ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫາຍ ທອງລຸນ ສີສຸລິດ ກ່າວສັນລະເສີນ ຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍ ບຸນຍັງ ວໍລະຈິດ
ເວລາອອກຂ່າວ: 2021-01-19 09:12:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 64 | ຄວາມນິຍົມ:



ຮຽນຄະນະປະທານທີ່ນັບ ຖື, ແຂກທີ່ມີກຽດ, ບັນດາສະຫາຍ ຜູ້ແທນກອງປະຊຸມທີ່ຮັກແພງ. ກອງປະຊຸມໃຫຍ່ ຂອງພວກ ເຮົາໄດ້ ດຳເນີນການເລືອກຕັ້ງຄະ ນະບໍລິຫານງານສູນກາງພັກສະ ໄໝທີ XI ແລະ ໃນກອງປະຊຸມຄັ້ງ ປະຖົມມະລືກຂອງຄະນະບໍລິຫານ ງານສູນກາງພັກສະໄໝທີ XI ທີ່ ຫາກໍສຳເລັດລົງກໍໄດ້ເລືອກຕັ້ງ ກົມການເມືອງ ສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ, ເລືອກຕັ້ງເລຂາທິການໃຫຍ່ຄະ ນະບໍລິຫານງານສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການ ສູນກາງພັກ, ພ້ອມ ທັງເລືອກປະ ທານ ແລະ ຮອງປະທານຄະນະ ກວດກາສູນກາງພັກ ສະໄໝທີ XI. ໃນກອງປະຊຸມຄັ້ງ ນີ້, ສະ ຫາຍ ບຸນຍັງ ວໍລະຈິດ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ X ໄດ້ສະໝັກ ໃຈບໍ່ສືບຕໍ່ສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານສູນ ກາງພັກສະໄໝທີ XI ອີກ. ບັນດາສະຫາຍ ທີ່ຮັກແພງ, ສະຫາຍ ບຸນຍັງ ວໍລະຈິດ ແມ່ນໜຶ່ງໃນບັນດາການນໍາສູງ ສຸດຂອງພັກ-ລັດ, ແມ່ນນັກຮົບ ປະຕິວັດທີ່ອາດຫານກ້າແກ່ນ ໃນ ຂະບວນການຕໍ່ສູ້ກູ້ຊາດຂອງປະ ຊາຊົນເຮົາ. ສະຫາຍແມ່ນນັກຮັກ ຊາດ ທີ່ສູງສົ່ງຍາມໃດກໍມີຄວາມ ຈົ່ງຮັກພັກດີ, ບໍລິສຸດຜຸດພ່ອງຕໍ່ ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະ ຊາຊົນ; ສະຫາຍແມ່ນການນຳຜູ້ ໜຶ່ງທີ່ມີແບບແຜນ ແລະ ພິກໄຫວ ໃນການນຳພາ-ຊີ້ນຳ, ມີແບບ ແຜນການດຳລົງຊີວິດທີ່ປອດໃສ ຂາວສະອາດ, ເປັນແບບຢ່າງ ທີ່ດີ ແລະ ເປັນໃຈກາງແຫ່ງການ ເຕົ້າໂຮມຄວາມສາມັກຄີໃນທົ່ວ ພັກ, ທົ່ວກອງທັບ ແລະ ທົ່ວປວງ ຊົນລາວບັນດາເຜົ່າ. ພາຍຫຼັງ ປະ ເທດຊາດໄດ້ຮັບການປົດປ່ອຍ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ຮັບ ການເລືອກຕັ້ງເປັນກຳມະການ ສົມບູນ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ III ໃນປີ 1982. ຕະຫຼອດໄລຍະ 8 ສະໄໝ ກອງປະຊຸມໃຫຍ່ຂອງພັກ, ສະ ຫາຍ ລ້ວນແຕ່ໄດ້ຮັບຕໍາແໜ່ງ ທີ່ສຳຄັນຂອງພັກ ເຊັນ: ເປັນກຳ ມະການສູນກາງພັກ 8 ສະໄໝ, ກໍາມະການກົມການເມືອງສູນ ກາງພັກ 5 ສະໄໝ, ເປັນຄະນະເລ ຂາທິການສູນກາງພັກ 2 ສະໄໝ ແລະ ເປັນຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ 1 ສະ ໄໝ, ເປັນເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ 1 ສະ ໄໝ; ນອກຈາກ ຕໍາແໜ່ງເບື້ອງ ພັກແລ້ວ, ສະຫາຍຍັງໄດ້ຮັບຕໍາ ແໜ່ງເບື້ອງລັດທີ່ສຳຄັນຢູ່ຂັ້ນ ທ້ອງຖິ່ນ ແລະ ຢູ່ສູນກາງລະອຽດ ຄື: ເປັນເຈົ້າແຂວງ ແຂວງສະ ຫວັນນະເຂດ, ເປັນເຈົ້າຄອງນະ ຄອນຫຼວງວຽງຈັນ, ປະທານ ຄະນະກຳມາທິການຮ່ວມມື ແລະ ລົງທຶນຕ່າງປະເທດ, ປະທານຄະ ນະກຳມາທິການສູນກາງຈັດສັນ ທີ່ດິນ-ປ່າໄມ້, ເປັນປະທານຄະນະ ກຳມາທິການສູນກາງພັດທະນາ ຊົນນະບົດ, ຮອງນາຍົກລັດຖະມົນ ຕີ ແລະ ລັດຖະມົນຕີກະຊວງການ ເງິນ, ເປັນນາຍົກລັດຖະມົນຕີ, ເປັນຮອງປະທານປະເທດ ແລະ ເປັນປະທານປະເທດ ແຫ່ງ ສປປ ລາວ. ຕະຫຼອດໄລຍະເວລາຫຼາຍ ສິບປີທີ່ໄດ້ຮັບມອບໝາຍໜ້າທີ່ ສຳ ຄັນຂອງພັກ-ລັດ, ສະຫາຍມີ ຄວາມເຂັ້ມງວດໃນດ້ານຫຼັກ ການ, ເຄັ່ງຄັດຕໍ່ລະບຽບວິໄນ, ເອົາໃຈໃສ່ສົ່ງເສີມປະຊາທິປະໄຕ ໃນໝູ່ຄະນະ, ຈິງໃຈຕໍ່ເພື່ອນສະ ຫາຍ, ໃກ້ຊິດຕິດແທດມະຫາຊົນ. ເຖິງແມ່ນວ່າຈະຢູ່ໃນຖານະຕຳ ແໜ່ງໃດ, ຢູ່ບ່ອນໃດ ແລະ ໃນ ສະພາບການ-ເງື່ອນໄຂໃດ ສະ ຫາຍ ບຸນຍັງ ວໍລະຈິດ ກໍລ້ວນ ແຕ່ເຊີດຊູຄັນທຸງນໍາໜ້າຂອງພັກ, ປະຕິບັດໜ້າທີ່ດ້ວຍຄວາມຈົງຮັກພັກດີ, ຍຶດໝັ້ນຢ່າງບໍ່ຄອນແຄນ ໃນແນວທາງ ແລະ ທັດສະນະຫຼັກ ໝັ້ນຂອງພັກ. ພິເສດແມ່ນໄລຍະ ທີ່ສະຫາຍໄດ້ດຳລົງຕຳແໜ່ງ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ ສະໄໝທີ່ X ແລະ ເປັນປະທານປະເທດແຫ່ງ ສປປ ລາວ, ສະ ຫາຍໄດ້ເປັນ ເຈົ້າການປະກອບສ່ວນຄົ້ນຄວ້າ ກຳນົດ, ຊີ້ນຳຜັນຂະຫຍາຍແນວ ທາງປ່ຽນແປງໃໝ່ຮອບດ້ານມີ ຫຼັກການຂອງພັກ, ສືບຕໍ່ນຳພາ ສ້າງ ແລະ ບູລະນະລະບອບປະ ຊາທິປະໄຕປະຊາຊົນ ຕາມທິດ ສັງຄົມນິຍົມ, ເຮັດໃຫ້ປະເທດຊາດ ມີສະຖຽນລະພາບ, ເສດຖະກິດ-ສັງຄົມມີການຂະຫຍາຍຕົວດ້ວຍຄວາມໝັ້ນທ່ຽງ, ລະບອບການ ເມືອງມີຄວາມໝັ້ນຄົງ, ປະເທດ ຊາດໄດ້ຮັບການພັດທະນາຢ່າງ ບໍ່ຢຸດຢັ້ງ, ຊີວິດການເປັນຢູ່ຂອງ ປະຊາຊົນນັບມື້ນັບໄດ້ຮັບການ ປົວແປງດີຂຶ້ນ, ບົດບາດອິດທິພົນ ຂອງພັກ ແລະ ຂອງປະເທດ ເຮົາ ນັບມື້ສູງເດັ່ນຂຶ້ນ ໃນເວທີສາກົນ. ໃນຕະຫຼອດໄລຍະຜ່ານມາ, ສະ ຫາຍ ບຸນຍັງ ວໍລະຈິດ ພ້ອມດ້ວຍ ໝູ່ຄະນະ ໄດ້ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການເພີ່ມພູນຄູນ ສ້າງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ, ສາມັກຄີແໜ້ນ ແຟ້ນ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລ າວ-ຈີນ ກໍຄືເພີ່ມທະ ວີຄວາມສາມັກຄີກັບບັນດາປະ ເທດເພື່ອນ ມິດຍຸດທະສາດ ແລະ ສາມັກຄີກັບບັນດາປະເທດທີ່ຮັກຫອມສັນຕິພາບໃນໂລກ. ລວມຄວາມແລ້ວ, ສະຫາຍ ແມ່ນຜູ້ນຳອາວຸດໂສ ທີ່ໄດ້ມີຜົນງານປະກອບສ່ວນຢ່າງສຳຄັນ ເຂົ້າໃນການປັບປຸງກໍ່ສ້າງພັກປະ ຊາຊົນປະຕິວັດລາວ, ລັດປະຊາທິ ປະໄຕປະຊາຊົນລາວ, ກອງທັບ ປະຊາຊົນ ແລະ ແນວໂຮມແຫ່ງ ຊາດຂອງພວກເຮົາ. ພັກ, ລັດ ແລະ ປະຊາຊົນເຮົາ ມີຄວາມ ເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ໄດ້ມີຜູ້ນຳທີ່ສະຫຼາດສ່ອງໃສ, ປີຊາສາມາດ. ພວກເຮົາຮຸ່ນສືບ ທອດຂໍສະແດງຄວາມຮູ້ບຸນຄຸນ ຢ່າງລົ້ນເຫຼືອ ແລະ ຈົດຈຳລ້ຳລຶກ ຜົນງານ ແລະ ຄຸນງາມຄວາມ ດີອັນໃຫຍ່ຫຼວງຂອງ ສະຫາຍ ບຸນຍັງ ວໍລະຈິດ; ພ້ອມກັນນັ້ນ ພວກເຮົາຈະສືບຕໍ່ຮ່ຳຮຽນ, ເສີມ ຂະຫຍາຍມູນເຊື້ອປະຕິວັດອັນ ເດັດດ່ຽວ ແລະ ແບບຢ່າງອັນ ໃສແຈ້ງຂອງສະຫາຍ, ພ້ອມກັນ ສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ນຳເອົາພາລະກິດປ່ຽນແປງໃໝ່ກ້າວຂຶ້ນຢ່າງໜັກແໜ້ນ ຕາມຈຸດ ໝາຍສັງຄົມນິຍົມ. ຕາງໜ້າບັນດາສະຫາຍຜູ້ແທນ ກອງປະຊຸມໃຫຍ່ ແລະ ຄະນະບໍລິ ຫານງານສູນກາງພັກສະໄໝທີ XI ຂໍອວຍພອນໃຫ້ສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ອາຍຸ ໝັ້ນຂວັນຍືນ, ສືບຕໍ່ຕິດຕາມ ໃຫ້ຄວາມຕັກເຕືອນສິດສອນ ພະນັກງານຮຸ່ນສືບທອດ, ພະ ນັກງານສະມາຊິກພັກ ແລະ ປະ ຊາຊົນບັນດາເຜົ່າ ເພື່ອນຳພາ ປະເທດຊາດກ້າວຂຶ້ນສູ່ຈຸດໝາຍ ສັງຄົມນິຍົມເທື່ອລະກ້າວຂອງພັກ ເຮົາກຳນົດໄວ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ