ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອະງຸ່ນ ເຕັມໄປດ້ວຍສັບພະຄຸນ
ເວລາອອກຂ່າວ: 2021-02-19 09:42:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 41 | ຄວາມນິຍົມ:



ອະງຸ່ນ ແມ່ນໝາກໄມ້ຊະນິດ ໜຶ່ງທີ່ຫຼາຍຄົນອາດຮູ້ຈັກ ແລະ ເຄີຍໄດ້ຮັບປະທານ ເພາະເປັນ ໝາກໄມ້ທີ່ມີຂາຍຢູ່ຕາມຕະຫຼາດ ທົ່ວໄປ ແລະ ທີ່ສໍາຄັນລົດຊາດກໍ ເປັນທີ່ຍອມຮັບຂອງຫຼາຍໆຄົນ, ອີກຢ່າງກໍສາມາດຮັບປະທານ ໄດ້ແບບງ່າຍໆພຽງແຕ່ລ້າງໃຫ້ ສະອາດແລ້ວກໍສາມາດຮັບປະ ທານໄດ້ເລີຍ ນອກຈາກຈະມີລົດ ຊາດແຊບແລ້ວອະງຸ່ນຍັງມີປະ ໂຫຍດຫຼາຍຕໍ່ສຸຂະພາບ ແລະ ສາ ມາດເພີ່ມຄວາມງາມໄດ້ນຳອີກ. ໃນອະງຸ່ນ ມີວິຕາມິນ ແລະ ສານອາຫານຫຼາກຫຼາຍ ໂດຍສະ ເພາະແມ່ນຢູ່ນຳເປືອກ ແລະ ແກ່ນ ດັ່ງທີ່ເຮົາເຄີຍໄດ້ຮູ້ ໃນຜະລິດຕະພັນທີ່ມີອະງຸ່ນເປັນ ສ່ວນປະສົມເຊັ່ນວ່າ ຄີມບຳ ລຸງຜິວ ແລະ ຜະລິດຕະພັນອາ ຫານເສີມເຫຼົ່ານີ້ເປັນຕົ້ນ. ໃນ ແກ່ນອະງຸ່ນມີນໍ້າມັນ ທີ່ເປັນຕົວ ຊ່ວຍສໍາຄັນເຮັດໃຫ້ຫຼອດເລືອດ ແຂງແຮງ, ຫຼຸດຄວາມສ່ຽງຕໍ່ການ ຈັບໂຕຂອງກ້ອນເລືອດ ແລະ ຫຼຸດ ຄໍເລດເຕີ LDL (ໄຂມັນທີ່ບໍ່ດີ), ຊ່ວຍປ້ອງກັນພະຍາດກ່ຽວກັບ ລະບົບເລືອດ ແລະ ຫົວໃຈ. ສ່ວນ ວິຕາມິນຕ່າງໆທີ່ຢູ່ໃນອະງຸ່ນ ເຊັ່ນ: ວ່າວິນຕາມິນ ເອ1, ບີ1, ບີ2 ແລະ ເກືອແຮ່ ຕ່າງໆເປັນ ຕົວຊ່ວຍກະຕຸ້ນໃຫ້ຮ່າງກາຍ ສົດຊື່ນແຂງແຮງ, ສ່ວນນໍ້າຕານ ໃນອະງຸ່ນ ເປັນສິ່ງທີ່ເຮັດໃຫ້ຮ່າງ ກາຍດູດຊຶມໄປໃຊ້ໄດ້ດີ, ຊ່ວຍ ກະຕຸ້ນໃຫ້ຕັບເຮັດໜ້າທີ່ຟອກ ເລືອດໄດ້ຢ່າງມີປະສິດທິພາບ. ນອກນີ້ ອະງຸ່ນຍັງມີສານຕ້ານ ອະນຸມູນອິດສະຫຼະ ທີ່ເອີ້ນວ່າ Polyphenols ເຊິ່ງສ່ວນໃຫຍ່ ເຮົາຈະບໍລິໂພກສານຊະນິດນີ້ໄດ້ ຈາກອະງຸ່ນສົດໆ ຫຼື ນໍ້າສະກັດອະ ງຸ່ນ ສານຊະນິດນີ້ມີສ່ວນຊ່ວຍໃຫ້ສະໝອງຂອງຄົນເຮົາແຂງແຮງດີຂຶ້ນ ສາມາດເພີ່ມຄວາມຈື່ຈໍາໄດ້ດີ, ປະໂຫຍດຈາກອະງຸ່ນບໍ່ພຽງແຕ່ ຈະເປັນການບໍາລຸງ ແລະ ຮັກ ສາສຸຂະພາບພາຍໃນແລ້ວ ຍັງ ເປັນຢາບໍາລຸງຜິວໜ້າ ແລະ ເສັ້ນ ຜົມອີກດ້ວຍ ໂດຍການເອົາອະ ງຸ່ນແດງ ຫຼື ສີມ່ວງປະມານ 30 ກຣາມ ມາປະສົມກັບນໍ້າ ແຕງກວາ ແລະ ນໍ້າເຜິ້ງແນວລະ 1 ບ່ວງ ມາປັ່ນລວມກັນໃຫ້ລະ ອຽດແລ້ວ ເອົາພອກໃສ່ໜ້າປະ ໄວ້ປະມານ 10-15 ນາທີ ແລ້ວ ລ້າງອອກດ້ວຍນໍ້າສະອາດເທົ່າ ນີ້ຜິວໜ້າກໍຈະຊຸ່ມຊື່ນສົດໃສຂຶ້ນ ສ່ວນການບໍາລຸງເສັ້ນຜົມນັ້ນ ແມ່ນໃຫ້ໃຊ້ນໍ້າອະງຸ່ນສົດໆ 1-2 ບ່ວງມາປະສົມກັບນໍ້າຢາສະຜົມ ແລ້ວນໍາມາສະຜົມປະໄວ້ປະມານ 5 ນາທີ ແລ້ວລ້າງອອກດ້ວຍນໍ້າສະອາດແລ້ວເສັ້ນຜົມຈະນຸ່ມຊຸ່ມຊື່ນ, ດໍາດີມີສີສັນຂຶ້ນກວ່າເກົ່າ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ