ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 645 ມອບເງິນນະໂຍບາຍໃຫ້ຄອບຄົວຜູ້ເສຍຊີວິດ
ເວລາອອກຂ່າວ: 2021-01-29 18:00:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1593 | ຄວາມນິຍົມ:



v ໃນວັນທີ 26 ມັງກອນ 2021 ນີ້, ກອງພັນໃຫຍ່ 645 ໄດ້ຈັດພິທີ ມອບເງິນນະໂຍບາຍໃຫ້ຄອບ ຄົວພະນັກງານຜູ້ເສຍຊີວິດຈຳ ນວນ 2 ຄອບຄົວ ລວມເງິນ ທັງ ໝົດ 222.106.537 ກີບ, ໂດຍ ການເຂົ້າຮ່ວມມອບເງິນຂອງ ສະຫາຍ ພັນໂທ ຄຳຜາຍ ເຄນ ນະຄອນ ຫົວໜ້າພະແນກການ ເມືອງ ກອງພັນໃຫຍ່ 645, ມີຂະ ແໜງການທີ່ກ່ຽວຂ້ອງ ແລະ ຄອບ ຄົວຜູ້ເສຍຊີວິດເຂົ້າຮ່ວມ. ການມອບເງິນໃນຄັ້ງນີ້, ເປັນ ການປະຕິບັດນະໂຍບາຍ ລວມ ຂອງພັກ-ລັດທີ່ມີຕໍ່ນາຍ ແລະ ພົນ ທະຫານໃນຖັນແຖວກອງທັບປະ ຊາຊົນລາວທີ່ໄດ້ປະກອບສ່ວນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ກໍຄືການເຮັດສຳເລັດໜ້າ ທີ່ວຽກງານຂອງກົມກອງທີ່ການ ຈັດຕັ້ງຂັ້ນເທິງມອບໝາຍໃຫ້ ທັງເປັນການຊຸກຍູ້ກຳລັງໃຈແກ່ ຄອບຄົວພະນັກງານເສຍຊີວິດ ທີ່ຜ່ານມາໄດ້ປະກອບສ່ວນສ້າງ ຜົນງານ ແລະ ຄຸນງາມຄວາມ ດີຕໍ່ພາລະກິດຮັບໃຊ້ຊາດ ນັບແຕ່ມື້ເຂົ້າການປະຕິວັດຈົນຮອດວາລະສຸດທ້າຍຢ່າງສົມກຽດ ໂດຍ: ມະນັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ