ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວາງສີລາລຶກ ໂຄງການກໍ່ສ້າງຕຶກສຳນັກງານຫ້ອງການ ແລະ ສະໂມສອນລາວສະກາຍເວ
ເວລາອອກຂ່າວ: 2018-12-21 09:53:44 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 349218927 | ຄວາມນິຍົມ:



ພິທີວາງສີລາລຶກໂຄງການ ກໍ່ສ້າງຕຶກສຳນັກງານຫ້ອງການ ແລະ ສະໂມສອນກຸ່ມບໍລິສັດລັດ ວິສາຫະກິດລາວເດີນອາກາດ (ລາວສະກາຍເວ) ໄດ້ຈັດຂຶ້ນ ໃນວັນທີ 20 ທັນວາ 2018 ນີ້, ໂດຍການເຂົ້າຮ່ວມພິທີຂອງ ທ່ານ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ກຳມະການຄະນະ ພັກຫ້ອງວ່າການກະຊວງ, ຫົວ ໜ້າກົມພົວພັນຕ່າງປະເທດ, ຫ້ອງວ່າການກະຊວງປ້ອງກັນ ປະເທດ, ທ່ານ ສີວຽງທອງ ກອນນິວົງ ຜູ້ອຳນວຍການໃຫຍ່ ລາວສະກາຍເວ, ທ່ານ ຄຳຜາຍ ສີລາຊາ ປະທານບໍລິສັດກຸ່ມ ດວງຈະເລີນພັດທະນາກໍ່ສ້າງ ຈຳກັດ ພ້ອມດ້ວຍຕາງໜ້າຈາກ ອົງການຈັດຕັ້ງ ແລະ ພະນັກ ງານລາວສະກາຍເວເຂົ້າຮ່ວມ. ໂຄງການກໍ່ສ້າງຕຶກສໍານັກ ງານຫ້ອງການ ລາວສະກາຍເວ ແມ່ນບໍລິສັດ ກຸ່ມດວງຈະເລີນ ພັດທະນາກໍ່ສ້າງ ຈຳກັດ ເປັນຜູ້ ຮັບເໝົາກໍ່ສ້າງ ແລະ ລົງທຶນ ກ່ອນ, ສ່ວນການສຳລະແມ່ນກຳ ນົດ 20 ງວດໃນ 5 ປີ ໂຄງການ ກໍ່ສ້າງດັ່ງກ່າວເປັນອາຄານ 3 ຊັ້ນ, ມີຄວາມສູງ 13,80 ແມັດ, ມີເນື້ອທີ່ 1.317,5ຕາແມັດ, ຊັ້ນ 1 ເປັນຫ້ອງການຜູ້ອຳນວຍ ການການຄ້າ, ພະແນກການຕະ ຫຼາດ, ຂະແໜງຮັບຕ້ອນ, ຫ້ອງ ອາຫານລວມ ແລະ ຫ້ອງສາງ, ຊັ້ນ 2 ເປັນຫ້ອງການຜູ້ອຳນວຍ ການໃຫຍ່, ຜູ້ອຳນວຍການບໍລິ ຫານ, ພະແນກບໍລິຫານ, ພະ ແນກການເງິນ ແລະ ຫ້ອງປະ ຊຸມໃຫຍ່, ຊັ້ນ 3 ເປັນຫ້ອງການ ຜູ້ອຳນວຍການບໍລິສັດລັດວິສາ ຫະກິດລາວເດີນອາກາດ, ພະ ແນກປະຕິບັດການບິນ, ພະແນກ ເຝິກອົບຮົມ, ພະແນກຮັກສາ ຄວາມປອດໄພ, ຫ້ອງກຽມບິນ, ຫ້ອງແພດ ແລະ ຫ້ອງວິທະຍຸ. ສ່ວນສະໂມສອນລາວສະກາຍ ເວທີ່ເປັນອາຄານ 1 ຊັ້ນ ມີ ຄວາມສູງ 12,50 ແມັດ, ມີເນື້ອ ທີ່ 903 ຕາແມັດ ມີໄລຍະເວລາ ການກໍ່ສ້າງທັງຕຶກຫ້ອງການ ແລະ ສະໂມສອນແມ່ນ 1 ປີ 6 ເດືອນ (ມື້ສຳເລັດການກໍ່ສ້າງ ແມ່ນເດືອນ ກໍລະກົດ ປີ 2020) ໂດຍມີມູນຄ່າການກໍ່ສ້າງທັງ ໝົດ 25.600.000.000 ກີບ (ລວມທັງພາສີອາກອນ). ພາຍຫລັງການກໍ່ສ້າງໂຄງ ການດັ່ງກ່າວສຳເລັດແລ້ວຈະ ປະກອບສ່ວນອັນສຳຄັນເຂົ້າໃນ ການພັດທະນາໂຄງຮ່າງພື້ນ ຖານຢູ່ນະຄອນຫລວງວຽງຈັນ ແລະ ສ້າງທັດສະນິຍະພາບໃນ ດິນຕອນນີ້ໃຫ້ມີຄວາມງົດງາມດີ ຂຶ້ນ ເວົ້າລວມ, ເວົ້າສະເພາະຈະ ເປັນຜົນປະໂຫຍດລວມທາງ ດ້ານເສດຖະກິດໂດຍກົງໃຫ້ກັບ 2 ບໍລິສັດຄູ່ສັນຍາ. ຈາກນັ້ນ ກໍໄດ້ມີພິທີຊ້ວນຊາຍ ແລະ ລັ່ນ ຄ້ອງ ເພື່ອເປັນສິລິມຸງຄຸນໃນ ການກໍ່ສ້າງຄັ້ງນີ້ໃຫ້ສຳເລັດຜົນ ດ້ວຍດີຕາມກຳນົດເວລາ. ໂດຍ: ໂຊເລ້



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ