ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຊຸກຍູ້ອ້າຍນ້ອງທີ່ປ້ອງກັນເວນຍາມ ກອງປະຊຸມສະພາແຫ່ງຊາດ
ເວລາອອກຂ່າວ: 2018-12-21 15:12:20 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 46 | ຄວາມນິຍົມ:



ໃນວັນທີ 12 ທັນວາ 2018 ອົງການຈັດຕັ້ງມະຫາຊົນຊາວ ຫນຸ່ມ-ແມ່ຍິງກອງພັນໃຫຍ່ 279 ໄດ້ລົງຊຸກຍູ້ອ້າຍນ້ອງຂອງຕົນ ທີ່ ກອງພັນ 793 ທີ່ກຳລັງປ້ອງກັນ ເວນຍາມກອງປະຊຸມສະພາແຫ່ງ ຊາດພາຍໃຕ້ການນຳພາຂອງ ພັນໂທ ອຸ່ນແສງ ແກ້ວຮຸ່ງຄະ ຮອງຫົວຫນ້າການເມືອງກອງ ພັນໃຫຍ່ 279 ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງ. ໃນໂອກາດລົງຊຸກຍູ້ໃນຄັ້ງນີ້ ພັນໂທ ອຸ່ນແສງ ແກ້ວຮຸ່ງຄະ ໄດ້ໃຫ້ການໂອ້ລົມພ້ອມທັງຢ້ຽມ ຢາມຖາມຂ່າວອ້າຍນ້ອງຂອງ ຕົນເພື່ອສະແດງຄວາມເປັນຫ່ວງ ເປັນໃຍ ແລະ ໄດ້ຊີ້ໃຫ້ເຫັນເຖິງພາ ລະກິດ ແລະ ພາລະຫນ້າທີ່ວຽກ ງານທີ່ໄດ້ຮັບການມອບໝາຍ ຈາກຂັ້ນເທິງໃນຄັ້ງນີ້ແມ່ນກຽດ ແລະ ແມ່ນຫນ້າທີ່ຫນຶ່ງທີ່ສຳຄັນ ທີ່ສຸດທີ່ພັກ-ລັດຂັ້ນເທິງໄດ້ມອບ ໝາຍໃຫ້ແຕ່ລະສະຫາຍສະນັ້ນ, ໝົດທຸກຄົນຈະຕ້ອງໄດ້ພ້ອມກັນ ສຸມທຸກເຫື່ອແຮງໃສ່ພາລະກິດ ດັ່ງວ່າ ເພື່ອເຮັດໃຫ້ມີຄວາມສະ ຫງົບຮັບປະກັນຄວາມປອດໄພ 100%. ພ້ອມດຽວກັນນັ້ນຍັງໄດ້ມອບ ໝີ່ສຳເລັດຮູບຈຳນວນ 5 ແກັດ, ນຳ້ດື່ມຈຳນວນ 5 ແກັດ ອີກດ້ວຍ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ຊາວ ໜຸ່ມ-ແມ່ຍິງກອງພັນ 794 ທີ່ຂຶ້ນ ກັບກອງພັນໃຫຍ່ 279 ໄດ້ລົງ ຊຸກຍູ້ອ້າຍນ້ອງຂອງຕົນທີ່ກຳ ລັງເຝິກແອບຮໍ່າຮຽນກ້ອນເສບ ເປົ່າ (ແກວົງ) ເພື່ອຮັບໃຊ້ເຂົ້າ ໃນການສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ. ໂອກາດດັ່ງກ່າວຍັງໄດ້ມອບ ນໍ້າດື່ມຈຳນວນ 10 ແກັດ ໃຫ້ ອ້າຍນ້ອງຂອງຕົນທີ່ກຳລັງເຝິກ ແອບຮໍ່າຮຽນວິຊາແກວົງ. ຂ່າວ: ນ໋ອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ