ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກມທ ເຜີຍແຜ່ເຊື່ອມຊຶມບັນດາເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX
ເວລາອອກຂ່າວ: 2021-01-15 05:59:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 96 | ຄວາມນິຍົມ:



ໃນວັນທີ 14 ມັງກອນ ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມເອ ກະສານການເລືອກຕັ້ງສະມາ ຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ II ໂດຍການຜັດປ່ຽນກັນເຜີຍແຜ່ ເອກະສານ ຂອງສະຫາຍ ພົນຈັດ ຕະວາ ບຸນຍົງ ດາດົງໄຊ ກໍາມະ ການຄະນະພັກກົມໃຫຍ່ການ ເມືອງກອງທັບ ຫົວໜ້າອົງການສານທະຫານຂັ້ນສູງ ແລະ ສະ ຫາຍ ພົນຈັດຕະວາ ສີໄຫວ ໄມ ພອນ ກໍາມະການຄະນະພັກກົມ ໃຫຍ່ການເມືອງກອງທັບ ຫົວໜ້າ ອົງການໄອຍະການສານທະຫານ ຂັ້ນສູງ, ມີຄະນະພັກກົມໃຫຍ່, ບັນດາກົມ, ຫ້ອງການ, ກອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ທົ່ວກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ບຸນຍົງ ດາດົງໄຊ ໄດ້ເຜີຍແຜ່ເຊື່ອມຊຶມ 2 ເອກະສານຄື: ມະຕິວ່າດ້ວຍການ ເພີ່ມທະວີການຊີ້ນໍາ-ນໍາພາ ຂອງ ຄະນະພັກຕໍ່ການເລືອກຕັ້ງສະ ມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ປະກອບມີ ທັດສະນະຊີ້ ນໍາ, ຈຸດປະສົງ ແລະ ລະດັບຄາດ ໝາຍ,ທິດທາງວຽກງານຕົ້ນຕໍໃນ ການກະກຽມການເລືອກຕັ້ງ ແລະ ການຈັດຕັ້ງປະຕິບັດ. ເອກະສານ ເສີມຂະຫຍາຍສິດເປັນເຈົ້າຂອງ ປະຊາຊົນເຂົ້າໃນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນ ແຂວງຊຸດທີ II ຄວາມໝາຍກ່ຽວ ກັບສິດເປັນເຈົ້າ ແລະ ເນື້ອໃນສິດ ເປັນເຈົ້າອັນສໍາຄັນ, ເປັນພື້ນຖານ ກວ່າໝູ່ຂອງປະຊາຊົນ, ສະພາບ ຄວາມຮັບຮູ້ ແລະ ການປະຕິບັດ ສິດເປັນເຈົ້າຂອງປະຊາຊົນເຮົາ ໃນໄລຍະຜ່ານມາ, ບັນຫາຕ້ອງ ເອົາໃຈໃສ່ເພື່ອເສີມຂະຫຍາຍ ສິດເປັນເຈົ້າຂອງປະຊາຊົນເຂົ້າ ໃນການເລືອກຕັ້ງສະມາຊິກສະ ພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ II. ຈາກນັ້ນສະຫາຍພົນຈັດຕະ ວາ ສີໄຫວ ໄມພອນ ກໍ່ໄດ້ເຜີຍແຜ່ ເອກະສານ ການເລືອກຕັ້ງສະມາ ຊິກສະພາແຫ່ງຊາດ ແລະ ປະຊາຊົນຂັ້ນແຂວງ(ເອກະສານນີ້ສໍາລັບເລືອກຕັ້ງສະມາຊິກ ສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງຊຸດທີ II ) ປະກອບມີເນື້ອໃນການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ການກໍານົດຈໍານວນສະມາຊິກ ແລະ ຜູ້ຮັບສະໝັກເລືອກຕັ້ງເປັນ ສະມາຊິກສະພາ, ການກໍານົດເຂດ ເລືອກຕັ້ງ, ໜ່ວຍປ່ອນບັດເລືອກ ຕັ້ງ, ການຂຶ້ນບັນຊີລາຍຊື່ຜູ້ທີ່ມີ ສິດເລືອກຕັ້ງ ແລະ ຄະນະກໍາມະ ການເລືອກຕັ້ງ, ການກໍານົດວັນ ເວລາ, ລະບຽບການປ່ອນບັດ ເລືອກຕັ້ງ,ການເລືອກຕັ້ງແທນ, ການປະກາດຜົນການເລືອກຕັ້ງ ແລະ ຂໍ້ຫ້າມ ແລະ ເອກະສານຄໍາ ແນະນໍາຂອງຄະນະກໍາມະການ ເລືອກຕັ້ງລະດັບຊາດ ວ່າດ້ວຍ ການໂຄສະນາ ແລະ ປຸກລະດົມຂະ ບວນການໃນບັ້ນເລືອກຕັ້ງສະ ມາຊິກສະພາແຫ່ງຊາດ. ທັງນີ້, ກໍເພື່ອເປັນການສຶກສາ ອົບຮົມການເມືອງ-ນຳພາແນວ ຄິດໃຫ້ສະມາຊິກພັກ, ພະນັກງານ ຫຼັກແຫຼ່ງທົ່ວກົມໃຫຍ່ການເມືອງກອງທັບ ໄດ້ຮັບຮູ້, ເຊື່ອມຊຶມກໍາ ແໜ້ນບັນດາເອກະສານສໍາຄັນ ໃນບັ້ນດໍາເນີນການເລືອກຕັ້ງສະ ມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ໃຫ້ມີຜົນສໍາເລັດຕາມ ລະດັບຄາດໝາຍ. ໂດຍ: ນ. ຈ໋ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ