ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວຕກ ມອບເງິນອຸດໜູນໃຫ້ພະນັກງານທີ່ພັກຜ່ອນຮັບອຸດໜູນ
ເວລາອອກຂ່າວ: 2021-01-21 15:07:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ໃນວັນທີ 5 ມັງກອນ 2021 ນີ້, ວິທະຍາຄານເຕັກນິກການທະ ຫານ (ວຕກ) ໄດ້ຈັດພິທີມອບ ເງິນນະໂຍບາຍອຸດໜູນໃຫ້ພະ ນັກງານທີ່ພັກຜ່ອນຮັບອຸດໜູນ ຈໍານວນ 3 ສະຫາຍ ລວມເປັນ ເງິນທັງໝົດ 125.350.830 ກີບ, ໂດຍການເຂົ້າຮ່ວມ ແລະ ມອບເງິນຂອງ ສະຫາຍ ພັນໂທ ຄໍາເຜີຍ ທໍາມະນີວົງ ຮອງຫົວໜ້າ ຫ້ອງການເມືອງ ວຕກ, ຕະຫຼອດ ຮອດພາກສ່ວນກ່ຽວຂ້ອງ ແລະ ພະນັກງານຮັບອຸດໜູນເຂົ້າຮວ່ມ. ການມອບເງິນນະໂຍບາຍ ຄັ້ງນີ້, ເປັນການປະຕິບັດນະໂຍ ບາຍລວມຂອງພັກ-ລັດ ທີ່ມີຕໍ່ ນາຍ ແລະ ພົນທະຫານ ຖັນແຖວ ກອງທັບປະຊາຊົນລາວ ທີ່ໄດ້ ປະກອບສ່ວນເຂົ້າໃນພາລະກິດ ປົກປັກ ຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ກໍຄືກົມກອງ ຕາມໜ້າທີ່ວຽກງານທີ່ໄດ້ຮັບ ມອບໝາຍ ຕະຫຼອດໄລຍະຜ່ານ ມາທັງເປັນການປະຕິບັດຕາມ ມະຕິຂໍຕົງລົງຂອງກະຊວງປ້ອງ ກັນປະເທດ ວ່າດ້ວຍ ການອະນຸ ມັດໃຫ້ນາຍທະຫານພັກການ ຮັບອຸດໜູນບໍານານ ແລະ ມອບ ເງິນອຸດໜູນໃຫ້ເພື່ອຕອບບຸນ ແທນຄຸນທີ່ແຕ່ລະສະຫາຍໄດ້ເສຍ ສະຫຼະແຮງກາຍ ສະຕິປັນຍາໂຕ ເອງເພື່ອພາລະກິດລວມຂອງ ຊາດ ກໍຄືປະກອບສ່ວນເຂົ້າໃນ ການປັບປຸງກໍ່ສ້າງກົມກອງໃນ ໄລຍະຜ່ານມາ, ເງິນຈໍານວນດັ່ງ ກ່າວມອບໃຫ້ເພື່ອເປັນທຶນໃນ ການປັງປຸງພັດທະນາຊີວິດການ ເປັນຢູ່ໃນຄອບຄົວໃຫ້ດີຂຶ້ນເປັນ ກ້າວໆ ແລະ ໝູນໃຊ້ ເຂົ້າໃນວຽກ ງານທີ່ຈໍາເປັນໃຫ້ສອດຄ່ອງ ເໝາະສົມ. ໂດຍ: ຄໍາຜີວ ພັນວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ