ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະຊາຊົນຢາກໄດ້ ສສຊ ແລະ ສສຂ ຜູ້ທີ່ມີຄວາມຮູ້ຄວາມສາມາດເຂົ້າໃນສະພາ
ເວລາອອກຂ່າວ: 2021-02-12 08:58:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ທ່ານ ຄຳພັນ ເໜືອນສິດທິດາ ປະທານສະມາຄົມສິລະປະແຄນ ລາວໃຫ້ສຳພາດຕໍ່ນັກຂ່າວ ວ່າ: ການເລືອກຕັ້ງເອົາສະ ມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ແຂວງ, ນະຄອນຫຼວງ ຊຸດທີ II ມີຄວາມສໍາຄັນຫຼາຍຕໍ່ປະ ຊາຊົນລາວບັນດາເຜົ່າ ເພາະປະ ຊາຊົນຜູ້ທີ່ມີສິດໃນການປ່ອນບັດ ເລືອກຕັ້ງຈະໄດ້ມີໂອກາດໃນ ການໄປເລືອກເອົາສະມາຊິກສະ ພາຜູ້ທີ່ມີຄວາມຮູ້ ຄວາມສາມາດ ດີທີ່ສຸດເຂົ້າໃນສະພາ ໃນປັດຈຸບັນ ປະເທດຊາດຂອງພວກເຮົາກໍາ ລັງມີການພັດທະນາຂຶ້ນຢ່າງຕໍ່ ເນື່ອງສະນັ້ນຖ້າພວກເຮົາໄດ້ຜູ້ທີ່ມີຄວາມຮູ້, ຄວາມສາມາດທີ່ສູງເດັ່ນກໍຍິ່ງຈະເຮັດໃຫ້ປະເທດຊາດ ນັບມື້ນັບດີຂຶ້ນຢ່າງບໍ່ຢຸດຢັ້ງ. ທ່ານກ່າວຕື່ມວ່າ: ໃນການ ເລືອກຕັ້ງຄັ້ງນີ້ຂ້າພະເຈົ້າແມ່ນ ມີຄວາມຮູ້ສຶກພາກພູມໃຈທີ່ໄດ້ ເປັນສ່ວນໜຶ່ງ ແລະ ເປັນຜູ້ໜຶ່ງທີ່ມີ ສິດໃນການປ່ອນບັດເລືອກຕັ້ງ ເຊິ່ງຈະໄດ້ມີໂອກາດໄດ້ໄປເລືອກ ເອົາຜູ້ທີ່ມີເງື່ອນໄຂຄົບຖ້ວນເຂົ້າ ໃນສະພາ ສະນັ້ນ, ຖືໂອກາດນີ້ ຮຽກຮ້ອງເຖິງຜູ້ທີ່ມີສິດເຂົ້າຮ່ວມ ການປ່ອນບັດເລືອກຕັ້ງ ເຊິ່ງຖືເປັນ ໂອກາດທີ່ສໍາຄັນທີ່ສຸດເພາະພວກ ເຮົາຈະໄດ້ໄປໃຊ້ສິດຂອງຕົນ ໄດ້ ເລືອກເອົາຜູ້ທີ່ເຮົາມັກ ແລະ ຕ້ອງ ການທີ່ຈະເຂົ້າມາພັດທະນາປະ ເທດຊາດຂອງພວກເຮົາ ໄດ້ເປັນ ຢ່າງດີ ແລະ ຖືໂອກາດນີ້ອວຍ ພອນໃຫ້ບັນດາທ່ານຜູ້ລົງສະໝັກ ຮັບເລືອກຕັ້ງເປັນສະມາຊິກສະ ພາແຫ່ງຊາດ ຊຸດທີ IX ແລະ ສະມາ ຊິກສະພາປະຊາຊົນແຂວງ, ນະ ຄອນຫຼວງ ຊຸດທີ II ໃນຂອບເຂດ ທົ່ວປະເທດຈົ່ງມີສຸຂະພາບແຂງ ແຮງ ແລະ ປະສົບຜົນສຳເລັດໃນ ການລົງສະໝັກຮັບເລືອກຕັ້ງໃນ ຄັ້ງນີ້. ໂດຍ: ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ