ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມ ສະຫຼຸບຖອດຖອນ ບົດຮຽນວຽກງານ ວິຊາການ ສານທະຫານຄັ້ງທີ III
ເວລາອອກຂ່າວ: 2018-12-24 09:42:48 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 349218924 | ຄວາມນິຍົມ:



ໃນວັນທີ 18 ທັນວາ 2018 ນີ້, ໄດ້ຈັດກອງປະຊຸມສະຫຼຸບ ຖອດຖອນບົດຮຽນວຽກງານ ສານທະຫານຄັ້ງທີ III ຂຶ້ນຢ່າງ ເປັນທາງການຢູ່ທີ່ສະໂມສອນ ໂຮງງານປະສານເຫຼົ່າແຂວງ ຫຼວງພະບາງ ໂດຍພາຍໃຕ້ການ ເປັນປະທານ ຂອງ ທ່ານ ພົນຈັດ ຕະວາ ບຸນຍົງ ດາດົງໄຊ ຮອງ ປະທານສານປະຊາຊົນສູງສຸດ, ປະທານສານທະຫານຂັ້ນສູງ, ມີປະທານສານທະຫານພາກ ເໜືອ, ພາກກາງ ແລະ ພາກໃຕ້, ນອກນີ້ຍັງມີພະນັກງານຫຼັກແຫຼ່ງ ແຫຼ່ງທີ່ເຮັດວຽກງານໄອຍະ ການທະຫານ, ສານທະຫານ ຈາກ ກອງບັນຊາການທະຫານ ແຂວງຫຼວງພະບາງ, ໂຮງງານ ປະສານເຫຼົ່າ, ກອງພົນທີ 2, ໄຊ ຍະບູລີ, ໂຮງຮຽນກໍ່ສ້າງນາຍ ສິບເລກ I ກອງທັບເຂົ້າຮ່ວມ. ກອງປະຊຸມບັນດາຜູ້ແທນ ເຂົ້າຮ່ວມໄດ້ຜັດປ່ຽນກັນຂຶ້ນ ລາຍງານສະພາບວຽກງານ ຂອງຕົນໃນການຈັດຕັ້ງປະຕິ ບັດວຽກງານໃນໄລຍະ 1 ປີ ຜ່ານມາ ໂດຍຍົກໃຫ້ເຫັນສາເຫດ ທີ່ພາໃຫ້ມີດ້ານດີ, ດ້ານອ່ອນ, ວິ ທີການແກ້ໄຂຫຼາຍໆກົມກອງໄດ້ ຖືເອົາການສຶກສາອົບຮົມການ ເມືອງ-ນໍາພາແນວຄິດໃຫ້ນາຍ ແລະ ພົນທະຫານຢ່າງເປັນປົກ ກະຕິດ້ວຍການນໍາເອົາແນວ ທາງນະໂຍບາຍຂອງພັກ, ບັນດາ ກົດໝາຍຂອງລັດ ຂໍ້ກໍານົດກົດ ລະບຽບຂອງກອງທັບມາຈັດຕັ້ງ ເຜີຍແຜ່ເຊື່ອມຊຶມເພື່ອເຮັດໃຫ້ພະ ນັກງານ-ນັກຮົບໃນກົມກອງ, ເປັນຕົ້ນແມ່ນພະນັກງານຜູ້ພິ ພາກສາ, ຜູ້ຊ່ວຍພິພາກສາ, ຈ່າ ສານ ແລະ ວິຊາການຍົກລະດັບ ຄວາມຮູ້ຄວາມສາມາດຕໍ່ຄຸນ ທາດການເມືອງ, ຄຸນສົມບັດສິນ ທໍາປະຕິບັດ, ມີສະຕິລະວັງຕົວຕໍ່ ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງກຸ່ມຄົນທີ່ບໍ່ດີ ຫວັງມ້າງເພ ທໍາລາຍລະບອບໃໝ່ຂອງພວກ ເຮົາ, ນອກຈາກນັ້ນຍັງໄດ້ເອົາ ໃຈໃສ່ດຳເນີນຊີວິດການເມືອງ ຖືເອົາການຕໍານິຕິຊົມຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ຮັກສາໄດ້ຈັນ ຍາບັນ, ຈັນຍາທໍາ, ມີຄວາມສາ ມັກຄີພາຍໃນ-ພາຍນອກໄດ້ດີ. ເອົາໃຈໃສ່ວຽກງານຄົ້ນຄວ້າ ແກ້ໄຂຄະດີຂອງຜູ້ພິພາກສາ ແລະ ການຕັດສິນຂອງສານມີ ຄວາມຖືກຕ້ອງເຂັ້ມງວດຕາມ ລະບຽບກົດໝາຍ ພາວະວິໄສ ໂປ່ງໃສ ຍຸຕິທໍາ ມີຄຸນະພາບໃນ ການດຳເນີນຄະດີສາມາດປົກ ປ້ອງສິດຜົນປະໂຫຍດລວມຂອງ ຊາດ, ຂອງກອງທັບ ແລະ ພົນ ລະເມືອງຮັບປະກັນໃຫ້ມີຄວາມ ເປັນລະບຽບຮຽບຮ້ອຍໃນສັງ ຄົມ, ພ້ອມກັນນັ້ນຜູ້ພິພາກສາ ແລະ ວິຊາການຂອງສານທະ ຫານພາກເໜືອ, ພາກກາງ ແລະ ພາກໃຕ້ກໍໄດ້ປຶກສາຫາລື, ແລກ ປ່ຽນບົດຮຽນໃນການຈັດຕັ້ງປະ ຕິບັດ ກົດໝາຍ, ການຕັດສິນຄະ ດີ, ພິພາກສາຄະດີ, ກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ແຜນ ການ ແລະ ຂໍ້ຕົກລົງວ່າດ້ວຍການ ແຂ່ງຂັນຮັກຊາດ ແລະ ພັດທະ ນາຕື່ມອີກ. ໃນຕ້ອນທ້າຍກອງປະຊຸມ ທ່ານ ພົນຈັດຕະວາ ບຸນຍົງ ດາ ດົງໄຊ ຮອງປະທານສານປະຊາ ຊົນສູງສຸດປະທານສານທະຫານ ຂັ້ນສູງກໍໄດ້ໃຫ້ກຽດໂອ້ລົມຕໍ່ ພະນັກງານ-ນັກຮົບ, ວິຊາການ ສານທະຫານ ເຊິ່ງທ່ານໄດ້ຊີ້ນໍາ ຫຼາຍບັນຫາ ພ້ອມທັງຮຽກຮ້ອງ ໃຫ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ-ນໍາພາແນວຄິດ, ທັດ ສະນະຂອງຜູ້ພິພາກສາຕ້ອງກໍາ ແໜ້ນແນວທາງຂອງພັກ, ລະ ບຽບກົດໝາຍຂອງລັດໃຫ້ເລິກ ເຊິ່ງມີຈັນຍາບັນ, ຈັນຍາທໍາໃນ ການດໍາເນີນຄະດີ, ແກ້ໄຂ້ຄະດີ, ຕັດສິນຄະດີ ແລະ ພິພາກສາຄະ ດີໃຫ້ມີຄວາມເປັນທໍາ, ທັນກັບເວ ລາທີ່ກົດໝາຍກໍາໜົດໄວ້, ການ ຄົ້ນຄວ້າຄະດີຕ້ອງໃຫ້ລະອຽດ ຈະແຈ້ງ, ພາວະວິໄສ, ຄົບຖ້ວນ ສົມບູນຮອບດ້ານ ແລະ ເອົາໃຈ ໃສ່ເພີ່ມທະວີການປະສານສົມ ທົບ ລະຫວ່າງພະນັກງານວິຊາ ການຂອງແຕ່ລະພາກສ່ວນລະ ຫວ່າງອົງການໄອຍະການທະ ຫານພາກ, ພະແນກໄອຍະການ, ພະແນກປ້ອງກັນພາຍໃນ, ພະ ແນກກວດກາຂອງແຕ່ລະກົມ ກອງໃຫ້ມີຄວາມສະດວກຊັດ ເຈນດີຂຶ້ນ. ໂດຍ: ວັນນະແສງ ຄຸນທະຈັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ