ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນ້ຳນົມສາມາດເພີ່ມພະລັງງານໃຫ້ສະໝອງ
ເວລາອອກຂ່າວ: 2021-02-12 08:56:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 32 | ຄວາມນິຍົມ:



ນໍ້ານົມແມ່ນແຮ່ທາດທີ່ເຕັມໄປ ດ້ວຍສານອາຫານທີ່ມີຄຸນຄ່າ, ມີວິຕາມິນທີ່ຮ່າງກາຍຕ້ອງການ, ນໍ້ານົມ ມີປະໂຫຍດຊ່ວຍໃຫ້ຮ່າງ ກາຍຈະເລີນເຕີບໂຕ, ສາມາດເພີ່ມ ຄວາມແຂງແຮງໃຫ້ກະດູກ-ແຂ້ວ ແລະ ທີ່ສໍາຄັນສາມາດເພີ່ມພະ ລັງງານໃຫ້ສະໝອງ ໂດຍເຮັດ ໃຫ້ລະບົບປະສາດມີປະສິດທິພາບ ດີຂຶ້ນ ແລະ ສາມາດເຮັດໃຫ້ຄວາມ ຈື່ຈໍາດີຂຶ້ນກວ່າເກົ່າ. ຂໍ້ມູນດັ່ງກ່າວນີ້, ໄດ້ສອດ ຄ່ອງກັບນັກວິທະຍາສາດມະຫາ ວິທະຍາໄລ (University of Maine) ຮ່ວມກັບນັກວິໄຈຈາກ ວິທະຍາໄລ ອົສຕຣາລີ (University of South Aus-tralai) ທົດລອງກັບກຸ່ມຕົວຢ່າງເພດຊາຍ ແລະ ເພດຍິງໃນເກນອາຍຸ 23-80 ປີຂຶ້ນໄປຈໍານວນ 900 ກວ່າຄົນ ໂດຍເລີ່ມຈາກການສໍາຫຼວດປະ ຫວັດ ແລະ ພຶດຕິກໍາການບໍລິໂພກ ນົມຂອງກຸ່ມຕົວຢ່າງຈົນໄປເຖິງ ການດື່ມຊາ-ກາເຟ, ການຄວບ ຄຸມອາຫານ ແລະ ພຶດຕິກໍາການ ໃຊ້ຊີວິດປະຈໍາວັນ. ຫຼັງຈາກນັ້ນ ໃຫ້ກຸ່ມຕົວຢ່າງທົດສອບສະຕິປັນ ຍາເຊັ່ນ: ການຕັ້ງສຳມາທິ, ການ ສັງເກດ, ການໄຈ້ແຍກ ແລະ ການ ຮຽນຮູ້. ຜົນວິໄຈພົບວ່າກຸ່ມຕົວຢ່າງ ທີ່ດື່ມນໍ້ານົມຢ່າງໜ້ອຍມື້ລະຈອກ ຈະທົດສອບໄດ້ຄະແນນດີກວ່າ ກຸ່ມທີ່ດື່ມນໍ້ານົມໜ້ອຍ ຫຼື ບໍ່ດື່ມເລີຍ ເພາະໃນນໍ້ານົມມີສານອາຫານ ທີ່ສໍາຄັນເຊັ່ນ: ແມກນີຊຽມ ສານ ອາຫານຊະນິດນີ້ ຈະເຂົ້າໄປເຮັດ ໃຫ້ຫຼຸດອາການເສື່ອມຂອງຄວາມ ຈື່ຈໍາ, ມີວິຕາມິນ B1, B12 ທີ່ເຮັດໃຫ້ຮ່າງກາຍໄດ້ຮັບພະ ລັງງານຢ່າງພຽງພໍ, ຊ່ວຍໃຫ້ ລະບົບການເຮັດວຽກຂອງປະ ສາດ, ສະໝອງ ແລະ ກ້າມຊີ້ນ ດີຂຶ້ນກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ