ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກົມ ວສ-ປສ ການທະຫານຈັດຕັ້ງແຂ່ງຂັນນັກຮ້ອງສຽງດີທົ່ວກົມກອງຂອງຕົນ
ເວລາອອກຂ່າວ: 2018-12-20 09:27:00 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ເພື່ອເປັນການສ້າງຂະບວນ ການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 43 ປີ ແລະ ວັນ ຄ້າຍວັນເກີດຂອງປະທານ ໄກ ສອນ ພົມວິຫານ ຄົບຮອບ 98 ປີ ວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຮອບ 70 ປີ ໃຫ້ເປັນຂະ ບວນການຟົດຟື້ນ ແລະ ມ່ວນຊື່ນ ໃນວັນທີ 13 ທັນວາ 2018 ນີ້ ກົມວິທະຍາສາດ-ປະຫວັດສາດ ການທະຫານກະຊວງປ້ອງກັນ ປະເທດ ໄດ້ຈັດພິທີແຂ່ງຂັນນັກ ຮ້ອງສຽງດີທົ່ວກົມຂອງຕົນຂຶ້ນ ເພື່ອຊີງຂັນທ່ານຫົວຫນ້າກົມວິ ທະຍາສາດ-ປະຫວັດສາດການ ທະຫານ ໂດຍເປັນກຽດເຂົ້າຮ່ວມ ຂອງສະຫາຍພັນເອກ ສຸລິວັນ ແສງຈັນ ຮອງຫົວຫນ້າກົມວິທະ ຍາສາດ-ປະຫວັດສາດການທະ ຫານ, ມີສະຫາຍຄະນະກຳມະ ການຈາກສິລະປະກອນກອງທັບ ແລະ ພະນັກງານນັກຮົບເຂົ້າ ຮ່ວມຮັບຟັງ. ການແຂ່ງຂັນໃນຄັ້ງນີ້ມີນັກ ຮ້ອງສຽງດີເຂົ້າຮ່ວມແຂ່ງຂັນ ທັງໝົດ 14 ສະຫາຍ ແຂ່ງຂັນໃນ ລາຍການດຽວຄືຮ້ອງເພງດ່ຽວ ເພື່ອຊີງຂັນທ່ານຫົວຫນ້າກົມ, ໃນ ກະຕິກາທີ່ວ່າສຽງດີ, ຮ້ອງມ່ວນ, ຈັບຈັງຫວະດົນຕີໄດ້ດີ, ລີລາທ່າ ທີດີ ແລະ ແຕ່ງກາຍສຸພາບຮຽບ ຮ້ອຍ ຮ້ອງດີ ໃນຄະນະແນນເຕັມ 10 ຄະແນນ ຜ່ານການແຂ່ງ ຂັນຕົວຈິງຄົບຕາມຈຳນວນ 14 ສະຫາຍ ຍິງ 3 ສະຫາຍ, ໄດ້ທີ 1 ວາທີ ທ້າວ ຂວັນໃຈ ພົມພິພາ ນັກຮ້ອງຈາກພະແນກວິທະຍາ ສາດສົ່ງເຂົ້າແຂ່ງຂັນໄດ້ຮັບຂັນ ຊະນະເລີດຫນຶ່ງຫນ່ວຍ ພ້ອມເງິນ ສົດ ຈຳນວນຫນຶ່ງ, ທີ 2 ມີ 2 ສະ ຫາຍ ແລະ ອັນດັບ 3 ມີ 3 ສະ ຫາຍ ໄດ້ຮັບເງິນສົດ ສ່ວນທີ່ເຫລືອ ເປັນ ລາງວັນຊົມເຊີຍ ນອກນີ້ຍັງມີ ລາງວັນຂວັນໃຈມະຫາຊົນອີກ ຫນຶ່ງລາງວັນ. ຜ່ານການແຂ່ງຂັນຕົວຈິງເຫັນ ວ່າ ສາມາດສ້າງສັນບັນຍາກາດ ຄວາມເບີກບານມ່ວນຊື່ນ ແລະ ສ້າງໄດ້ບັນຍາກາດອັນດີເພື່ອ ຕ້ອນຮັບວັນທີ່ມີຄວາມໝາຍ ຄວາມສຳຄັນທາງປະຫວັດສາດ ຂອງຊາດຂອງກອງທັບ ແລະ ສາ ມາດຄັດເລືອກໄດ້ນັກຮ້ອງສຽງດີ ເພື່ອປະກອບສ່ວນເຮັດຫນ້າທີ່ ລວມຂອງກົມກອງໄດ້ຕາມລະ ດັບຄາດໝາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ