ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພະແນກຊາວໜຸ່ມກອງພົນທີ 2 ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນປະຈຳປີ 2018
ເວລາອອກຂ່າວ: 2018-12-20 09:19:53 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ໃນວັນທີ 14 ທັນວາ 2018 ນີ້, ພະແນກຊາວໜຸ່ມກອງພົນທີ 2 ໄດ້ເປີດກອງປະຊຸມສະຫຼຸບ ຖອດຖອນບົດຮຽນປະຈຳປີ 2018 ແລະ ວາງທິດທາງແຜນ ການປະຈຳປີ 2019 ໂດຍການ ເຂົ້າຮ່ວມເປັນປະທານຂອງພັນ ເອກ ສົມພົງ ແພງປັນຍາ ເລຂາ ທິການສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ ຫົວໜ້າຫ້ອງ ການຊາວໜຸ່ມກະຊວງປ້ອງກັນ ປະເທດມີ ພັນໂທ ຈັນສຸກ ໄມ ຈັນແກ້ວ ຮອງຫົວຫນ້າຫ້ອງ ການເມືອງຜູ້ຊີ້ນຳອົງການຈັດ ຕັ້ງມະຫາຊົນກອງພົນທີ 2 ມີຄະ ນະຫ້ອງ 4 ອົງການ, ພະແນກ ການ, ຂະແໜງການ, ຄະນະບໍ ລິຫານງານໜ່ວຍຊາວໜຸ່ມ ແລະ ຕົວແທນຊາວໜຸ່ມເຂົ້າຮ່ວມ. ພັນໂທ ສີນວນ ແສງເພັດໃຕ້ ຫົວໜ້າພະແນກຊາວໜຸ່ມກອງ ພົນທີ 2 ໄດ້ຂຶ້ນຜ່ານບົດລາຍ ງານການເມືອງທັງສອງພາກ ໂດຍໄດ້ຍົກໃຫ້ເຫັນຜົນງານດ້ານ ດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ໃນ ໄລຍະ 1 ປີທີ່ຜ່ານມາ ເຊິ່ງໃນ ນັ້ນໄດ້ຖືເອົາວຽກງານສຶກສາ ອົບຮົມການເມືອງນຳພາແນວ ຄິດເປັນກົກ ຍົກສູງທາງດ້ານຄຸນ ທາດການເມືອງຕີຖອຍປາກົດ ການຫຍໍ້ທໍ້ໃນຖັນແຖວສະມາ ຊິກຊາວໜຸ່ມ-ໄວໜຸ່ມ ພ້ອມກັນ ນັ້ນກໍໄດ້ຍູ້ແຮງຂະບວນການຂໍ້ ແຂ່ງຂັນ 4 ບຸກ ທີ່ສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວວາງ ອອກຕິດພັນກັບຂະບວນການ ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ, ສ້າງກອງວັດ ທະນະທຳ, ນັກຮົບວັດທະນະທຳ ແລະ ກອງປອດໃສ, ປອດໄພ, ປອດຄະດີ ໃຫ້ເຂົ້າສູ່ຄຸນະພາບ ໃໝ່, ປັດຈຸບັນທົ່ວກົມກອງມີ ສະມາຊິກຊາວໜຸ່ມດີເດັ່ນ 4 ບຸກ 400 ສະຫາຍ, ກົມກອງລວມ ໝູ່ດີເດັ່ນ 4 ບຸກ 8 ຄະນະ ແລະ 40 ໜ່ວຍ. ນອກຈາກນັ້ນກໍໄດ້ ເອົາໃຈໃສ່ຊີ້ນຳຊຸກຍູ້ສະມາຊິກ ຊາວໜຸ່ມຂອງຕົນປະກອບສ່ວນ ແກ້ໄຂຊີວິດການເປັນຢູ່ຂອງກົມ ກອງໃຫ້ມີຄວາມແໜ້ນໜາຖາ ວອນຂຶ້ນເທື່ອລະກ້າວ ເຊິ່ງໃນ ນັ້ນໄດ້ຖືເອົາວຽກງານການປູກ ຝັງ-ລ້ຽງສັດຕາມເງື່ອນໄຂທ່າ ແຮງບົ່ມຊ້ອນຂອງກົມກອງເປັນ ຕົ້ນແມ່ນປູກເຂົ້າ, ສາລີ ແລະ ມັນ ຕົ້ນ ຜົນໄດ້ຮັບ 285.990.000 ກີບ, ລ້ຽງງົວ-ຄວາຍ 30 ໂຕ, ແບ້ 27 ໂຕ , ໝູ 60 ໂຕ, ມີໜອງ ປາ 9 ໜອງ, ປ່ອຍປາແລ້ວ 26.496 ໂຕ ແລະ ລ້ຽງກົບ 30 ກະຊັງ ປ່ອຍກົບແລ້ວ 36,180 ໂຕ. ໃນນັ້ນອັນພົ້ນເດັ່ນໃນໄລຍະ ທີ່ຜ່ານມາຄະນະຊາວໜຸ່ມທົ່ວກົມກອງ,ພົນທີ 2 ມີເງິນຄັງຂັ້ນໜ່ວຍ ມີ 93 ໜ່ວຍ, ຂັ້ນຄະນະບໍລິຫານ ງານມີ 13 ຄະນະ ເງິນຄັງທັງ ໝົດ 65.000.000 ກີບ. ໃນ ນັ້ນຂັ້ນພະແນກມີເງິນກອງ ທຶນທັງໝົດ 104.035.000 ກີບ, ຂັ້ນຄະນະບໍລິຫານງານ ຊາວໜຸ່ມມີ 10 ຄະນະມີເງິນ ກອງທຶນທັງໝົດ 55.000.000 ກີບ ແລະ ຂັ້ນໜ່ວຍມີ 71 ໜ່ວຍ ມີເງິນກອງທຶນທັງໝົດ 142.000.000 ກີບ. ໂອກາດດັ່ງກ່າວນັ້ນຍັງໄດ້ ມອບໃບຢັ້ງຢືນ 4 ບຸກ ໃຫ້ຄະນະ ບໍລິຫານງານ ແລະ ໜ່ວຍ 4 ບຸກ ຢ່າງສົມກຽດ ໂດຍໃຫ້ກຽດ ມອບຂອງ ພັນເອກ ສົມພົງ ແພງ ປັນຍາ ຫົວຫນ້າຫ້ອງການຊາວ ໜຸ່ມກະຊວງປ້ອງກັນປະເທດ. ໂດຍ ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ