກ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ