ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະນຳ ກປທ ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ, ສຸສານນັກຮົບປະຕິວັດ ຫຼັກ 24 ແລະ ອະນຸສອນສະຖານປະທານ ໄກສອນ ພົມວິຫານ
ເວລາອອກຂ່າວ: 2021-01-20 08:44:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 54 | ຄວາມນິຍົມ:



ວັນທີ 19 ມັງກອນ 2021 ນີ້, ຄະນະນຳກະຊວງປ້ອງກັນປະ ເທດ ນຳໂດຍສະຫາຍ ພົນເອກ ຈັນສະໜອນ ຈັນຍະລາດ ກຳມະ ການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະ ເທດ ພ້ອມດ້ວຍຄະນະໄດ້ເຂົ້າ ວາງພວງມາລາຢູ່ອະນຸສາວະລີ ນັກຮົບນິລະນາມ, ສຸສານນັກຮົບ ປະຕິວັດ ຫຼັກ 24 ແລະ ວາງກະ ຕ່າດອກໄມ້ທີ່ອະນຸສອນສະຖານ ປະທານໄກສອນພົມວິຫານ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ72 ປີ ( 20 ມັງກອນ 1949-20 ມັງກອນ 2021 ). ການວາງພວງມາລາ ແລະ ກະຕ່າດອກໄມ້ໃນຄັ້ງນີ້, ແມ່ນ ເພື່ອໄຫ້ວອາໄລເຖິງດວງວິນ ຍານຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດທີ່ເສຍ ສະຫຼະຊີວິດ, ເລືອດເນື້ອເພື່ອພະລະກິດປະຕິວັດຢ່າງອົງອາດກ້າຫານ, ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິ ວັດລາວ ຈົນໄດ້ຮັບໄຊຊະນະຄັ້ງ ຍິ່ງໃຫຍ່ ແລະ ປະການເອກະລາດ, ສະຖາປະນາເປັນສາທາລະນະ ລັດປະຊາທິປະໄຕປະຊາຊົນ ລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ພວກເພິ່ນເຫຼົ່ານັ້ນໄດ້ນໍາເອົາ ຄວາມຢູ່ເຢັນເປັນສຸກມາສູ່ປະ ຊາຊົນລາວບັນດາເຜົ່າ, ເຊິ່ງຜົນ ງານ ແລະ ຄຸນງາມຄວາມດີຂອງພວກເພິ່ນໄດ້ຈາລຶກໄວ້ໃນຄວາມ ຊົງຈຳຂອງປະຊາຊົນລາວບັນ ດາເຜົ່າຕະຫຼອດກາລະນານ ແລະ ເປັນການປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ແສນຮັກຂອງຕົນເຮັດໃຫ້ປະ ເທດຊາດຂອງພວກເຮົາໄດ້ຮັບ ການພັດທະນາເປັນກ້າວໆມາ, ນໍາພາປະເທດຊາດກ້າວເຂົ້າສູ່ຈຸດ ໝາຍສັງຄົມນິຍົມຢ່າງໜັກແໜ້ນ. ໂດຍ: ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ