ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສຳຜັດທະເລໝອກຊົມຄວາມງົດງາມຂອງທຳມະຊາດເທິງຈອມພູຜາແດງ
ເວລາອອກຂ່າວ: 2021-01-22 10:56:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ສປປ ລາວເປັນປະເທດໜຶ່ງ ທີ່ໄດ້ນຳໃຊ້ມາດຕະການປິດປະ ເທດ ໂດຍບໍ່ເປີດໃຫ້ຄົນຕ່າງປະ ເທດເດີນທາງເຂົ້າມາທ່ອງທ່ຽວ ໃນ ສປປ ລາວ ເພື່ອເປັນການປ້ອງ ກັນພະຍາດໂຄວິດ-19 ເພາະປະ ຈຸບັນສະພາບການລະບາດຂອງ ພະຍາດດັ່ງກ່າວ ຍັງສືບຕໍ່ລະບາດ ຮ້າຍແຮງໃນຫຼາຍປະເທດທົ່ວ ໂລກ ຈຶ່ງເຮັດໃຫ້ຫຼາຍສະຖານທີ່ ທ່ອງທ່ຽວໄດ້ຮັບຜົນກະທົບ ເພື່ອ ແກ້ໄຂບັນຫາດັ່ງກ່າວບໍ່ຄວນລໍ ຖ້າແຕ່ນັກທ່ອງທ່ຽວຕ່າງປະ ເທດເດີນທາງເຂົ້າມາທ່ຽວໃນ ສປປ ລາວ ຄົນລາວ ກໍສາມາດ ທ່ອງທ່ຽວພາຍໃນປະເທດ ທັງ ເປັນການຊ່ວຍສົ່ງເສີມເສດຖະ ກິດພາຍໃນ ເພາະ ສປປ ລາວ ໄດ້ມີຫຼາຍສະຖານທີ່ທ່ອງທ່ຽວທີ່ ສວຍງາມບໍ່ນ້ອຍໜ້າປະເທດອື່ນ ໂດຍສະເພາະແຂວງຫຼວງພະ ບາງ ນອກຈາກເປັນເມືອງມໍລະ ດົກໂລກແລ້ວຍັງມີຫຼາຍສະຖານ ທີ່ທ່ອງທ່ຽວທີ່ໂດດເດັ່ນສວຍ ງາມທາງທຳມະຊາດທີ່ໜ້າສົນ ໃຈຫຼາຍແຫ່ງ ເຊັ່ນ: ຜາແດງ ຖື ເປັນສະຖານທີ່ທ່ອງທ່ຽວໜຶ່ງທີ່ ເປັນຈຸດຊົມວິວທິວທັດທຳມະຊາດ ທີ່ງົດງາມສາມາດດຶງດູດນັກ ທ່ອງ ທ່ຽວໃຫ້ເດີນທາງໄປສະ ຖານທີ່ດັ່ງກ່າວໄດ້ຢ່າງບໍ່ຂາດ ສາຍ. ຜາແດງຕັ້ງຢູ່ບ້ານໜອງຂຽວ ເມືອງງອຍ ແຄມສາຍນ້ຳອູ ຫ່າງ ຈາກຕົວເມືອງຫຼວງພະບາງ ປະມານ 150 ກິໂລແມັດ ໃຊ້ເວລາ ເດີນທາງ ປະມານ 3-4 ຊົ່ວໂມງ ກໍຈະເຖິງສະຖານທີ່ທ່ອງທ່ຽວ ດັ່ງກ່າວ, ເຊິ່ງຜາແດງເປັນທີ່ຮູ້ຈັກ ຂອງນັກທ່ອງທ່ຽວໃນອີກຊື່ໜຶ່ງ ຄື: ໜອງຂຽວ ເມືອງງອຍ ສະຖານ ທີ່ທ່ອງທ່ຽວທາງທຳມະຊາດ ທີ່ອ້ອມຮອບໄປດ້ວຍພູຜາຫີນທີ່ ສູງຊັນລຽນເປັນແຖວ ເຊິ່ງປົກ ຄຸມໄປດ້ວຍປ່າໄມ້ອັນດົກໜາ ຂຽວງາມຕະຫຼອດປີ ເຮັດໃຫ້ອາ ກາດເຂດນີ້ປອດໂປ່ງບໍລິສຸດອັນ ເປັນສະເໜ່ອັນໜຶ່ງ ທີ່ສາມາດ ດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ເມຶ່ອເດີນທາງມາຮອດໜອງ ຂຽວຈະໄດ້ພົບກັບຂົວເກົ່າແກ່ ຂ້າມນ້ຳອູ ທີ່ສ້າງຂຶ້ນໃນປີ ຄສ 1973 ເປັນຈຸດທີ່ນັກທ່ອງທ່ຽວ ມັກຈະແວ່ເກັບພາບຈຸດນີ້ເປັນ ສະຖານທີ່ໜຶ່ງທີ່ບົ່ງບອກວ່າ ທ່ານມາເຖິງໜອງຂຽວເມືອງ ງອຍແລ້ວນັ້ນເອງ ຜາແດງແຫ່ງ ນີ້ຖືເປັນຈຸດໜຶ່ງທີ່ສາມາດດຶງດູດ ແລະ ມັດໃຈນັກທ່ອງທ່ຽວທີ່ມັກ ຄວາມທ້າທາຍໄດ້ເປັນຢ່າງດີ ໃນ ການຍ່າງຂຶ້ນໄປເທິງຈອມພູໃຊ້ ເວລາປະມານ 2 ຊົ່ວໂມງ ເພື່ອ ສໍາຜັດຄວາມເປັນທໍາມະຊາດ ແບບ 360 ອົງສາ, ເປັນຈຸດຊົມ ວິວທິວທັດທາງທຳມະຊາດທີ່ ບອກໄດ້ວ່າ ເມື່ອທ່ານມາເຖິງ ຈອມພູແຫ່ງນີ້ ທ່ານຈະລືມຄວາມ ອິດເມື່ອຍທີ່ມີມາທັງໝົດເລີຍກໍ ວ່າໄດ້. ສໍາລັບເວລາທີ່ເໝາະສົມ ໃນການເດີນທາງໄປສຳຜັດ ຄວາມງາມຂອງທະເລໝອກເທິງ ຈອມພູໜ່ວຍນີ້ແມ່ນເດືອນຕຸລາ ຫາ ເດືອນກຸມພາ ຖ້າທຸກທ່ານ ເດີນທາງມາໃນໄລຍະນີ້ຮັບຮອງ ວ່າທ່ານຈະໄດ້ສຳຜັດຄວາມງາມ ຂອງທະເລໝອກ ແລະ ອາກາດ ທີ່ເຢັນບໍລິສຸດປອດໂປ່ງ ເປັນພິເສດ ຢ່າງແນ່ນອນ ເຊິ່ງນອກຈາກຜາ ແດງພາຍໃນໜອງຂຽວເມືອງ ງອຍ ຍັງມີແຫຼ່ງທ່ອງທ່ຽວ ແລະ ກິດຈະກຳທ້າທາຍອີກຫຼາຍຢ່າງ ໄວ້ບໍລິການບໍ່ວ່າຈະເປັນໂຫນສະ ລິງ ແລະ ພາຍເຮືອ. ນອກນັ້ນ, ຍັງ ມີທີ່ພັກຮ້ານອາຫານລາວ ແລະ ຕ່າງປະເທດໄວ້ບໍລິການ ຮັບຮອງ ວ່າທ່ານຈະໄດ້ຄວາມປະທັບໃຈ ແລະ ໄດ້ເກັບພາບງາມໆເພື່ອບັນ ທຶກເປັນຄວາມຊົງຈຳດີໆກັບການ ເດີນທາງມາທ່ອງທ່ຽວສະຖານ ທີ່ອັນປະທັບໃຈແຫ່ງນີ້. ໂດຍ: ອານຸສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ