ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ກອງພົນທີ 2
ເວລາອອກຂ່າວ: 2021-02-24 08:43:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 53 | ຄວາມນິຍົມ:
ໃນວັນທີ 22 ກຸມພາ 2021
ນີ້, ສະຫາຍ ພົນໂທ ສຸວອນ ເລືອງ
ບຸນມີ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຫົວໜ້າກົມໃຫຍ່ເສ ນາທິການກອງທັບ. ໄດ້ລົງເຄື່ອນ
ໄຫວຢ້ຽມຢາມ, ພົບປະໂອ້ລົມ ພະນັກງານຫຼັກແຫຼ່ງ ກອງພົນທີ 2 ໃຫ້ກຽດຕ້ອນຮັບໂດຍສະຫາຍ ພັນເອກ ວຽງແກ້ວ ສີສຸລາດ ເລ ຂາຄະນະພັກ ຫົວໜ້າການເມືອງກອງພົນທີ 2 ພ້ອມດ້ວຍຄະນະ, ມີ
ບັນດາສະຫາຍຄະນະຫ້ອງ, ພະ ແນກການ, ຄະນະພັກ-ຄະນະບັນ
ຊາກອງພັນໃຫຍ່, ກອງພັນນ້ອຍ, ກອງຮ້ອຍເອກະລາດ ຕະຫຼອດ ຮອດພະນັກງານຫຼັກແຫຼ່ງ ເຂົ້າ ຮ່ວມ.
ໃນໂອກາດນີ້. ສະຫາຍ ໄດ້ມີ ຄໍາເຫັນໂອ້ລົມຕໍ່ບັນດາສະຫາຍ ຄະນະພັກ-ຄະນະບັນຊາກອງພົນ
ແລະ ພະນັກງານຫຼັກແຫຼ່ງໃນ ກອງພົນທີ 2. ກ່ອນອື່ນ, ສະຫາຍ
ໄດ້ກ່າວຄຳຍ້ອງຍໍຊົມເຊີຍຕໍ່ຜົນ ສໍາເລັດໃນການປ່ອນບັດເລືອກ ຕັ້ງສະມາຊິກສະພາແຫ່ງຊາດຊຸດ ທີ IX ແລະ ສະມາຊິກສະພາປະ ຊາຊົນຂັ້ນແຂວງ ຊຸດທີ II. ໄດ້ ຕາມຄາດໝາຍທີ່ຕັ້ງໄວ້. ພ້ອມທັງ
ແນະນໍາຫຼາຍບັນຫາທີ່ສໍາຄັນເປັນ
ຕົ້ນແມ່ນໃຫ້ສືບຕໍ່ເຮັດວຽກງານ ສຶກສາອົບຮົມການເມືອງ-ນຳພາ ແນວຄິດໃຫ້ພະນັກງານ, ສະມາ ຊິກພັກ-ນັກຮົບ, ມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດ ສີນທຳປະຕິວັດ, ຍົກສູງນໍ້າໃຈຮັກ
ຊາດ ຮັກລະບອບໃໝ່ ຍຶດໝັ້ນໃນ ອຸດົມການຂອງພັກ, ເຊື້ອໝັ້ນຕໍ່ ອຸດົມການສັງຄົມນິຍົມ. ເອົາໃຈ ໃສ່ເຝິກແອບຮໍ່າຮຽນສິນລະປະ ຍຸດ-ຍຸດທະວິທີໃຫ້ມີຄວາມຊຳນິ ຊຳນານ ຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍຫັນປ່ຽນໂດຍສັນ ຕິຂອງອິທິກຳລັງປໍລະປັກທີ່ໂຄ
ສະນາໃສ່ຮ້າຍປ້າຍສີພັກ-ລັດ
ໂດຍຜ່ານສື່ຕ່າງໆເອົາໃຈໃສ່ຊີ້ ນຳ
ພະນັກງານຫັນລົງກໍ່ສ້າງຮາກ ຖານເມືອງແບບມູນເຊື້ອທັງ ທາງເລິກ ແລະ ທາງກວ້າງເພື່ອ ເກັບກໍາສະພາບໜໍ່ແໜງປະກົດ ການຫຍໍ້ທໍ້ຕ່າງໆ ຕິດພັນກັບພາ
ລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ. ຍົກ
ສູງນໍ້າໃຈເປັນເຈົ້າຕົນເອງບົນ ພື້ນຖານເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ
ຕົນເອງ. ພາຍຫຼັງສໍາເລັດການ ໂອ້ລົມແລ້ວສະຫາຍຍັງໄດ້ລົງ ຢ້ຽມຢາມເບິ່ງການກໍ່ສ້າງອາ ຄານຫ້ອງການຂອງກອງພັນ 409 ຕື່ມອີກ.
ໂດຍ: ສຸວັນໂນ ທະລັງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ