ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະສຶກສາທິດສະດີມາກ-ເລນິກ ເຂົ້າອວຍພອນຄະນະອຳນວຍການ ວປກ
ເວລາອອກຂ່າວ: 2018-12-20 09:28:25 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 35 | ຄວາມນິຍົມ:



ຄະນະນັກສຶກສາຫ້ອງທິດສະ ດີມາກ - ເລນິນ 10 ເດືອນ ຊຸດທີ 10 ແລະ ນັກສຶກສາຫ້ອງຍຸດທະ ບັ້ນຮົບ-ຍຸດທະສາດ ຊຸດທີ 9. ເຊິ່ງນຳໂດຍ ພັນເອກ ບົວວັນ ອາດຖະໜາໄຊ, ຫົວໜ້າຫ້ອງ ທິດສະດີມາກ - ເລນິນ, ພັນໂທ ໄລທອງ ບຸນປະເສີດສົມ, ຫົວ ໜ້າຫ້ອງຍຸດທະບັ້ນຮົບ-ຍຸດທະ ສາດ ພ້ອມດ້ວຍຄະນະໄດ້ນຳ ເອົາກະຕ່າຂອງຂວັນເຂົ້າອວຍ ພອນຄະນະພັກ- ຄະນະອຳນວຍ ການວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເນື່ອງໃນ ໂອກາດວັນສ້າງຕັ້ງວິທະຍາ ຄານປ້ອງກັນຊາດ ໄກສອນ ພົມ ວິຫານ ຄົບຮອບ 22 ປີ, ວັນ ຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 98 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ. ເຊິ່ງໃຫ້ ກຽດຕ້ອນຮັບໃນຄັ້ງນີ້ໂດຍແມ່ນ ທ່ານພົນຈັດຕະວາ ຄຳຫລ້າ ພັນ ໄຊຍະສຸກ, ກຳມະການຄະນະ ພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ ພ້ອມ ດ້ວຍຄະນະ ໃນວັນທີ 12 ທັນວາ 2018 ນີ້. ໂອກາດດັ່ງກ່າວຄະນະນັກສຶກ ສາກໍໄດ້ນຳເອົາຄວາມຢື້ຢາມ ຖາມຂ່າວ, ຄຳອວຍພອນໄຊອັນ ປະເສີດຈາກຄະນະນັກສຶກສາ ທຸກໆລະບົບທົ່ວ ວປກ ມາຍັງ ຄະນະພັກ-ຄະນະບັນຊາ, ພ້ອມ ທັງໄດ້ມອບກະຕ່າຂອງຂວັນ ເພື່ອຊຸກຍູ້, ເປັນກຳລັງໃຈ ແລະ ອວຍພອນໃຫ້ຄະນະນຳ, ຕະ ຫຼອດຮອດພະນັກງານ-ນັກຮົບ ທົ່ວ ວປກ, ຈົ່ງມີສຸຂະພາບແຂງ ແຮງ, ເຮັດສຳເລັດທຸກໜ້າທີ່ທີ່ ຊາດ ແລະ ປະຊາຊົນມອບໝາຍ ໃຫ້ຢ່າງສຸດໃຈ. ພົນຈັດຕະວາ ຄຳຫລ້າ ພັນ ໄຊຍະສຸກ, ກໍໄດ້ຕາງໜ້າໃຫ້ ພະນັກງານ-ນັກຮົບທົ່ວ ວປກ, ກ່າວສະແດງຄວາມຂອບອົກ ຂອບໃຈຕໍ່ຄະນະນັກສຶກສາທີ່ໄດ້ ນຳເອົາຄຳອວຍພອນອັນອົບອຸ່ນ ແລະ ກະຕ່າຂອງຂວັນຈຳນວນ ໜຶ່ງເຂົ້າມາອວຍພອນໃນຄັ້ງນີ້ ພ້ອມທັງອວຍພອນຄືນໃຫ້ຄະນະ ນັກສຶກສາດັ່ງກ່າວມີສຸຂະພາບ ແຂງແຮງພ້ອມກັນເອົາໃຈໃສ່ ສຶກສາຮໍ່າຮຽນໃຫ້ມີຜົນສຳເລັດ. ໂດຍ: ດາວວີນ ໂສພາພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ