ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະພັກ - ຄະນະບັນຊາ ທະຫານແຂວງຈຳປາສັກ ເຄື່ອນໄຫວກວດກາແຄັມບໍລິສັດ SK
ເວລາອອກຂ່າວ: 2021-01-13 09:31:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 162 | ຄວາມນິຍົມ:



ໃນວັນທີ 2 ມັງກອນ 2021 ນີ້, ຄະນະພັກ-ຄະນະບັນຊາກອງ ບັນຊາການທະຫານແຂວງຈໍາ ປາສັກ. ນໍາໂດຍ ສະຫາຍ ພັນໂທ ພູວຽງ ຈັນທະລັງສີ ຮອງຫົວ ໜ້າການທະຫານ ຫົວໜ້າຫ້ອງເສ ນາທິການທະຫານແຂວງຈໍາປາ ສັກ, ພ້ອມຄະນະ ແລະ ນັກວິຊາ ການໄດ້ເຄື່ອນໄຫວກວດກາ ແຄັມບໍລິສັດ SK ທີ່ຈະມອບ ໃຫ້ກອງບັນຊາການທະຫານ ແຂວງຈໍາປາສັກ ຢູ່ທີ່ແຄັມບໍລິສັດ SK ເຊປຽນ-ເຊ ນໍ້ານ້ອຍເມືອງ ປາກຊ່ອງ ແຂວງຈໍາປາສັກ. ຜ່ານການກວດກາຕົວຈິງລວມ ມີເຮືອນນອນ 32 ຫຼັງປະເພດ ເຮືອນກໍ່ຊັ້ນດຽວ, ສໍາລັບ 4 ຫຼັງ ບໍ່ທັນໄດ້ດໍາເນີນການກວດກາ ເພາະຍັງມີເຄື່ອງອຸປະກອນຮັບ ໃຊ້ຕ່າງໆໃນແຕ່ລະຫຼັງ. ໂອກາດນີ້, ສະຫາຍ ພັນໂທ ພູວຽງ ຈັນທະລັງສີ ຮອງຫົວ ໜ້າຫ້ອງເສນາທິການທະຫານ ແຂວງ ແລະ ທ່ານ ອໍາພອນ ໂພທິແສງ ເລຂາຝ່າຍຈັດຊື້້-ຈັດຈ້າງບໍລິສັດ SK ໄດ້ເຊັນ ບົດບັນທຶກການກວດກາຮ່ວມ ກັນ. ເພື່ອເຮັດໃຫ້ການກວດກາ ໃນຄັ້ງນີ້, ມີຄວາມໝາຍຄວາມ ຄໍາຄັນ ແລະ ໜັກແໜ້ນຂຶ້ນຕື່ມ. ພາຍຫຼັງທີ່ໄດ້ເຊັນບົດບັນທຶກ ດັ່ງກ່າວແລ້ວຈະມອບໃຫ້ກໍາ ລັງທະຫານປ້ອງກັນເປັນຜູ້ ຮັບຜິດຊອບເບິ່ງແຍງຮັກສາ ຈົນກວ່າຈະຮອດມື້ເປີດພິທີ ມອບ-ຮັບຕົວຈິງ. ສຳລັບແຄັມ SK ດັ່ງກ່າວເປັນບ່ອນພັກອາ ໄສຂອງນັກວິຊາການກໍ່ສ້າງ ຂອງບໍລິສັດ SK ຂອງປະເທດ ເກົາຫຼີທີ່ມາດໍາເນີນການກໍ່ສ້າງ ເຂື່ອນເຊປຽນ-ເຊນໍ້ານ້ອຍໃນໄລ ຍະຜ່ານມາ ແລະ ພາຍຫຼັງສ້າງ ເຂື່ອນດັ່ງກ່າວສໍາເລັດທາງບໍ ລິສັດ SK ຈິ່ງໄດ້ຕົກລົງມອບ ແຄັມດັ່ງກ່າວໃຫ້ກອງບັນຊາ ການທະຫານແຂວງຈໍາປາສັກ, ເປັນຜູ້ຮັກສາ ແລະ ເພື່ອນໍາໃຊ້ ເຂົ້າໃນວຽກງານຕົວຈິງຕາມ ຄວາມເໝາະສົມ. ໂດຍ : ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ