ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫຼາຍພາກສ່ວນສືບຕໍ່ເຂົ້າອວຍພອນກົມກອງທະຫານເຮົາໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 72 ປີ
ເວລາອອກຂ່າວ: 2021-01-28 08:44:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1147 | ຄວາມນິຍົມ:



ໃນໂອກາດວັນສ້າງຕັ້ງກອງ ທັບປະຊາຊົນລາວໝູນວຽນມາ ຄົບຮອບ 72 ປີ ໃນປີ 2021 ນີ້, ມີຫຼາຍພາກສ່ວນໄດ້ນໍາເອົາ ກະຕ່າດອກໄມ້-ກະຕ່າຂອງ ຂວັນເຂົ້າອວຍພອນກົມກອງທະ ຫານເຮົາ ເພື່ອພ້ອມກັນສະເຫຼີມ ສະຫຼອງວັນດັ່ງກ່າວໃຫ້ເປັນຂະ ບວນການຟົດຟື້ນ ແລະ ມີເນື້ອ ໃນຄວາມໝາຍເລິກເຊິ່ງ. ໃນນີ້, ທ່ານ ວັນທອນ ບຸດສົມ ພັນ ຮອງຫົວໜ້າພະແນກອຸດ ສາຫະກຳ ແລະ ການຄ້າແຂວງ ຄຳມ່ວນ ພ້ອມຄະນະໄດ້ນຳເອົາ ກະຕ່າຂອງຂວັນເຂົ້າອວຍພອນ ກອງບັນຊາການທະຫານແຂວງ ຄຳມ່ວນ, ໂດຍການຕ້ອນຮັບ ຂອງ ສະຫາຍ ພົນຈັດຕະວາ ສົມ ແຄນ ອັບປະສອນ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງຄຳມ່ວນພ້ອມຄະນະ; ສ່ວນ ສະຫະພັນນັກຮົບເກົ່າແຂວງບໍ ລິຄຳໄຊ ເຊິ່ງນຳໂດຍ ສະຫາຍ ພັນເອກ ອຸ່ນເຮືອນ ສີຈັນເດືອນ ຮອງປະທານ, ປະທານກວດກາ ພັກສະຫະພັນນັກຮົບເກົ່າແຂວງ ດັ່ງກ່າວ ແລະ ຫ້ອງການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊນຳໂດຍ ສະຫາຍ ພັນເອກ ດວງສີ ພັນທະວົງ ຫົວ ໜ້າຫ້ອງການ ກຳມະການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ພ້ອມຄະນະໄດ້ນຳເອົາກະ ຕ່າຂອງຂວັນເຂົ້າອວຍພອນກອງ ບັນຊາການທະຫານແຂວງບໍລິ ຄຳໄຊ ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ຄຳແດງ ແພງພົງພັນ ຫົວໜ້າການທະ ຫານກອງບັນຊາການທະຫານ ແຂວງດັ່ງກ່າວພ້ອມຄະນະ; ຄະນະນຳກອງບັນຊາການ ທະ ຫານແຂວງສາລະວັນ ເຊິ່ງ ນຳໂດຍ ສະຫາຍ ພັນໂທ ວິໄລ ພົມມະວົງ ຫົວໜ້າຫ້ອງການ ບໍລິຫານກອງບັນຊາການທະ ຫານແຂວງສາລະວັນ ພ້ອມ ຄະນະໄດ້ນຳເອົາກະຕ່າຂອງ ຂວັນເຄື່ອນໄຫວຢ້ຽມຢາມ ແລະ ອວຍພອນບັນດາພະນັກງານ ບຳນານ ແລະ ພະນັກງານເສຍ ອົງຄະ; ສ່ວນກອງພົນທີ 2 ພະ ນັກງານ-ນັກຮົບບັນດາພະແນກ ການຂອງຫ້ອງການເມືອງ ກອງ ພົນທີ 2 ໄດ້ເອົາກະຕ່າດອກໄມ້ ເຂົ້າອວຍພອນຄະນະພັກ-ຄະ ນະບັນຊາກອງພົນທີ 2, ໂດຍ ການຕ້ອນຮັບຂອງ ສະຫາຍ ພັນໂທ ວົງເພັດ ເພັງພານິດ; ສ່ວນກອງພັນໃຫຍ່ 102 ສອງ ອົງການຈັດຕັ້ງມະຫາຊົນ ຊາວ ໜຸ່ມ-ແມ່ຍິງ ເຊິ່ງນຳໂດຍ ສະ ຫາຍ ພັນຕີ ຫົງທອງ ວິໄລຟອງ ຫົວໜ້າຂະແໜງຊາວໜຸ່ມພ້ອມ ຄະນະ ໄດ້ນຳເອົາກະຕ່າຂອງ ຂວັນ ອວຍພອນຄະນະພັກ-ຄະ ນະບັນຊາກອງພັນໃຫຍ່ 102, ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ສົມຈັນ ກອງໄຊສອນ ຫົວໜ້າການເມືອງກອງພັນໃຫຍ່ ດັ່ງກ່າວພ້ອມຄະນະ; ສ່ວນກອງ ປະຕິບັດງານພິເສດ 589 ສສ ຫວຽດນາມ ເຊິ່ງນຳໂດຍ ທ່ານ ພັນໂທ ເລຕືຕວ໋ຽນ ຫົວໜ້າ ການທະຫານກອງປະຕິບັດງານ ພິເສດ 589 ພ້ອມຄະນະໄດ້ ນຳເອົາກະຕ່າດອກໄມ້ ແລະ ເງິນສົດຈຳນວນ 20 ລ້ານດົງ ເຂົ້າອວຍພອນກອງບັນຊາ ການທະຫານແຂວງຄຳມ່ວນ, ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ສົມແຄນ ອັບປະ ສອນ ຫົວໜ້າການເມືອງກອງ ບັນຊາການທະຫານແຂວງຄຳ ມ່ວນພ້ອມຄະນະ; ສະຫາຍ ພົນ ຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະ ຫວັດສາດການທະຫານກະຊວງ ປ້ອງກັນປະເທດໄດ້ຕ້ອນຮັບ ການເຂົ້າອວຍພອນຈາກພາກ ສ່ວນຕ່າງໆ ໃນນັ້ນ, ສະຫາຍ ພັນເອກ ບັນເທົາ ພິມພິສານ ຮອງຫົວໜ້າກົມຄົ້ນຄວ້າວິທະ ຍາສາດ-ປະຫວັດສາດ ກະຊວງ ປ້ອງກັນຄວາມສະຫງົບ, ສະຫາຍ ພັນ ໂທ ຕຸ້ຍວົງໄຊ ພິມວົງສາ ຫົວ ໜ້າພະແນກກອງຕີພິເສດ ແລະ ເກັບກູ້ລະເບີດກອງບັນຊາການ ປ້ອງກັນເຄື່ອນທີ່ ກະຊວງປ້ອງ ກັນຄວາມສະຫງົບ ແລະ ສະ ຫາຍ ພັນໂທ ຫງວຽນບັນຕ້ວນ ຮອງທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ພ້ອມຄະນະໄດ້ ເອົາກະຕ່າຂອງຂວັນເຂົ້າອວຍ ພອນ; ສ່ວນຄະນະນຳເມືອງທ່າ ແຕງ ແຂວງເຊກອງ ເຊິ່ງນຳໂດຍ ທ່ານ ສົມເພັດ ເອີດລັດດາ ເລຂາພັກ ເມືອງເຈົ້າເມືອງໆທ່າແຕງ ແຂວງ ເຊກອງ ພ້ອມຄະນະໄດ້ນຳເອົາ ກະຕ່າຂອງຂວັນເຂົ້າອວຍພອນ ຄະນະພັກ-ຄະນະບັນຊາກອງບັນ ຊາການທະຫານເມືອງທ່າແຕງ, ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ແສງມະນີ ດາລາສິນ ຫົວ ໜ້າກອງບັນຊາການທະຫານ ແຂວງເມືອງທ່າແຕງ ພ້ອມຄະ ນະ; ທ່ານ ນາງ ແສງສະເດັດ ແສງມະນີ ຮັກສາການຫົວໜ້າ ລັດວິສາຫະກິດລາວໂທລະຄົມ ສາຂາແຂວງວຽງຈັນ ພ້ອມຄະ ນະໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນຄະນະນຳກອງ ພົນທີ 1, ໂດຍການຕ້ອນຮັບ ຂອງ ສະຫາຍ ພັນເອກ ວົງຈັນ ພັນຈັນທະມານ ຫົວໜ້າການ ເມືອງກອງພົນທີ 1 ພ້ອມຄະນະ; ສະຫາຍ ພັນເອກ ຖາວອນ ແກ້ວອິນທະວົງ ຫົວໜ້າການ ເມືອງວິທະຍາຄານກົມມະດຳ ພ້ອມຄະນະໄດ້ຕ້ອນຮັບການ ເຂົ້າອວຍພອນຈາກພາກສ່ວນ ຕ່າງໆ ໃນນັ້ນ, ມີການນຳປົກ ຄອງເມືອງໂພນໂຮງ, ວິທະຍາ ຄານສັນຕິບານປະຊາຊົນ, ວິທະ ຍາໄລເຕັກໂນໂລຊີ-ບຸນເກີດ, ທະ ນາຄານການຄ້າຕ່າງປະເທດ ລາວມະຫາຊົນ ແລະ ບ້ານແຮກ ສ່ຽວ 32 ໝູ່ບ້ານ; ສະຫາຍ ພັນເອກ ສີວິໄຊ ເພັງສັນຕິສຸກ ຮອງກອງບັນ ຊາການຫົວໜ້າ ຫ້ອງການເມືອງທະຫານແຂວງ ຫຼວງພະບາງ ພ້ອມຄະນະໄດ້ນຳ ເອົາກະຕ່າຂອງຂວັນເຂົ້າອວຍ ພອນສະຫະພັນນັກຮົບເກົ່າແຂວງ ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ໄຊພອນ ຄົມອາລຸນ ປະ ທານສະຫະພັນນັກຮົບເກົ່າແຂວງ ພ້ອມຄະນະ; ສະຫາຍ ພັນເອກ ສຳລີ ແກ້ວວົງສອງ ຫົວໜ້າ ການທະຫານກອງບັນຊາການ ທະຫານແຂວງສາລະວັນ ພ້ອມ ຄະນະໄດ້ເອົາກະຕ່າຂອງຂວັນ ເຂົ້າອວຍພອນ ສະຫາຍ ພົນຈັດ ຕະວາ ພູວຽງ ລ່ຽມມະວົງສາ ອະດີດຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ສາລະວັນ; ສະຫາຍ ພັນເອກ ພູວັນ ພິມມະຈັນ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງສາລະວັນ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າອວຍພອນ ຈາກພາກສ່ວນຕ່າງໆ ໃນນັ້ນ, ສະຫາຍ ພັນໂທ ເຄນຄຳ ວໍລິ ຈິດ ຫົວໜ້າຫ້ອງການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແຂວງສາລະວັນ ພ້ອມຄະນະ ແລະ ສະຫາຍ ພັນໂທ ແພງສີ ໄຊຍະເພັດ ຮອງຫົວໜ້າກອງ ບັນຊາການປ້ອງກັນຄວາມສະ ຫງົບແຂວງດັງກ່າວ ພ້ອມຄະ ນະ; 5 ໜ່ວຍພັກທີ່ຂຶ້ນກັບຄະ ນະພັກຮາກຖານຫ້ອງການເມືອງ ທະຫານແຂວງຫຼວງພະບາງ ເຊິ່ງນຳໂດຍ ສະຫາຍ ພັນໂທ ທອງໄຊ ໄພຍະສິດ ເລຂາໜ່ວຍ ພັກໂຄສະນາອົບຮົມ ພ້ອມຄະ ນະໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນຄະນະພັກ-ຄະ ນະບັນຊາຫ້ອງການເມືອງທະ ຫານແຂວງຫຼວງພະບາງ ໂດຍ ການຕ້ອນຮັບຂອງ ສະຫາຍ ພັນ ເອກ ສີວິໄຊ ເພັງສັນຕິສຸກ ຫົວ ໜ້າຫ້ອງການເມືອງທະຫານ ແຂວງດັ່ງກ່າວ ພ້ອມຄະນະ; ພະ ແນກການທົ່ວຫ້ອງການເມືອງທະ ຫານນະຄອນຫຼວງວຽງຈັນ ເຊິ່ງ ນຳໂດຍ ສະຫາຍ ພັນໂທ ເກ ສອນ ອິນທະວົງສ໌ ຫົວໜ້າພະ ແນກບໍລິຫານ ຫ້ອງການເມືອງ ທະຫານນະຄອນຫຼວງວຽງຈັນ ພ້ອມຄະນະໄດ້ເອົາກະຕ່າຂອງ ຂວັນ ເຂົ້າອວຍພອນ ສະຫາຍ ພັນເອກ ບົວເງິນ ຫົງໄຂຄຳ ຫົວ ໜ້າຫ້ອງການເມືອງທະຫານນະ ຄອນຫຼວງວຽງຈັນພ້ອມຄະນະ; ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຄຳມ່ວນ ພ້ອມຄະນະໄດ້ເອົາກະ ຕ່າຂອງຂວັນເຂົ້າອວຍພອນສະ ຫາຍ ພັນເອກ ຄຳມອນ ບຸນໂຈມ ເຮືອງສີ ແລະ ສະຫາຍ ພັນໂທ ບຸນແນັກ ກ້ຽງປະຊາ ອະດີດຄະ ນະພັກ-ຄະນະນຳກອງບັນຊາ ການທະຫານແຂວງຄຳມ່ວນ ແລະ ຢູ່ວິທະຍາຄານເຕັກນິກການ ທະຫານ, ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ອຳນວຍ ການວິທະຍາຄານເຕັກນິກການ ທະຫານ ພ້ອມຄະນະໄດ້ຕ້ອນ ຮັບການເຂົ້າອວຍພອນຈາກພາກ ສ່ວນຕ່າງໆ ໃນນັ້ນ, ວິທະຍາ ຄານຕຳຫຼວດປະຊາຊົນ, ວິທະ ຍາຄານສັນຕິບານປະຊາຊົນ, ອົງການປົກຄອງບ້ານເມືອງ ໄຊທານີ, ຄະນະພັກກຸ່ມບ້ານ ໂຄກສີວິໄລ ແລະ ອຳນາດການ ປົກຄອງບ້ານອ້ອມຂ້າງກົມກອງ ໄດ້ນຳເອົາກະຕ່າຂອງຂວັນເຂົ້າ ອວຍພອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ