ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເລັ່ງພັດທະນາຊັບພະຍາກອນມະນຸດເພື່ອຮອງຮັບການພັດທະນາເສດຖະກິດ - ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ
ເວລາອອກຂ່າວ: 2021-01-19 09:19:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ທ່ານ ພຸດ ສິມມາລາວົງ ເລຂາ ຄະນະພັກ, ຮອງລັດຖະມົນຕີກະ ຊວງສຶກສາທິການ ແລະ ກີລາ ໄດ້ຕາງໜ້າໃຫ້ສະມາຊິກພັກ, ພະ ນັກງານທົ່ວອົງຄະນະພັກກະຊວງ ສຶກສາທິການ ແລະ ກີລາ ປະ ກອບຄໍາເຫັນໃນຫົວຂໍ້ “ການພັດທະນາຊັບພະຍາກອນມະນຸດເພື່ອຮອງຮັບການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ” ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປປ ລາວ. ທ່ານກ່າວວ່າ: ການພັດທະນາ ຊັບພະຍາກອນມະນຸດທີ່ມີຄຸນນະ ພາບແມ່ນປັດໄຈສໍາຄັນຂອງການ ພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ ເຊິ່ງ ແມ່ນຄວາມຈໍາເປັນ ແລະທັງເປັນ ທ່າອ່ຽງລວມຂອງການພັດທະນາ ຢູ່ໃນໂລກປັດຈຸບັນ; ການພັດທະ ນາຕາມຮູບແບບດັ່ງກ່າວຕິດພັນ ກັບການເຕີບໂຕຂອງຂະແໜງ ການເສດຖະກິດ ກັບການຮັບ ປະກັນການນໍາໃຊ້ແຫຼ່ງຊັບພະ ຍາກອນທໍາມະຊາດ, ຕິດພັນກັບ ການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາຕາມທິດສີຂຽວ ແລະ ຍືນຍົງ ຍັງມີເປົ້າໝາຍສ້າງ ຄວາມກົມກຽວລະຫວ່າງປັດ ໄຈເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມທີ່ຍືນຍົງ ພາຍໃຕ້ ຄວາມໂປ່ງໃສໃນການຄຸ້ມຄອງ, ຄວາມເທົ່າທຽມກັນ ແລະ ຄວາມ ຈະເລີນຮຸ່ງເຮືອງຂອງປະຊາ ຊາດ. ນອກນັ້ນ, ຍັງຊ່ວຍກະຕຸ້ນ ການລົງທຶນ ແລະ ການສ້າງນະ ວັດຕະກໍາໃໝ່ຮັບປະກັນໄດ້ການ ພັດທະນາທີ່ຍືນຍົງ. ເຫັນໄດ້ ຄວາມສໍາຄັນຄືດັ່ງກ່າວ ອົງການ ສະຫະປະຊາຊາດຈຶ່ງໄດ້ຕົກລົງ ຮັບຮອງເອົາເປັນເປົ້າໝາຍການ ພັດທະນາລວມຂອງໂລກທີ່ເອີ້ນ ວ່າເປົ້າໝາຍການພັດທະນາແບບ ຍືນຍົງ ຫຼື SDGs, ພັກເຮົາກໍໄດ້ ຮັບຮອງເອົາຮູບແບບການພັດ ທະນາດັ່ງກ່າວ ເຊິ່ງສະແດງອອກ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກຢ່າງຈະແຈ້ງວ່າ ສ້າງ ເສດຖະກິດ-ສັງຄົມແຫ່ງຊາດ ໄປຕາມທິດພັດທະນາແບບສີຂຽວ ແລະ ຍືນຍົງ. ເພື່ອຜັນຂະຫຍາຍ ແລະ ປະຕິບັດນະໂຍບາຍດັ່ງ ກ່າວ, ຕະຫຼອດໄລຍະ 5 ປີຜ່ານ ມາ ຄະນະພັກກະຊວງສຶກສາທິ ການ ແລະ ກີລາ ໃນຖານະເປັນ ໃຈກາງຂອງວຽກງານພັດທະນາ ຊັບພະຍາກອນມະນຸດໄດ້ນໍາພາ ຈັດຕັ້ງປະຕິບັດຢູ່ຂະແໜງການ ຂອງຕົນ ແລະ ສົມທົບກັບຂະ ແໜງການກ່ຽວຂ້ອງອື່ນໆຄື: ໜຶ່ງ: ໄດ້ດໍາເນີນການສຶກສາ, ຄົ້ນຄວ້າວິໄຈກ່ຽວກັບແນວຄິດ-ທິດສະດີ ແລະ ບົດຮຽນໃນການ ພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ ຂອງບຸກຄົນ ແລະ ປະເທດຕ່າງໆ ເພື່ອຄວາມເຂົ້າໃຈ ແລະ ເປັນບົດ ຮຽນແກ່ການພັດທະນາຢູ່ປະ ເທດລາວ ສ້າງໃຫ້ມີນັກວິຊາ ການທີ່ມີຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບການພັດທະນາໃນທິດ ທາງດັ່ງກ່າວຕາມນະໂຍບາຍ ຂອງພັກໄດ້ຈໍານວນໜຶ່ງ; ສອງ: ໄດ້ປູກຈິດສໍານຶກກ່ຽວກັບການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ ໃຫ້ນັກຮຽນ, ນັກສຶກສາ ໂດຍ ການນໍາເອົາຄວາມຮູ້ໃນເລື່ອງ ດັ່ງກ່າວເຂົ້າໃນຫຼັກສູດເປັນຕົ້ນ ແມ່ນຫຼັກສູດໃນລະດັບການສຶກ ສາຊັ້ນສູງ ແລະ ແຊກຊ້ອນເຂົ້າ ໃນວິຊາຕ່າງໆທີ່ສິດສອນຢູ່ໃນ ທຸກລະບົບການສຶກສາອັນໄດ້ເຮັດ ໃຫ້ພົນລະເມືອງລາວ ໂດຍສະ ເພາະແມ່ນຄົນຮຸ່ນໜຸ່ມມີຄວາມ ຮັບຮູ້ ຄວາມເຂົ້າໃຈກ່ຽວກັບການ ພັດທະນາຕາມທິດສີຂຽວ ແລະ ຍືນຍົງຫຼາຍຂຶ້ນ ແລະ ໄດ້ຄ່ອຍໆ ກາຍເປັນຈິດສໍານຶກລວມຂອງ ສັງຄົມເທື່ອລະກ້າວ; ສາມ: ໄດ້ ພະຍາຍາມປັບປຸງຄຸນນະພາບ ຢູ່ທຸກຊັ້ນ ແລະ ທຸກລະບົບຂອງ ການສຶກສາ, ໄດ້ມີການຮ່ວມມືຫຼາຍຂຶ້ນລະຫວ່າງສະຖານການ ສຶກສາ ແລະ ຜູ້ປະກອບການເປັນ ຕົ້ນແມ່ນການພັດທະນາຫຼັກສູດ ຮ່ວມກັນ, ການເຝິກປະຕິບັດ ແລະ ການປະເມີນນັກຮຽນ-ນັກສຶກ ສາຮ່ວມກັນ; ທັງນີ້ ກໍເພື່ອຮັບປະ ກັນໃຫ້ການສ້າງຄົນສອດຄ່ອງກັບຄວາມຕ້ອງການທີ່ແທ້ຈິງຢູ່ ໃນສັງຄົມ; ສີ່: ໄດ້ພະຍາຍາມຫັນ ປ່ຽນໂຄງປະກອບໃນການພັດທະນາຊັບພະຍາກອນມະນຸດ ໂດຍເຮັດໃຫ້ມີຄວາມສອດຄ່ອງ ຂຶ້ນຄື: ໄດ້ສຸມໃສ່ພັດທະນາວຽກ ງານອາຊີວະສຶກສາເປັນຕົ້ນໂຮງ ຮຽນ ແລະ ວິທະຍາໄລເຕັກນິກ ວິຊາຊີບໄດ້ມີການຂະຫຍາຍ ໄປທົ່ວປະເທດ, ໄດ້ນໍາເອົາວິຊາ ຊີບເຂົ້າໃນການສິດສອນຢູ່ບາງ ໂຮງຮຽນສາມັນສຶກສາ ແລະ ການສຶກສານອກໂຮງຮຽນ. ເຊິ່ງ ໃນສົກຮຽນ 2019-2020 ມີນັກ ຮຽນ-ນັກສຶກສາ 52.252 ຄົນ ໄດ້ເຂົ້າຮຽນຢູ່ໃນສະຖານທີ່ໂຮງຮຽນອາຊີວະສຶກສາ ໃນຂະນະທີ່ ມະຫາວິທະຍາໄລແຫ່ງຕ່າງໆມີ ນັກສຶກສາ 39.277 ຄົນ ອັນເປັນ ການສ້າງແຮງງານຂັ້ນພື້ນຖານ ເພື່ອຕອບສະໜອງແກ່ການພັດ ທະນາເສດຖະກິດ ແລະ ສັງຄົມ ໄດ້ຫຼາຍຂຶ້ນ; ຫ້າ: ໄດ້ສົ່ງເສີມ ການພັດທະນາຫຼັກສູດ ແລະ ການ ສ້າງຊັບພະຍາກອນມະນຸດໃນສາ ຂາວິຊາທີ່ຕິດພັນສະເພາະກັບ ການພັດທະນາສີຂຽວ ແລະ ຍືນຍົງໃນສະຖາບັນການສຶກສາຊັ້ນສູງຕ່າງໆ ເປັນຕົ້ນ: ການຜະລິດ ແລະ ປຸງແຕ່ງກະສິກໍາ, ເຕັກໂນ ໂລຊີ ຊີວະພາບ, ການຄຸ້ມຄອງ ຊັບພະຍາກອນປ່າໄມ້ ແລະ ສິ່ງ ແວດລ້ອມ, ວິທະຍາສາດສິ່ງ ແວດລ້ອມ, ການຈັດສັນແຫຼ່ງ ນ້ໍາ, ການທ່ອງທ່ຽວແບບອະນຸ ລັກ, ການຈັດສັນພື້ນທີ່ເພື່ອການ ພັດທະນາ ແລະ ອື່ນໆ. ໄດ້ເພີ່ມ ຄວາມເອົາໃຈໃສ່ໃນການໃຫ້ ຄວາມຮູ້ທາງດ້ານວິທະຍາສາດ- ເຕັກໂນໂລຊີ, ວິສາວະກໍາ ແລະ ຄະນິດສາດ ຫຼື STEM ໃຫ້ຄົນຮຸ່ນໜຸ່ມຢູ່ໃນທຸກຊັ້ນການສຶກສາ, ຫົກ: ໄດ້ສົ່ງເສີມການປະດິດສ້າງ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນ ໂລຊີ ເພື່ອໃຫ້ກາຍເປັນປັດໄຈສໍາ ຄັນຂະຫຍາຍກໍາລັງການຜະລິດ ແລະ ເສດຖະກິດພູມປັນຍາ, ຍົກ ສູງປະສິດທິພາບການຜະລິດ ແລະ ການແກ່ງແຍ້ງແຂ່ງຂັນ; ລົງທຶນ ຢ່າງເໝາະສົມເຂົ້າໃນການຄົ້ນ ຄວ້າ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ, ປັບປຸງລະບຽບ ການ, ກົນໄກຄຸ້ມຄອງການເຄື່ອນ ໄຫວດັ່ງກ່າວ. ຈາກການປະຕິບັດໄດ້ບັນດາ ວຽກງານຂ້າງເທິງນັ້ນ, ໄດ້ເຮັດ ໃຫ້ການພັດທະນາຊັບພະຍາ ກອນມະນຸດ ເພື່ອຕອບສະຫນອງ ການພັດທະນາເສດຖະກິດ-ສັງ ຄົມມີການຫັນປ່ຽນໄປໃນທິດ ທາງທີ່ດີຂຶ້ນ ເປັນຕົ້ນແມ່ນສັງ ຄົມໄດ້ໃຫ້ຄວາມສົນໃຈໃນການ ຮຽນລະດັບອາຊີວະສຶກສາ ແລະ ບັນດາວິຊາຊີບທີ່ສາມາດສ້າງ ວຽກເຮັດງານທໍາໄດ້ດ້ວຍຕົນ ເອງຫຼາຍຂຶ້ນ. ສ່ວນທິດທາງແຜນການໃນຕໍ່ ໜ້າທ່ານຮອງລັດຖະມົນຕີໄດ້ ກ່າວຕື່ມວ່າ: ເພື່ອສືບຕໍ່ການ ພັດທະນາຊັບພະຍາກອນມະນຸດ ເວົ້າລວມ ໂດຍສະເພາະແມ່ນການພັດທະນາຊັບພະຍາກອນ ມະນຸດເພື່ອຮອງຮັບການພັດທະ ນາຕາມທິດສີຂຽວ ແລະ ຍືນຍົງ ນັ້ນ, ກະຊວງສຶກສາທິການ ແລະ ກີລາໄດ້ກໍານົດເອົາ 4 ມາດຕະ ການຈັດຕັ້ງປະຕິບັດວຽກງານ ການສຶກສາ ແລະ ກີລາ ໄລຍະ ແຕ່ ປີ 2021 - 2025 ຄື: (1) ຕ້ອງ ສ້າງຄວາມເຂັ້ມແຂງໃຫ້ລະບົບ ການບໍລິຫານ, ປັບປຸງໄກໃນການ ພັດທະນາຊັບພະຍາກອນມະນຸດ, ສືບຕໍ່ຂະຫຍາຍຜົນຂອງການ ປະຕິຮູບການສຶກສາໃນໄລຍະ ຜ່ານມາ ແລະ ສືບຕໍ່ປັບປຸງຄຸນນະພາບຂອງການສຶກສາ; (2) ດໍາເນີນການພັດທະນາຊັບພະຍາກອນມະນຸດຢ່າງມີຈຸດສຸມ, ເປັນຕົ້ນແມ່ນບັນດາສາຂາວິຊາ ແລະ ລະດັບວຸດທິທີ່ມີຄວາມຕ້ອງ ການຕົວຈິງຢູ່ໃນສັງຄົມ ເລັ່ງໃສ່ ຊຸກຍູ້ການຮຽນຮູ້ບັນດາວິຊາ ເຊັ່ນ: ວິທະຍາສາດ, ເຕັກໂນໂລຊີ, ວິສະວະກໍາ ແລະ ຄະນິດສາດ; (3) ລະດົມກໍາລັງ ແລະ ຊັບພະ ຍາກອນເຂົ້າໃສ່ການພັດທະນາ ຊັບພະຍາກອນມະນຸດທີ່ສາມາດ ເຂົ້າສູ່ການຜະລິດໂດຍກົງໃຫ້ ຫຼາຍຂຶ້ນ, ແນໃສ່ເຮັດໃຫ້ຄວາມ ຕ້ອງການ ແລະ ການສະໜອງກໍາ ລັງແຮງງານໃນຂົງເຂດຕ່າງໆ ໄດ້ຮັບການສະໜອງຢ່າງສົມເຫດ ສົມຜົນ; (4) ບຸກທະລຸພັດທະນາ ຊັບພະຍາກອນມະນຸດໃຫ້ມີບາດ ລ້ຽວໃໝ່ຢ່າງແຂງແຮງ, ປັນຕົ້ນ ແມ່ນຕ້ອງປະຕິຮູບລະບົບການ ສຶກສາ ແລະ ກໍ່ສ້າງນັກວິຊາການ ໃນຂະແໜງການໃໝ່ຂອງຍຸກ ອຸດສາຫະກໍາ4.0. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ