ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫຼາຍພາກສ່ວນອວຍພອນກົມກອງທະຫານໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 72 ປີ
ເວລາອອກຂ່າວ: 2021-01-27 08:46:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1772 | ຄວາມນິຍົມ:



ໃນໂອກາດວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 72 ປີ, ໃນປີ 2021 ນີ້, ມີຫຼາຍພາກ ສ່ວນໄດ້ນໍາເອົາກະຕ່າດອກ ໄມ້-ກະຕ່າຂອງຂວັນເຂົ້າອວຍ ພອນກົມກອງທະຫານ ເພື່ອພ້ອມ ກັນສະເຫຼີມສະຫຼອງວັນດັ່ງກ່າວ ຢ່າງເປັນຂະບວນການຟົດຟື້ນ ແລະ ມີເນື້ອໃນຄວາມໝາຍເລິກ ເຊິ່ງ. ໃນນີ້, ທ່ານ ນາງ ແສງເດືອນ ວົງອິນ ປະທານສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍ່ແຮ່, ຮອງຫົວໜ້າກົມນິຕິກຳ ພ້ອມ ດ້ວຍຄະນະ ໄດ້ນໍາເອົາກະຕ່າ ດອກໄມ້ ພ້ອມດ້ວຍເງິນສົດຈໍາ ນວນ 5.000.000 ກີບ ມາມອບ ແລະ ອວຍພອນຫ້ອງການສະ ຫະພັນແມ່ຍິງກະຊວງປ້ອງກັນ ປະເທດ, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການສະຫະພັນແມ່ຍິງກະຊວງປ້ອງ ກັນປະເທດ ພ້ອມຄະນະ, ສ່ວນ ການນໍາແຂວງບໍລິຄໍາໄຊ ນໍາໂດຍ ທ່ານ ເລື່ອນວິໄລ ຈັນທະລາພັນ ກໍາມະການຄະນະປະຈໍາພັກ ແຂວງ ພ້ອມຄະນະໄດ້ນໍາເອົາກະ ຕ່າຂອງຂວັນເຂົ້າອວຍພອນຄະ ນະພັກ-ຄະນະບັນຊາ ກອງພັນ ໃຫຍ່ 642, ພ້ອມທັງນໍາເອົາອຸປະ ກອນກີລາມາມອບໃຫ້ ແລະ ສ້າງ ຂະບວນການແຂ່ງຂັນກີລາບານ ເຕະມິດຕະພາບຮ່ວມກັນອີກດ້ວຍ ແລະ ໃນວັນດຽວກັນນັ້ນ, ທ່ານ ລົມ ແພງສຸກ ກໍາມະການພັກ ແຂວງ ຫົວໜ້າພະແນກສຶກສາ ທິການ ແລະ ກີລາແຂວງ ແລະ ທ່ານ ໃສຄໍາ ທອງລັດ ກໍາມະການ ພັກແຂວງ ປະທານເສດຖະກິດ ແຜນການ ແລະ ການເງິນແຂວງ ພ້ອມຄະນະໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງພັນໃຫຍ່ 642 ເຊັ່ນດຽວກັນ; ຄະນະນໍາ ເມືອງທຸລະຄົມແຂວງວຽງຈັນ ນໍາໂດຍ ທ່ານ ນາງ ວົງເດືອນ ວັດ ຕະໂສ ກຳມະການພັກແຂວງ ເຈົ້າ ເມືອງໆທຸລະຄົມ ໄດ້ນໍາເອົາກະ ຕ່າຂອງຂວັນເຂົ້າອວຍພອນ ຄະນະພັກ-ຄະນະບັນຊາກອງ ພັນໃຫຍ່ 497, ໂດຍການຕ້ອນຮັບ ຂອງ ສະຫາຍ ພັນເອກ ຄຳເພັງ ແກ້ວວົງສາ ຫົວໜ້າການເມືອງ ກອງພັນໃຫຍ່ 497 ພ້ອມດ້ວຍຄະ ນະ; ກົງສູນ, ບໍລິສັດໂກເອັກໂກ, ໜ່ວຍງານຂຸດຄົ້ນອັດຖິ ສສ ຫວຽດ ນາມ ປະຈໍາແຂວງສະຫວັນນະ ເຂດໄດ້ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງພົນທີ 4 ໂດຍ ການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພັນອກ ສົມຈິດ ກິດຕິ ຍະລາດ ຫົວໜ້າການເມືອງ ພ້ອມດ້ວຍຄະນະບັນຊາ ອົງການ 5 ຫ້ອງ; ສະຫາຍ ພົນຈັດຕະ ວາ ຄໍາແພງ ລາວລີ ຮອງຫົວ ໜ້າກົມໃຫຍ່ພະລາທິການກະ ຊວງປ້ອງກັນຄວາມສະຫງົບ ແລະ ສະຫາຍ ພັນໂທ ບຸນປະດິດ ວົງພູທອນ ຫົວໜ້າຄະນະວິຊາຄູ ສອບສວນ-ສືບສວນວິທະຍາ ຄານສັນຕິບານປະຊາຊົນ ໄດ້ເຂົ້າ ອວຍພອນຄະນະພັກ-ຄະນະອໍາ ນວຍການວິທະຍາຄານພະລາ ທິການກອງທັບ (ວພກ), ໂດຍ ການຕ້ອນຮັບຂອງ ສະຫາຍ ພົນ ຈັດຕະວາ ປອ ບົວເຮືອງ ສົມ ຟອງບຸດຕາຂັນ ຫົວໜ້າການ ທະຫານ ວພກ ພ້ອມຄະນະ. ພ້ອມດຽວກັນນັ້ນ, ໄດ້ສ້າງກິດ ຈະກໍາແຂ່ງຂັນກີລາມິດຕະພາບ ຮ່ວມກັນອີກດ້ວຍ; ສ່ວນສະ ຫາຍ ພັນເອກ ບຸນຕາ ສິນນະ ວົງ ຫົວໜ້າການເມືອງກອງພັນ ໃຫຍ່ 584 ໄດ້ຕ້ອນຮັບການ ເຂົ້າອວຍພອນຈາກຫຼາຍພາກ ສ່ວນ ໃນນັ້ນ, ມີ ສະຫາຍ ພັນໂທ ທອງລິນ ໄຊສີມຸນທາ ຫົວໜ້າ ກອງກໍ່ສ້າງຮາກຖານ 913, ທ່ານ ອິນຕອງ ໂຄດປັນຍາ ເຈົ້າເມືອງ ເມືອງລ້ອງແຈ້ງ ແຂວງໄຊສົມ ບຸນ, ທ່ານ ເອກທອງ ຄໍາບານ ໄຊ ຮອງປະທານຮ່ວມເສດຖະ ກິດບໍ່ຄໍາ TT ໄຊສົມບູນຈໍາກັດ, ບໍລິສັດໂກເອໂກ ແຂວງໄຊສົມບູນ, ກອງຂຸດຄົ້ນອັດຖິເມືອງລ້ອງ ແຈ້ງ ແລະ ຫ້ອງການສະຫະພັນ ແມ່ຍິງເມືອງລ້ອງແຈ້ງ; ໂຮງ ຮຽນສາທາລະນະສຸກແຂວງອຸ ດົມໄຊ ນຳໂດຍ ທ່ານ ນາງຈັນມາ ລີ ອິນພູວຽງ ຄະນະອໍານວຍ ການໂຮງຮຽນສາທາລະນະສຸກ ພ້ອມດ້ວຍທີມງານໄດ້ນໍາເອົາກະ ຕ່າຂອງຂວັນເຂົ້າອວຍພອນຫ້ອງ ການເມືອງທະຫານແຂວງອຸ ດົມໄຊ, ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ໄຊພອນ ກໍຊົມພູ ຮອງຫົວໜ້າຫ້ອງການເມືອງ ທະຫານແຂວງ ພ້ອມດ້ວຍອົງ ການຈັດຕັ້ງສະຫະພັນແມ່ຍິງເຂົ້າ ຮ່ວມ. ໂອກາດນີ້, ໂຮງຮຽນ ສາທາລະນະສຸກແຂວງອຸດົມໄຊ ຍັງໄດ້ນໍາເອົາວັດຖຸປັດໄຈຈໍາ ນວນໜຶ່ງມາມອບຜ່ານຫ້ອງການ ເມືອງທະຫານແຂວງ ເພື່ອນໍາ ໄປມອບຕໍ່ໃຫ້ພະນັກ ງານ-ນັກຮົບ ທີ່ພວມປະຕິບັດໜ້າທີ່ຢູ່ເຂດຫ່າງ ໄກສອກຫຼີກອີກດ້ວຍ; ສະຫາຍ ພັນເອກ ຫງວຽນວັນນາມ ຫົວ ໜ້າການທະຫານກອງຂຸດຄົ້ນ ອັດຖິທະຫານແຂວງເຫງະອານ ສສ ຫວຽດນາມ ປະຈໍາແຂວງ ຊຽງຂວາງ ພ້ອມດ້ວຍຄະນະໄດ້ ນໍາເອົາກະຕ່າຂອງຂວັນເຂົ້າ ອວຍພອນຄະນະພັກ-ຄະນະ ບັນຊາກອງບັນຊາການທະຫານ ແຂວງໄຊສົມບູນ, ໂດຍການ ຕ້ອນຮັບຂອງ ສະຫາຍ ພັນເອກ ໝອນຄໍາ ດວງສະຫວັນ ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງໄຊສົມບູນ ພ້ອມດ້ວຍ ຄະນະ ແລະ ໃນວັນດຽວກັນນັ້ນ ບໍລິສັດແຊັກວາຍ ແລະ ບໍລິສັດ ແຮ່ທາດໂກເອໂກ ພ້ອມດ້ວຍ ທີມງານ ກໍໄດ້ນໍາເອົກະຕ່າຂອງ ຂວັນເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງບັນຊາການ ທະຫານແຂວງໄຊສົມບູນເຊັ່ນ ດຽວກັນ, ສ່ວນສະຫາຍ ພັນໂທ ວັນຄໍາ ສາຍຕາແກ້ວ ຄະນະພັກ ກົມສື່ມວນຊົນ ຜູ້ຊີ້ນໍາກອງບັນ ນາທິການໜັງສືພິມປ້ອງກັນ ຄວາມສະຫງົບ ພ້ອມຄະນະໄດ້ ນໍາເອົາກະຕ່າຂອງຂວັນເຂົ້າ ອວຍພອນ ກອງບັນນາທິການໜັງ ສືພິມກອງທັບ ໂດຍການຕ້ອນຮັບ ຂອງ ສະຫາຍ ພັນເອກ ຄໍາສາວ ແກ້ວວິເສດ ຫົວໜ້າກອງບັນ ນາທິການໜັງສືພິມກອງທັບປະ ຊາຊົນລາວ ພ້ອມດ້ວຍຄະນະ ແລະ ຢູ່ໂຮງຮຽນທິດສະດີການ ເມືອງກອງທັບ ສະຫາຍ ພົນຈັດ ຕະວາ ປອ ຄໍາຜາຍ ສະພັງເໜືອ ຫົວໜ້າການເມືອງໂຮງຮຽນດັ່ງ ກ່າວພ້ອມຄະນະ ໄດ້ຕ້ອນຮັບການ ເຂົ້າອວຍພອນຈາກພາກສ່ວນ ຕ່າງໆ. ໃນນັ້ນ, ມີ ສະຫາຍ ພັນໂທ ຫງວຽນມິນຫາຍ ຮອງຫົວໜ້າ ຫ້ອງການທີ່ປຶກສາທູດປ້ອງກັນ ຊາດ ສສ ຫວຽດນາມ ປະຈໍາລາວ ພ້ອມຄະນະ, ສະຫາຍ ພັນໂທ ປອ ສຸກນິລັນດອນ ກຸນລະວົງ ຮອງຫົວໜ້າອໍານວຍການໂຮງ ຮຽນທິດສະດີ ປກສ ພ້ອມຄະນະ, ທ່ານ ຈິດຕະພອນ ອັກຄະວົງ ຄະນະປະຈໍາພັກເມືອງ ຫົວໜ້າ ຄະນະຈັດຕັ້ງເມືອງໄຊເສດຖາ ພ້ອມຄະນະ ແລະ ອົງການຈັດຕັ້ງ ຊາວໜຸ່ມ-ແມ່ຍິງໂຮງຮຽນທິດ ສະດີການເມືອງກອງທັບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ