ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງພະລາທິການ ກທອ ເປີດກອງປະຊຸມວຽກງານຮອບດ້ານປະຈຳປີ
ເວລາອອກຂ່າວ: 2021-01-19 09:16:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 50 | ຄວາມນິຍົມ:



ໃນວັນທີ 14 ມັງກອນ 2021 ນີ້, ຫ້ອງພະລາທິການ ກອງບັນຊາ ການທະຫານອາກາດ (ກທອ)ໄດ້ເປີດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021, ໂດຍການເປັນປະທານ ສະຫາຍ ພັນເອກ ທອງພັນ ບຸນ ສະຫວັດ ຄະນະພັກ ຫົວໜ້າຫ້ອງ ພະລາທິການ ກທອ, ມີຄະນະ ຫ້ອງພະລາ, ຄະນະບັນຊາ 6 ຫ້ອງ ກທອ, ຫົວໜ້າພະແນກການ ກອງພັນໃຫຍ່ 702, 703 ພ້ອມ ດ້ວຍພະນັກງານ-ນັກຮົບເຂົ້າ ຮ່ວມ. ສະຫາຍ ພັນໂທ ດາວຈະເລີນ ພົມມີໄຊ ຫົວໜ້າພະແນກເສນາ ພະລາ ຫ້ອງພະລາທິການ ກທອ ໄດ້ຜ່ານບົດສະຫຼຸບຕີລາຄາໝາກຜົນວຽກງານແຕ່ລະດ້ານໃນໄລຍະ 1 ປີຜ່ານມາ ເຊິ່ງຄະນະຫ້ອງ ພະລາທິການແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ ແນວຄິດໃຫ້ພະນັກງານ-ນັກ ຮົບພາຍໃນມີແນວຄິດອຸ່ນອຽນ ທຸ່ນທ່ຽງຕໍ່ວຽກງານວິຊາສະ ເພາະຕາມການຈັດຕັ້ງມອບໝາຍ ໃຫ້ໄດ້ຮັບຜົນສູງ, ມີຄວາມໜັກ ແໜ້ນ, ເຂັ້ມແຂງສູ້ຊົນຂຸດຄົ້ນ ທ່າແຮງບົ່ມຊ້ອນທຸກຂົງເຂດ ວຽກງານໂດຍປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງ ຄະນະພັກກະຊວງ ແລະ ທິດນໍາ ກົມໃຫຍ່ພະລາທິການກອງທັບ ວາງອອກ ເປັນຕົ້ນສ້າງພະລາ ທິການກັບທີ່ ດ້ວຍການເພິ່ງຕົນ ເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ໂດຍສະເພາະວຽກງານຮັບປະ ກັນຊີວິດການເປັນລ້ຽງດູທັບ ເປັນຕົ້ນແມ່ນສະບຽງອາຫານ, ເຄື່ອງນຸ່ງຫົ່ມ, ວຽກງານການ ເງິນ, ວຽກງານເສນາຮັກ, ວຽກ ງານນໍ້າມັນເຊື້ອໄຟ, ວຽກງານຂົນ ສົ່ງທາງບົກ, ທາງອາກາດ, ວຽກ ງານຄຸ້ມຄອງພາຫະນະເຕັກນິກ ກົນຈັກ ແລະ ຮັບປະກັນກໍ່ສ້າງ ຄ້າຍຄູ, ທີ່ຢູ່ອາໄສ ເປັນຕົ້ນ ໂຄງ ການກໍ່ສ້າງສູນເຝິກທະຫານອາ ກາດ 1 ຫຼັງ, ໂຄງການກໍ່ສ້າງ ເຮືອນນອນ, ສະໜາມເຝິກແອບ ໂດດຈ້ອງ ກອງພັນໃຫຍ່ 703, ໂຄງການກໍ່ສ້າງຫ້ອງການ 3 ຊັ້ນກອງພັນໃຫຍ່ 703, ໂຄງ ການກໍ່ສ້າງຫ້ອງການ ການບິນ, ເຮືອນນອນ, ເຮືອນຄົວຂອງໝວດ ປ້ອງກັນກອງພັນໃຫຍ່ 702, ໂຄງການກໍ່ສ້າງເຮືອນນັກບິນ ນາຍຊ່າງ ກອງພັນໃຫຍ່ 702 ແລະ ກໍ່ສ້າງບ່ອນຈອດລົດອົງ ການ ກທອ 5 ຫຼັງ. ພ້ອມນັ້ນ, ຍັງໄດ້ສຸມໃສ່ແກ້ໄຂຊີວິດການ ເປັນຢູ່ປູກພືດຜັກຊະນິດຕ່າງໆ ໄດ້ 31.671 ກິໂລ, ປູກໄມ້ປະດັບ ປະດາ, ໄມ້ກິນໝາກໄດ້ 380 ຕົ້ນ, ປູກເຂົ້ານາແຊງເກັບກູ້ໄດ້ 3.564 ກິໂລ, ເກັບກູ້ໝາກໄມ້ສຸກໄດ້ 280 ກິໂລ ແລະ ລ້ຽງສັດປະເພດຕ່າງໆ ເຊັ່ນ: ລ້ຽງງົວ128ໂຕ, ຂາຍ 13 ໂຕ ເປັນເງິນ 32.634.000 ກີບ, ແບ້ 42 ໂຕ ຂາຍ 5 ໂຕ ເປັນເງິນ 7.500.000 ກີບ, ລ້ຽງໝູພັນຊີ້ນ 22 ໂຕ, ໝູລາດ 7 ໂຕ ເປັນເງິນ 20.784.000 ກີບ ແລະ ລ້ຽງສັດ ປີກ ( ເປັດ, ໄກ່ລາດ, ໄກ່ພັນໄຂ່, ນົກກະທາ) 2.697 ໂຕ ຂາຍ 890 ໂຕ ເປັນເງິນ 33.650.000 ກີບ, ຂາຍໄຂ່ໄກ່ໄດ້ 3.410 ແຕະ ເປັນ ເງິນ 71.891.000 ກີບ, ລ້ຽງປາ 46 ໜອງ ເນື້ອທີ່ 26,5 ເຮັກຕາ ປ່ອຍປານ້ອຍ 49.840 ໂຕ, ປ່ອຍ ປາໃຫຍ່ 12.455ກິໂລ, ເປັນເງິນ 186.835.000 ກີບ, ຂາຍປາ ໄດ້ 13.838 ກິໂລ ເປັນເງິນ 67.734.000 ກີບ, ລ້ຽງກົບ 11.500 ໂຕ ຂາຍໄດ້ 1.850 ກິໂລ ເປັນເງິນ 55.500.000 ກີບ. ສັງລວມແລ້ວກົມກອງພວກ ເຮົາສາມາດສ້າງລາຍຮັບໄດ້ ຈາກການປູກຝັງ-ລ້ຽງສັດ ແລະ ບໍລິການດ້ານຕ່າງໆໄດ້ທັງໝົດ 1.179.404.000 ກີບ, ສະເລ່ຍ ໃສ່ຫົວຄົນໄດ້ 749.300 ກີບ ຕໍ່ຄົນຕໍ່ປີ. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ພັດປ່ຽນກັນປະກອບຄໍາ ຄິດຄໍາເຫັນໃສ່ບົດສະຫຼຸບປະຈໍາປີ 2020 ແລະ ທິດທາງແຜນການ 2021 ຢ່າງກົງໄປກົງມາໃຫ້ມີ ເນື້ອໃນສົມບູນ ແລະ ມີຄຸນນະພາບ ຢ່າງກວ້າງຂວາງໃນປີຕໍ່ໜ້າ. ໂດຍ: ສີທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ