ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການປະດັບປະດາເພື່ອຂ່ຳນັບຮັບຕ້ອນກອງປະຸຊມໃຫຍ່ ຄັ້ງທີ XI ຂອງພັກ ເຕັມໄປດ້ວຍສີສັນທີ່ງົດງາມ
ເວລາອອກຂ່າວ: 2021-01-13 09:35:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:



ການຕົບແຕ່ງ ແລະ ປະດັບປະ ດາຕົວເມືອງດ້ວຍທຸງຊາດ, ທຸງ ພັກ, ທຸງທີວ,ໂຖດອກໄມ້ ແລະ ປ້າຍຄຳຂວັນຕາ່ງໆເພື່ອຂໍ່ານັບ ຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ເຊິ່ງຈະໄຂຂຶ້ນຢ່າງ ເປັນທາງການ ໃນລະຫວ່າງວັນ ທີ 13-15 ມັງກອນ 2021 ນີ້, ມາ ຮອດປັດຈຸບັນດຳເນີນໄປດ້ວຍ ຄວາມຂຸ້ນຂ້ຽວ ແລະ ເປັນລະບຽບ ຮຽບຮ້ອຍທ່ວງທັນຕາມກຳນົດ ເວລາໃນຂອບເຂດທົ່ວປະເທດ, ໂດຍສະເພາະແມ່ນນະຄອນຫຼວງ ວຽງຈັນ, ເຊິ່ງອະນຸກໍາມະການ ດ້ານຕ່າງໆ ໂດຍສະເພາະແມ່ນ ອະນຸກໍາມະການໂຄສະນາ ແລະ ປະດັບປະດາຕົວເມືອງໄດ້ເປັນ ເຈົ້າການເອົາໃຈໃສ່ປະຕິບັດໜ້າ ທີ່ຂອງຕົນດ້ວຍຄວາມຈູບຈ້າວ ຫ້າວຫັນ ມາຮອດປັດຈຸບັນຢູ່ຕາມ ຖະໜົນສາຍສຳຄັນ, ຈົນສຳນັກ ງານອົງການຕ່າງໆທັງພາກລັດ-ເອກກະຊົນ, ບໍລິສັດຫ້າງຮ້ານ, ເຮືອນພັກບຸກຄົນ, ນິຕິບຸກຄົນ ລ້ວນແຕ່ຖືກປະດັບປະດາໃຫ້ ສວຍສົດງົດງາມ ແລະ ກາຍເປັນ ຂະບວນການຂອງທົ່ວປວງຊົນ, ສ້າງໃຫ້ນະຄອນຫຼວງວຽງເຕັມ ໄປດ້ວຍສີສັນ ແລະ ໃບໜ້າອັນ ໃໝ່ ເພື່ອຕ້ອນຮັບບັນດາຜູ້ແທນທີ່ ເປັນຕົວແທນໃຫ້ສະມາຊິກພັກ ຈາກທ້ອງຖິ່ນຕ່າງໆເຂົ້າຮ່ວມ ກອງປະຊຸມຄັ້ງສໍາຄັນນີ້. ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນ ເຫດການການເມືອງທີ່ສໍາຄັນໃນ ປະຫວັດສາດຂອງຊາດ, ຂອງພັກ ພວກເຮົາ, ເຊິ່ງຢູ່ໃນໄລຍະການ ສະເຫຼີມສະຫຼອງຜົນງານ 45 ປີທີ່ພວກເຮົາຍາດມາໄດ້ໂດຍ ແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ຈັດຕັ້ງ ແລະ ນຳພາ. ໂດຍ: ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ