ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ງານລ້ຽງສະຫຼອງວັນຜູ້ປົກປ້ອງປິຕຸພູມຂອງ ຣັດເຊຍ
ເວລາອອກຂ່າວ: 2021-02-21 17:04:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 55 | ຄວາມນິຍົມ:



ເນື່ອງໃນໂອກາດວັນຜູ້ປົກ ປ້ອງປິຕຸພູມຂອງ ສ ຣັດເຊຍ, ໃນ ວັນທີ 19 ກຸມພາ 2021 ນີ້, ຫ້ອງການ ທີ່ປຶກສາທູດປ້ອງກັນ ຊາດ ສະຫະພັນຣັດເຊຍ ປະຈຳ ສປປ ລາວ ໄດ້ຈັດງານລ້ຽງສະ ຫຼອງຂຶ້ນ ຢ່າງເປັນທາງການ, ໂດຍມີ ສະຫາຍ ພົນເອກ ຈັນສະ ໝອນ ຈັນຍາລາດ ກຳມະການ ກົມການເມືອງສູນກາງພັກ, ລັດ ຖະມົນຕີກະຊວງ ປ້ອງກັນປະເທດ ມີ ສະຫາຍ ວ ອ. ກາລີນິນ ເອກ ອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສ ຣັດເຊຍ ປະຈໍາລາວ, ບັນດາທີ່ປຶກສາທູດປ້ອງກັນຊາດຕ່າງປະເທດ ປະຈຳ ລາວ ແລະ ແຂກຖືກເຊີນຫຼາຍພາກ ສ່ວນທັງຝ່າຍລາວ ແລະ ຣັດເຊຍ ເຂົ້າຮ່ວມ. ສະຫາຍ ພັນເອກ ອານເດຣ ລີຄາຊົບ ຫົວໜ້າຫ້ອງການ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສ ຣັດເຊຍ ປະຈໍາລາວໄດ້ກ່າວ ວ່າ: ວັນຜູ້ປົກປ້ອງປິຕຸພູມເປັນ ວັນບຸນທາງລັດຖະການຂອງ ຣັດ ເຊຍ, ເປັນວັນ ຕົ້ນກໍາເນີດມາ ຈາກວັນສ້າງຕັ້ງກອງທັບແດງ ກໍຄືກອງທັບແຫ່ງສະຫະພາບໂຊ ວຽດ, ເປັນສັນຍາລັກແຫ່ງຄວາມ ນັບຖື ແລະ ພາກພູມໃຈຕໍ່ປະຫວັດ ສາດແຫ່ງການສ້າງວິລະກໍາ ອັນຍິ່ງໃຫຍ່ຂອງຣັດເຊຍ, ທັງ ສະແດງໃຫ້ເຫັນເຖິງຄວາມ ຜູກພັນອັນແໜ້ນແຟ້ນລະຫວ່າງ ຄົນຮຸ່ນເກົ່າ ແລະ ຮຸ່ນໜຸ່ມຜູ້ສືບ ທອດນໍ້າໃຈສູ້ຮົບອັນພິລະອາດ ຫານຂອງກອງທັບຣັດເຊຍ. ປັດຈຸບັນການນຳຣັດເຊຍ ໄດ້ເອົາ ໃຈໃສ່ເປັນພິເສດໃນການປັບປຸງກໍາລັງປະກອບອາວຸດໃຫ້ທັນສະໄໝ ຕອບສະໜອງກັບຄວາມຮຽກ ຮ້ອງຕ້ອງການຂອງສະພາບ ການເມືອງ-ການທະຫານໃນ ໄລຍະໃໝ່, ເພື່ອປ້ອງກັນ ແລະ ຕອບໂຕ້ກັບໄພຂົ່ມຂູ່ຈາກພາຍ ນອກ. ສະຫາຍ ພັນເອກ ອານເດຣ ລີຄາຊົບ ຍັງໄດ້ກ່າວຕື່ມອີກວ່າ: ຂົງເຂດທີ່ສຳຄັນຂອງການຮ່ວມ ມືດ້ານການທະຫານຣັດເຊຍ- ລາວ ໃນປີ 2020-2021 ແມ່ນ ການນຳໃຊ້ປະສົບການການສູ້ຮົບ ຂອງນັກວິຊາການທະຫານສູນ ກູ້ມິນ (ເກັບກູ້ລະເບີດ) ສາກົນ ຂອງກຳລັງປະກອບອາວຸດ ສະຫະ ພັນຣັດເຊຍ, ເພື່ອປະຕິບັດວຽກ ງານການເກັບກູ້ລະເບີດດ້ານມະ ນຸດສະທຳ ຢູ່ດິນແດນຂອງ ສປປ ລາວ ຈາກລະເບີດບໍ່ທັນແຕກ ໃນໄລຍະສົງຄາມໃນອິນດູຈີນ ໂດຍການຮ່ວມມື ກັບທະຫານຊ່າງ ແສງ ກອງທັບປະຊາຊົນລາວ, ການຮ່ວມມືສອງຝ່າຍໃນຂົງເຂດ ທີ່ສຳຄັນດັ່ງກ່າວ ສໍາລັບລາວ ເນື່ອງຈາກການປະຕິບັດງານ ກ່ຽວກັບລະເບີດຝັງດິນຈະໄດ້ ຮັບການພັດທະນາຕື່ມອີກ. ເຖິງ ເເມ່ນວ່າຈະມີສະພາບການລະ ຫວ່າງປະເທດທີ່ຫຍຸ້ງຍາກ, ສະ ພາບການດ້ານສຸຂາພິບານ ແລະ ການເເຜ່ລະບາດຂອງພະຍາດ ທີ່ໜັກໜ່ວງໃນໂລກ, ພວກເຮົາ ມີຄວາມໝັ້ນໃຈໃນອະນາຄົດ, ຮ່ວມກັນພັດທະນາການພົວພັນ ດ້ານການທະຫານ, ການພົວພັນ ມິດຕະພາບ ແລະ ການຮ່ວມ ມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງປະຊາຊົນ ແລະ ກອງ ທັບຂອງສອງປະເທດເຮົາ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ