ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບລາງວັນການກວດສອບບົດຄວາມ, ເລື່ອງສັ້ນ ແລະ ກະວີຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ
ເວລາອອກຂ່າວ: 2021-01-13 19:59:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ວັນທີ 11 ມັງກອນ 2020, ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບສໍານັກພິມ ລາວດວງເດືອນ ແລະ ສະມາຄົມ ນັກປະພັນລາວ ໄດ້ຈັດພິທີມອບລາງວັນການປະກວດບົດຄວາມ, ເລື່ອງສັ້ນ ແລະ ກະວີ ຕ້ອນຮັບ ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XI ຂອງພັກ ພາຍໃຕ້ ຫົວຂໍ້ “ແມ່ຍິງລາວ ສັນລະເສີນບຸນ ຄຸນພັກ”ແລະ ນໍາສະເໜີປຶ້ມ “ບຸກ ທະລຸວິກິດໂຄວິດ-19 ກ້າວສູ່ແບບ ແຜນດຳລົງຊີວິດໃໝ່ ”, ໂດຍ ການເຂົ້າຮ່ວມຂອງທ່ານນາງ ບົວຈັນ ສີຫານາດ ຮອງປະທານ ຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ, ມີບັນດານັກ ຂຽນກິດຕິມະສັກ, ນັກຂຽນອາຊີບ ແລະ ສະໝັກຫຼິ້ນອ້ອມຂ້າງສູນ ກາງ ແລະ ບັນດາແຂວງໃນທົ່ວ ປະເທດເຂົ້າຮ່ວມ. ສຳລັບ ບົດຄວາມ, ເລື່ອງສັ້ນ ແລະ ກາບກອນ ທີ່ໄດ້ຮັບລາງວັນ ຄັ້ງນີ້ ປະເພດບົດຄວາມລາງວັນ ທີ 1 ໄດ້ແກ່ບົດທີ່ມີຫົວຂໍ້ວ່າ: “ບົດບາດແມ່ຍິງໃນສັງຄົມລາວ” ໂດຍ: ທ່ານ ຊາຍສະໝຸດ ຈໍາປາ ອຸທຸມ, ລາງວັນທີ 2 ໄດ້ແກ່ບົດ “ຄຽງບ່າຄຽງໄຫຼ່ກັບເພດຊາຍ ປະຕິບັດໜ້າທີ່ອັນສົມກຽດຂອງ ຊາດ” ໂດຍ: ຮ້ອຍເອກ ໂຊເລ້ ບຸນ ເຮືອງ ຈາກກອງບັນນາທິການ ໜັງສືພິມກອງທັບ, ລາງວັນທີ 3 ໄດ້ແກ່ບົດ “ສົມແລ້ວທີ່ ໄດ້ ຮັບໃບຢັ້ງຢືນເປັນໜ່ວຍ 3 ດີ” ໂດຍ: ຮ້ອຍໂທ ນາງ ຍ້ອມເພັດ ວິໄລພັນ; ປະເພດເລື່ອງສັ້ນລາງ ວັນ 1 ໄດ້ແກ່ເລື່ອງ “ຂວັນແພງ” ໂດຍ: ທ່ານ ນາງ ທິບພະເກສອນ ດວງຈັກ, ລາງວັນທີ 2 ໄດ້ແກ່ ເລື່ອງ“ຕື່ນເຖີດ” ໂດຍ: ທ່ານ ຈັນ ໄຊຍະວົງ ຈາກແຂວງຫຼວງ ນ້ຳທາ, ລາງວັນທີ 3 ໄດ້ແກ່ເລື່ອງ “ນາງແພດອາສາສະໝັກ” ໂດຍ: ທ່ານ ອາໂນລາດ ພິມໂວຫານ ແລະ ປະເພດກາບ ກອນລາງວັນ 1 ໄດ້ແກ່ກາບກອນ “ແນວທາງ ແມ່ສ່ອງແສງ” ໂດຍ : ທ່ານ ປອ ສົມພອນ ສີສຸວັນນະ, ລາງວັນ ທີ 2 ໄດ້ແກ່ກາບກອນ “ແມ່ຍິງ ລາວກ້າວໄກພາຍໃຕ້ການນຳພາ ຂອງພັກ” ໂດຍ: ນາມປາກກາ ດອກຄຳ ແລະ ລາງວັນ ທີ 3 ໄດ້ແກ່ກາບກອນ “ແມ່ຍິງ 3 ດີ” ໂດຍ: ທ່ານ ຄຳບຸນມີ ສອນວິໄລ. ໃນໂອກາດດັ່ງກ່າວ, ທ່ານ ສາຍສະໝອນ ບຸດາລາ ຫົວໜ້າ ກົມຂ່າວສານແມ່ຍິງລາວ ໄດ້ໃຫ້ ຮູ້ວ່າ: ການສ້າງກິດຈະກຳນີ້, ເພື່ອສ້າງຂະບວນການຕ້ອນຮັບ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ກໍຄືກອງປະຊຸມໃຫຍ່ຜູ້ແທນ ແມ່ຍິງລາວທົ່ວປະເທດ ຄັ້ງທີ VIII ໃຫ້ເປັນຂະບວນຟົດຟື້ນ, ມີເນື້ອໃນຄວາມໝາຍກາຍເປັນ ປາງບຸນໃຫຍ່ຂອງທົ່ວປວງຊົນ ສສຍລ ໄດ້ເຊີນບັນດາທ່ານນັກ ຂ່າວ, ນັກຂຽນ, ນັກປະພັນ ແລະ ມວນຊົນທົ່ວໄປ ສົ່ງບົດຄວາມ, ເລື່ອງສັ້ນ ແລະ ກາບກອນ ເຂົ້່າ ຮ່ວມແຂ່ງຂັນ ເຊິ່ງໄດ້ເລີ່ມຮັບບົດ ທີ່ສົ່ງເຂົ້າຮ່ວມການແຂ່ງຂັນນັບ ແຕ່ວັນທີ 16 ພະຈິກ 2019-30 ກັນຍາ 2020. ການປະກວດຄັ້ງ ນີ້ໄດ້ມີນັກຂ່າວ, ນັກຂຽນ, ພະນັກ ງານ-ລັດຖະກອນ, ຜູ້ເຮັດວຽກ ສັງກັດອົງການຈັດຕັ້ງສັງຄົມ, ຈາກຫຼາຍໆພາກສ່ວນສົ່ງຜົນ ງານຂອງຕົນເຂົ້າມາປະກອບ ສ່ວນ; ມີບົດຄວາມທີ່ສົ່ງເຂົ້າແຂ່ງ ຂັນທັງໝົດ ມີ 17 ບົດ, ເລື່ອງສັ້ນ 16 ບົດ ແລະ ກາບກອນ 37 ບົດ. ບົດ ປະກອບຈາກນັກຂຽນກິດຕິມະ ສັກ, ນັກຂຽນມືອາຊີບ, ນັກຂຽນ ຍິງ ມີ 10 ບົດ, ລວມທັງໝົດ 80 ບົດ. ໂດຍ: ສົມຫວັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ