ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າການເມືອງການທະຫານແຂວງໄຊຍະບູລີ ໂອ້ລົມຄະນະພັກ-ຄະນະບັນຊາ
ເວລາອອກຂ່າວ: 2021-01-13 09:27:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 116 | ຄວາມນິຍົມ:



ວັນທີ 30 ທັນວາ 2020 ຜ່ານມານີ້, ສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ ຄະນະ ປະຈຳພັກແຂວງ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ພົບປະໂອ້ ລົມຄະນະພັກ-ຄະນະບັນຊາພະ ນັກງານຫຼັກແຫຼ່ງຢູ່ທີ່ສະໂມສອນຂອງກົມກອງ, ເຊິ່ງມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ພະແນກການ, ກົມກອງທົ່ວທະ ຫານແຂວງ, ພະນັກງານ, ສະມາ ຊິກພັກເຂົ້າຮ່ວມ. ໃນການພົບປະໂອ້ລົມຄັ້ງນີ້, ສະຫາຍຫົວໜ້າການເມືອງກອງ ບັນຊາການທະຫານແຂວງໄຊ ຍະບູລີ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ບັນດາຜົນງານທີ່ ກົມກອງຍາດໄດ້ໃນໄລຍະຜ່ານ ມາ, ພ້ອມທັງຍົກໃຫ້ເຫັນສະ ພາບການຂອງໂລກ ແລະ ພາກ ພື້ນ ທີ່ມີຜົນກະທົບໂດຍສະ ເພາະແມ່ນການແຜ່ລະບາດຂອງ ພະຍາດອັກເສບປອດສາຍ ພັນໃໝ່ ຫຼື ໂຄວິດ-19 ທີ່ສົ່ງ ຜົນກະທົບແກ່ການພັດທະນາ ເສດຖະກິດ-ສັງຄົມ ແລະ ວັດ ທະນະທໍາໃຫ້ແກ່ ສປປ ລາວ ແລະ ມີສິ່ງທ້າທາຍຫຼາຍປະ ການທີ່ເປັນການກະທົບຕໍ່ການ ປົກປັກຮັກສາ ແລະ ພັດທະນາປະ ເທດຊາດ ເວົ້າລວມ ເວົ້າສະເພາະ ແມ່ນການພັດທະນາປັບປຸງກໍ່ ສ້າງກຳລັງຂອງກອງທັບ ແຕ່ ເມື່ອອີງໃສ່ຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ການເມືອງໃນ ໄລຍະໃໝ່ນັ້ນຄະນະພັກ-ຄະນະ ບັນຊາ, ພະນັກງານສະມາຊິກພັກ ຕ້ອງຍົກສູງບົດບາດການຊີ້ນຳ-ນຳພາເປັນແບບຢ່າງໃນທຸກຂົງ ເຂດວຽກງານມີຫຼັກການລວມ ສູນປະຊາທິປະໄຕເຮັດວຽກເປັນ ໝູ່ຄະນະແບ່ງວຽກໃຫ້ບຸກຄົນຮັບ ຜິດຊອບ, ພ້ອມດຽວກັນນັ້ນ, ສະ ຫາຍກໍໄດ້ເນັ້ນໜັກໃຫ້ຄະນະພັກ- ຄະນະບັນຊາແຕ່ລະກົມກອງ ຕ້ອງ ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນຳພາແນວຄິດໃຫ້ພະ ນັກງານ-ນັກຮົບກຳແໜ້ນບັນ ດາແນວທາງນະໂຍບາຍຂອງ ພັກ, ລະບຽບກົດໝາຍຂອງລັດ ແລະ ຂອງກອງທັບໃຫ້ສູງຂຶ້ນ, ພ້ອມກັນຕ້ານ ແລະ ສະກັດກັ້ນ ບັນດາປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະແມ່ນບັນຫາຢາ ເສບຕິດທີ່ເກີດຂຶ້ນໃຫ້ທັນເວ ລາ, ພ້ອມກັນສ້າງຂະບວນ ການ, ສ້າງຜົນງານຂໍ່ານັບຮັບ ຕ້ອນວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 72 ປີ ໃຫ້ເປັນຂະບວນການຟົດຟື້ນ. ໂດຍ: ສົມຈີນ ສິນຕາວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ