ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫວຽດນາມ ຖືເອົາປະຊາຊົນເປັນໃຈກາງໃນການວາງນະໂຍບາຍພັດທະນາ ແລະ ຮອດປີ 2025 ຈະສ້າງລັດຖະບານເອເລັກໂຕນິກສຳເລັດ
ເວລາອອກຂ່າວ: 2021-01-29 17:52:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:



ວັນທີ 27 ມັງກອນ, ເປັນມື້ ທີ 3 ຂອງກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XIII ຂອງພັກ ກອມມູນິດຫວຽດນາມ, ບັນດາຜູ້ແທນໄດ້ເຮັດວຽກຢູ່ຫໍປະຊຸມ, ປຶກ ສາຫາລືບັນດາເອກະສານກອງ ປະຊຸມໃຫຍ່. ໃນຕອນເຊົ້າ, ກອງ ປະຊຸມດຳເນີນໄປພາຍໃຕ້ການບໍ ລິຫານຂອງທ່ານນາຍົກລັດຖະ ມົນຕີຫວຽດນາມ ຫງວຽນຊວນ ຝຸກ. ໜຶ່ງໃນບັນດາເນື້ອໃນທີ່ໄດ້ ກ່າວເຖິງທີ່ກອງປະຊຸມແມ່ນການ ປຸກລຸກກຳລັງແຮງແຫ່ງຊາດ, ຖືເປັນສຳຄັນທັດສະນະຖືປະຊາ ຊົນເປັນກົກ. ສະເໜີບົດປະກອບ ຄວາມເຫັນໃນຕອນເຊົ້າວັນທີ 27 ມັງກອນ, ທ່ານ ເຈິ່ນແທັງເໝີນ, ປະ ທານຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດ ນາມ, ໄດ້ຍົກບັນຫາເຊິ່ງປະ ເທດພວມຢູ່ໃນໄລຍະຫັນເປັນ ອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງ, ວາງອອກຫຼາຍບັນ ຫາໃໝ່. ໃນຂະນະນັ້ນ, ຜົນກະທົບ ຈາກໄພທຳມະຊາດ, ພະຍາດລະ ບາດ, ການປ່ຽນແປງຂອງດິນຟ້າອາກາດນັບມື້ນັບເພີ່ມຂຶ້ນ; ການຈຳແນກລະຫວ່າງຄວາມຮັ່ງ ມີ-ທຸກຍາກໃນສັງຄົມກໍໄດ້ເກີດ ຂຶ້ນຢ່າງຈະແຈ້ງ. ການເຄື່ອນ ໄຫວຂອງແນວໂຮມປະເທດ ຊາດແມ່ນມຸ່ງໄປສູ່ຂັ້ນຮາກຖານ; ເຕົ້າໂຮມກຳລັງແຮງຂອງປະ ຊາຊົນທັງຢູ່ພາຍໃນ ແລະ ຕ່າງ ປະເທດ ເພື່ອປະຕິບັດມະຕິຂອງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກຢ່າງມີໄຊ. “ໜຶ່ງໃນບັນດາບົດຮຽນສຳ ຄັນ, ປະກອບສ່ວນສ້າງບັນດາຜົນ ງານທີ່ຍິ່ງໃຫຍ່ຕະຫຼອດໄລຍະ ປະຫວັດສາດແມ່ນບົດຮຽນຖືປະ ຊາຊົນເປັນກົກ, ເສີມຂະຫຍາຍ ບົດບາດເປັນເຈົ້າ, ກຳລັງປະດິດ ຄິດສ້າງ ແລະ ແຫຼ່ງກຳລັງຂອງ ປະຊາຊົນ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການ ໃນສະພາບຕົວຈິງ ແລະ ເປົ້າໝາຍ ພັດທະນາແບບຍືນຍົງຂອງພັກ, ຍິ່ງຕ້ອງເອົາໃຈໃສ່ເຖິງການເຕົ້າ ໂຮມ, ຂົນຂວາຍປະຊາຊົນປະຕິ ບັດແຜນນະໂຍບາຍ, ແນວທາງ ຂອງພັກ, ນະໂຍບາຍກົດໝາຍ ຂອງລັດໃຫ້ດີກວ່າເກົ່າ, ເສີມ ຂະຫຍາຍກຳລັງແຮງອັນໃຫຍ່ ຫຼວງຂອງປະຊາຊົນ, ສ້າງຄວາມ ເຫັນດີເຫັນພ້ອມໃນບັນດາຂະ ບວນການສ້າງສາ ແລະ ປົກປັກ ຮັກສາປະເທດຊາດ, ປະຕິບັດພາ ລະກິດຫັນປະເທດຊາດເປັນປະ ເທດອຸດສາຫະກຳ ແລະ ທັນສະໄໝ ຢ່າງສຳເລັດຜົນ.” ນອກຈາກນີ້ຍັງໄດ້ປຶກສາຫາ ລືກ່ຽວກັບການສ້າງ ແລະ ປະຕິບັດ ສຳເລັດພື້ນຖານການເງິນແຫ່ງຊາດຕາມທິດທັນສະໄໝ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາແບບຍືນຍົງຂອງປະເທດຊາດ, ທ່ານ ດິງຕ໊ຽນຢຸງ ລັດຖະມົນຕີກະຊວງການເງິນ ຫວຽດນາມໃຫ້ຮູ້ວ່າ, ຫວຽດາມ ໄດ້ຍູ້ແຮງການສ້າງໂຄງປະກອບ ໜີ້ສິນສາທາລະນະຄືນໃໝ່ຕາມ ທິດຍືນຍົງກວ່າ, ເພີ່ມອັດຕາສ່ວນ ເງິນກູ້ພາຍໃນປະເທດຈາກລະດັບ 39% ໃນປີ 2011 ຂຶ້ນເປັນ 64% ໃນປີ 2020 ; ຫຼຸດຜ່ອນຂອບຂະ ໜາດໜີ້ສາທາລະນະແຕ່ລະດັບ 63,7% ໃນປີ 2016 ລົງເຫຼືອ ພຽງ 55,8% ໃນທ້າຍປີ 2020. “ເປົ້າໝາຍຮອດປີ 2025 ແມ່ນ ຈະປະຕິບັດສຳເລັດລັດຖະບານ ເອເລັກໂຕນິກ, ລັດຖະບານດີຈີຕອນໃນຂົງເຂດການເງິນແຫ່ງ ຊາດ, ການເງິນສາທາລະນະ, ຕົ້ນ ຕໍແມ່ນທະນາຄານແຫ່ງລັດ, ພາສີ ອາກອນ, ຫຼັກຊັບ, ການບໍລິຫານທຶນຂອງລັດຢູ່ວິສາຫະກິດ”. ໃນວາລະປຶກສາຫາລືນີ້, ບັນ ດາຜູ້ແທນຕ່າງກໍມີຄວາມເຫັນ ດີເປັນເອກະພາບຢ່າງສູງຕໍ່ເປົ້າ ໝາຍໃນບົດລາຍງານການເມືອງ ກ່ຽວກັບການປ່ຽນແປງໃໝ່ຮູບ ແບບການເຕີບໂຕຢ່າງແຮງ ແລະ ມີປະສິດທິຜົນ, ສ້າງໂຄງປະກອບ ເສດຖະກິດຄືນໃໝ່, ຍູ້ແຮງການ ຫັນເປັນອຸດສາຫະກຳ, ຫັນເປັນ ທັນສະໄໝ; ສ້າງພື້ນຖານອຸດສາ ຫະກຳແຫ່ງຊາດເປັນທັນສະໄໝ, ໝັ້ນຄົງ, ເຂັ້ມແຂງ. ສົ່ງເສີມ ບັນດາວິສາຫະກິດຫວຽດນາມ ເຂົ້າຮ່ວມພັດທະນາຂະແໜງອຸດສາຫະກຳໃໝ່, ທັນສະໄໝ. ຕາມຜູ້ແທນຫຼາຍທ່ານແລ້ວ, 3 ຂອດບຸກທະລຸ ເຊິ່ງພັກກອມມູນິດ ຫວຽດນາມ ໄດ້ຍົກອອກໃນກອງ ປະຊຸມໃຫຍ່ ຄັ້ງທີ XIII ນີ້, ມີຈຸດ ໃໝ່ລະອຽດຫຼາຍຢ່າງ ແລະ ອັບ ເດດໄດ້ສະພາບການຜັນແປໃໝ່ ຂອງຍຸກສະໄໝ, ເປັນຕົ້ນແມ່ນ ຂອດບຸກທະລຸຍຸດທະສາດກ່ຽວ ກັບການສ້າງລະບົບໂຄງປະກອບ ພື້ນຖານໂຄງລ່າງ, ຮ່າງເອກະ ສານຄັ້ງນີ້ໄດ້ຊີ້ແຈ້ງວ່າ: ຕ້ອງ ພັດທະນາຢ່າງຄົບຊຸດ, ທັນສະໄໝ ນັບທັງດ້ານເສດຖະກິດ ແລະ ສັງຄົມ, ກ່ຽວກັບສະພາບແວດ ລ້ອມ ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ບຸລິມະ ສິດພັດທະນາບາງກິດຈະກຳຈຸດ ສຸມຂອງຊາດກ່ຽວກັບການຄົມ ມະນາຄົມ, ຮັບມືກັບການປ່ຽນ ແປງຂອງດິນຟ້າອາກາດ; ເອົາໃຈ ໃສ່ເປັນພິເສດເຖິງການພັດທະນາ ໂຄງລ່າງສື່ສານ, ໂທລະຄົມມະນາ ຄົມ, ສ້າງພື້ນຖານແກ່ການຫັນ ເປັນດີຈີຕອນແຫ່ງຊາດ, ພັດທະ ນາເສດຖະກິດດີຈີຕອນ ແລະ ສັງ ຄົມດີຈີຕອນເທື່ອລະກ້າວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ