ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການນຳພັກ - ລັດ ແລະ ປະຊາົຊົນລາວບັນດາເຜົ່າຮ່ວມໃຈໄປໃຊ້ສິດປະຊາທິປະໄຕຢ່າງພ້ອມພຽງ
ເວລາອອກຂ່າວ: 2021-02-21 17:08:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 62 | ຄວາມນິຍົມ:



ໃນວັນທີ 21 ກຸມພາ 2021 ນີ້, ການນຳພັກ-ລັດ ແລະ ປະຊາ ຊົນລາວ ບັນດາເຜົ່າໃນຂອບເຂດ ທົ່ວປະເທດ ຜູ້ທີ່ມີອາຍຸ 18 ປີຂຶ້ນ ໄປຜູ້ທີ່ມີສິດເລືອກຕັ້ງລ້ວນແຕ່ໄດ້ ໄປໃຊ້ສິດຂອງຕົນປ່ອນບັດເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນ ແຂວງ ຊຸດທີ II ຢ່າງພ້ອມພຽງ. ໃນນີ້ທົ່ວປະເທດມີ 18 ເຂດ ເລືອກຕັ້ງມີຈໍານວນຜູ້ສະໝັກເປັນ ສະມາຊິກສະພາແຫ່ງຊາດ224 ທ່ານ, ຍິງ 49 ທ່ານເລືອກເອົາ 164 ທ່ານ ແລະ ສະມາຊິກສະ ພາປະຊາຊົນຂັ້ນ ແຂວງມີ 789 ທ່ານ, ຍິງ 227 ທ່ານເລືອກເອົາ 492 ທ່ານ. ການເລືອກຕັ້ງຄັ້ງນີ້, ມີຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງແຕ່ລະເຂດເລືອກຕັ້ງໃນທົ່ວປະເທດມີທັງໝົດ 4.279.243 ຄົນ,ເປັນຍິງ 2.128.167 ຄົນ, ມີ ໜ່ວຍປ່ອນບັດເລືອກຕັ້ງ ທັງໝົດ 7,217 ໜ່ວຍໃນທົ່ວປະເທດ; ໃນ ນີ້ມີ 40 ໜ່ວຍເລືອກຕັ້ງທີ່ປະຈໍາ ຢູ່ຕ່າງປະເທດ ເຊິ່ງມີພົນລະເມືອງ ລາວຜູ້ມີສິດປ່ອນບັດເລືອກຕັ້ງ ທັງໝົດ 13.404 ຄົນ, ຍິງ5.493 ຄົນ. ການເລືອກຕັ້ງຄັ້ງນີ້ພົນລະເມືອງລາວຜູ້ມີສິດປ່ອນ ບັດທຸກຄົນໄດ້ໃຊ້ສິດປະຊາທິປະ ໄຕຂອງຕົນຢ່າງກວ້າງຂວາງ ແລະ ເລິກເຊິ່ງຮັບປະກັນໄດ້ 100% ໃນ 3 ດ້ານ ຄື: ປຸກລະດົມ ຜູ້ມີສິດເລືອກຕັ້ງໄປໃຊ້ສິດເລືອກ ຕັ້ງຄົບ 100%, ລົງຄະແນນສຽງ ຢ່າງຖືກຕ້ອງ100% ແລະ ຮັບ ປະກັນຄວາມສະຫງົບ, ຄວາມ ເປັນລະບຽບຮຽບຮ້ອຍໄດ້ 100% . ການເລືອກຕັ້ງຄັ້ງນີ້ເຫັນໄດ້ ວ່າເຂດເລືອກຕັ້ງຕ່າງໆໃນຂອບ ເຂດທົ່ວປະເທດ ແມ່ນມີບັນຍາ ກາດຄຶກຄື້ນ, ໂດຍສະເພາະແມ່ນ ຢູ່ນະຄອນຫຼວງວຽງຈັນ ມີບັນ ດາການ ນໍາພັກ-ລັດ, ພະນັກງານ ປະຕິວັດອາວຸໂສ, ຜູ້ຊົງຄຸນວຸດ ທິ ກະຊວງ, ອົງການ, ພະນັກງານ, ທະຫານ, ຕໍາຫຼວດຕະຫຼອດຮອດ ພໍ່ແມ່ປະຊາຊົນຕ່າງກໍມາໃຊ້ສິດ ຂອງຕົນຢ່າງເປັນຂະບວນການ ຟົດຟື້ນ. ໃນການເລືອກຕັ້ງສະມາ ຊິກສະພາ ແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງຊຸດທີ II ເນື້ອແທ້ກໍ ແມ່ນເພື່ອປັບປຸງລະບົບອໍານາດ ລັດໃຫ້ມີຄວາມເຂັ້ມແຂງ, ເປັນ ການສືບຕໍ່ເຮັດໃຫ້ການແບ່ງ ງານ, ແບ່ງຄວາມຮັບຜິດຊອບລະ ຫວ່າງອົງການອໍານາດລັດດ້ວຍ ກັນ ແລະ ລະຫວ່າງສູນກາງກັບ ທ້ອງຖິ່ນໃຫ້ລະອຽດຈະແຈ້ງ, ເຮັດໃຫ້ການເຄື່ອນໄຫວຂອງອົງ ການອໍານາດລັດມີປະສິດທິ ພາບ, ມີຄວາມສັກສິດ ແລະ ຮັບ ປະກັນໃຫ້ອໍານາດແຫ່ງລັດ ຂອງ ພວກເຮົາເປັນອໍານາດລັດທີ່ມາຈາກປະຊາຊົນ,ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະ ຊາຊົນລາວບັນດາເຜົ່າຢ່າງແທ້ ຈິງ. ການເລືອກຕັ້ງດັ່ງກ່າວນີ້ ແມ່ນຮູບການໜຶ່ງຂອງການຈັດ ຕັ້ງປະຕິບັດສິດປະຊາທິປະໄຕ ປະຊາຊົນຕາມແນວທາງປ່ຽນ ແປງໃໝ່ຂອງພັກ ກໍຄືການຈັດ ຕັ້ງຜັນຂະຫຍາຍເນື້ອໃນ, ຈິດໃຈ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຍົກສູງຄຸນນະພາບ ການຈັດຕັ້ງປະຕິບັດໜ້າທີ່ການ ເມືອງໃນໄລຍະໃໝ່ຂອງອົງການ ຕົວແທນທີ່ມາຈາກການເລືອກຕັ້ງ ໂດຍກົງຂອງປະຊາຊົນ, ເພື່ອ ເລືອກເອົາບຸກຄະລາກອນ ທີ່ເປັນ ສສຊ ແລະ ສສຂ ມີມາດຖານ ຄົບຖ້ວນ ເຂົ້າໄປເຮັດໜ້າທີ່ໃນສະ ພາຮັບໃຊ້ປະຊາຊົນຢ່າງມີປະສິດທິຜົນ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ