ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມື້ທີ 2 ຂອງການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກໄດ້ປ່ອນບັດເລືອກຕັ້ງເອົາກຳມະການສູນກາງພັກສົມບູນ ແລະ ສຳຮອງ
ເວລາອອກຂ່າວ: 2021-01-14 20:11:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 75 | ຄວາມນິຍົມ:



ມື້ທີ 2 ຂອງການດຳເນີນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດຄັ້ງທີ XI ຂອງພັກປະຊາ ຊົນປະຕິວັດລາວ ໃນວັນທີ 14 ມັງກອນ 2021 ທີ່ຫໍປະຊຸມແຫ່ງ ຊາດ ນະຄອນຫຼວງວຽງຈັນ ໂດຍ ການເປັນປະທານໃນພາກເຊົ້າ ຂອງ ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນ ກາງພັກ ນາຍົກລັດຖະມົນຕີ ແລະ ພາກແລງ ໂດຍການເປັນປະທານ ຂອງ ສະຫາຍ ພັນຄໍາ ວິພາວັນ ກຳມະການກົມການ ເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາ ທິການສູນກາງພັກ, ຮອງປະ ທານປະເທດ ແລະ ກອງປະຊຸມ ໄດ້ສະເໜີຮ່າງບົດສໍາຫຼວດການ ນໍາພາລວມຂອງຄະນະບໍລິຫານງານສູນກາງ ພັກສະໄໝ X ແລະ ສະເໜີມາດຖານ, ເງື່ອນໄຂ ແລະ ລາຍຊື່ຜູ້ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງ ພັກຊຸດໃໝ່ສະໄໝທີ XI (ກໍາມະ ການສົມບູນ ແລະ ສໍາຮອງ). ໃນວາລະກອງປະຊຸມ ໄດ້ຮັບ ຟັງການຜ່ານບົດສຳຫຼວດການ ນຳພາລວມຂອງຄະນະບໍລິຫານ ງານສູນກາງພັກ ສະໄໝທີ X ທີ່ ສະເໜີໂດຍ ສະຫາຍ ພັນຄໍາ ວິພາ ວັນ ກຳມະການກົມການເມືອງ ສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການໃຫຍ່, ຮອງປະທານ ປະເທດ ເຊິ່ງສະຫາຍໄດ້ຍົກໃຫ້ ເຫັນຜົນສໍາເລັດໃນການນໍາພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ, ຂອງຄະນະ ບໍລິຫານງານສູນກາງພັກ ສະໄໝ ທີ X ຕະຫຼອດໄລຍະ 5 ປີ ຜ່ານມາ ເຫັນວ່າໄດ້ຮັບຜົນສໍາເລັດພົ້ນ ເດັ່ນໃນຫຼາຍດ້ານ, ໂດຍສະເພາະ ແມ່ນຮັບປະກັນເຮັດໃຫ້ປະເທດ ຊາດຂອງພວກເຮົາ ມີຄວາມສະ ຫງົບທາງດ້ານການເມືອງທີ່ໜັກ ແໜ້ນ, ຮັກສາໄດ້ຄວາມເປັນເອ ກະລາດ, ອໍານາດ ອະທິປະໄຕ, ປະຊາຊົນເຮົາໄດ້ມີອິດສະຫຼະ ພາບ ແລະ ເປັນເຈົ້າຂອງປະເທດ ຊາດຢ່າງແທ້ຈິງ. ພາຍໃນຊາດ ມີຄວາມສາມັກຄີເປັນປຶກແຜ່ນ ຢ່າງແໜ້ນແກ່ນ, ສັງຄົມມີຄວາມ ສະຫງົບ ແລະ ເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ, ເສດຖະກິດ ແຫ່ງຊາດມີການຂະຫຍາຍຕົວ ຢ່າງເປັນລະບົບ, ເຂດນໍ້າແດນດິນ ອັນຄົບຖ້ວນຂອງປະເທດຊາດໄດ້ຮັບການປົກປັກຮັກສາຢ່າງໝັ້ນຄົງ ທັງຮັບປະກັນສະຖຽນລະ ພາບທາງດ້ານການເມືອງ ແລະ ສັງຄົມມີຄວາມເປັນລະບຽບຮຽບ ຮ້ອຍ ແລະ ປອດໄພ. ຕະຫຼອດໄລຍະ 5 ປີ ຜ່ານມາ, ເຖິງວ່າປະເທດຂອງພວກເຮົາ ຈະໄດ້ປະເຊີນກັບຄວາມຫຍຸ້ງ ຍາກຫຼາຍປະການ ໂດຍສະເພາະ ການລະ ບາດຂອງພະຍາດໂຄ ວິດ-19 ຢ່າງຮ້າຍແຮງໃນທົ່ວ ໂລກແຕ່ລາວເຮົາຍັງສາມາດຮັກ ສາໄດ້ການເຕີບໂຕຂອງເສດ ຖະກິດ ໂດຍສະເລ່ຍ 5,8%, ລາຍ ຮັບສະເລ່ຍຕໍ່ຫົວຄົນບັນລຸ 2.664 ໂດລາສະຫະລັດຕໍ່ຄົນຕໍ່ປີ, ທຽບ ໃສ່ປີ 2015 ເພີ່ມຂຶ້ນ 694 ໂດ ລາສະຫະລັດ, ບັນດາໂຄງການລົງທຶນຂະໜາດໃຫຍ່ໃນຫຼາຍຂົງເຂດໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໂດຍລວມໄດ້ຮັບການປັບປຸງ, ຍົກ ລະດັບດີຂຶ້ນ ທັງທາງດ້ານວັດຖຸ ແລະ ຈິດໃຈ, ຖານະບົດບາດ ແລະ ຊື່ສຽງຂອງ ສປປ ລາວ ໄດ້ ຮັບການເຊີດຊູສູງເດັ່ນຂຶ້ນ ໃນເວ ທີພາກພື້ນ ແລະ ສາກົນ. ນອກ ຈາກນີ້, ສະຫາຍຍັງໄດ້ຍົກໃຫ້ ເຫັນບາງຂໍ້ຄົງຄ້າງ, ສາເຫດທີ່ພາ ໃຫ້ມີດ້ານດີ-ດ້ານອ່ອນ, ລວມທັງ ບົດຮຽນທີ່ຖອດຖອນໄດ້ ເພື່ອກຳ ນົດທິດທາງແຜນການປັບປຸງໃນ ຕໍ່ໜ້າທີ່ຄະນະບໍລິຫານງານສູນ ກາງພັກຊຸດໃໝ່ ຕ້ອງສືບຕໍ່ນໍາ ພາຈັດຕັ້ງປະຕິບັດໃນ 5 ປີຕໍ່ໜ້າ ຕື່ມອີກ. ຈາກນັ້ນ, ສະຫາຍ ຈັນ ສີ ໂພສີຄຳ ກໍາມະການກົມການ ເມືອງສູນກາງພັກ, ຄະນະເລຂາ ທິການສູນກາງພັກ, ຫົວໜ້າຄະ ນະຈັດຕັ້ງສູນກາງພັກ ຕາງໜ້າ ອະນຸກຳມະການກົດລະບຽບ ແລະ ບຸກຄະລາກອນ ໄດ້ສະເໜີມາດ ຖານ, ເງື່ອນໄຂ ແລະ ລາຍຊື່ຜູ້ສະ ໜັກຮັບເລືອກຕັ້ງເຂົ້າໃນຄະນະບໍ ລິຫານສູນກາງພັກ ສະໄໝທີ XI ທັງກຳມະການສົມບູນ ແລະ ສຳ ຮອງ. ຈາກນັ້ນກອງປະຊຸມໃຫຍ່ ໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາກໍາມະການສູກກາງພັກ ສົມບູນ ແລະ ສຳຮອງ ເຊິ່ງໝາກ ຜົນຂອງການເລືອກຕັ້ງຄັ້ງນີ້ຈະໄດ້ແຈ້ງຢ່າງເປັນທາງການໃນມື້ສຸດທ້າຍຂອງກອງປະຊຸມໃຫຍ່.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ