ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບັ້ນເລືອກຕັ້ງ ສສຊ -​ ສສຂ ແມ່ນເຫດການສຳຄັນຂອງຊາດ
ເວລາອອກຂ່າວ: 2021-02-16 08:50:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ປວງຊົນລາວທັງຊາດ ໄດ້ ພ້ອມຈິດພ້ອມໃຈກັນຕັ້ງໜ້າເຂົ້າ ຮ່ວມຂະບວນການກ້າວສູ່ບັ້ນ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນ ແຂວງ (ສສຂ), ນະຄອນຫຼວງ ຊຸດທີ II ເຊິ່ງເປັນເຫດການ ການ ເມືອງທີ່ມີຄວາມໝາຍ; ຄວາມສຳ ຄັນຍິ່ງໃຫຍ່ທີ່ສຸດຂອງ ສປປ ລາວ, ສະນັ້ນ ຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ສາມາດນຳໃຊ້ສິດປະຊາທິປະໄຕ ຂອງຕົນເຂົ້າຮ່ວມໃນຂະບວນ ການປ່ອນບັດເລືອກຕັ້ງເພື່ອຮັບ ປະກັນໃຫ້ໄດ້ 300%. ທາ່ນ ວິໄລວັນ ພົມເຂ ອະດີດ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ປະທານສະມາ ຄົມຢາງພາລາລາວ ໄດ້ກ່າວຕໍ່ ບັ້ນເລືອກຕັ້ງ ສສຊ-ສສຂ ວ່າ: ບັ້ນເລືອກຕັ້ງ ສສຊ-ສສຂ ຖື ເປັນເຫດການ ການເມືອງທີ່ມີ ຄວາມໝາຍ, ຄວາມສຳຄັນ ແລະ ຍິ່ງໃຫຍ່ທີ່ສຸດຂອງ ສປປ ລາວ ເນື່ອງຈາກວ່າຈະໄດ້ຄັດເລືອກ ເອົາຜູ້ແທນທີ່ເປັນຕົວແທນຂອງ ປະຊາຊົນເຮັດໜ້າທີ່ຢູ່ສະພາແຫ່ງ ຊາດ ແລະ ສະພາປະຊາຊົນແຂວງ ກໍຄືນໍາເອົາບັນຫາຕ່າງໆ ຂອງ ປະຊາຊົນ ເພື່ອມາປຶກສາຫາລືແກ້ ໄຂບັນຫາ, ສະນັ້ນ ຢາກປຸກລະ ດົມໃຫ້ຜູ້ທີ່ມີອາຍຸ 18 ປີຂຶ້ນໄປ ລວມເຖິງພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາ ຊົນທຸກທົ່ວໜ້າຈົ່ງໄດ້ນຳໃຊ້ສິດ ປະຊາທິປະໄຕຂອງຕົນໄປປ່ອນບັດເລືອກຕັ້ງຄັ້ງນີ້. ທ່ານໄດ້ກ່າວຕື່ມວ່າ: ຕາມແນວ ຄິດສ່ວນຕົວແລ້ວຢາກໃຫ້ເລືອກ ເອົາຜູ້ແທນທີ່ມີຄວາມຮູ້, ຄວາມ ສາມາດ, ເປັນຄົນດີ, ມີພອນສະ ຫວັນ ເພື່ອເຂົ້າຮ່ວມຕິດຕາມກວດ ກາປະເມີນຜົນບັນດາວຽກງານ ຕ່າງໆ ທີ່ກະຊວງຕ່າງໆໄດ້ກຳ ນົດເພື່ອເປັນຕົວແທນໃຫ້ແກ່ປະ ຊາຊົນໃນການແກ້ໄຂບັນຫາໃຫ້ ປະຊາຊົນຢູ່ຂັ້ນທ້ອງຖິ່ນ-ຮາກ ຖານ, ເພື່ອແກ້ໄຂຊີວິດການເປັນ ຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ເປັນກ້າວໆ. ຂໍອວຍພອນໄຊໃຫ້ບັ້ນເລືອກຕັ້ງດັ່ງກ່າວປະສົບຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້. ໂດຍ: ຈັນທະວົງ ອຸ່ນວິໄລຫົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ