ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄອບຄົວ ທ່ານ ນາງ ນິລັນດອນ ມອບຈັກອັດເອກະສານໃຫ້ຫ້ອງການເມືອງທະຫານແຂວງຊຽງຂວາງ
ເວລາອອກຂ່າວ: 2021-02-26 19:28:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 95 | ຄວາມນິຍົມ:



ວັນທີ 25 ກຸມພາ 2021 ນີ້, ທ່ານ ນາງ ນິລັນດອນ ສິງສຸວັນ ເຈົ້າຂອງຮ້ານຂາຍຄໍາ ນິລັນດອນ ແຂວງຊຽງຂວາງ ພ້ອມດ້ວຍ ຄອບຄົວ ໄດ້ນຳເອົາຈັກກອ໋ບປີ ຍີ່ຫໍ້ ແຄນອນ ຈຳນວນ 1 ຊຸດລວມ ມູນຄ່າ 18.999.000 ກີບ ມາ ມອບໃຫ້ຫ້ອງການເມືອງ ກອງບັນຊາການທະຫານແຂວງຊຽງ ຂວາງ, ກ່າວມອບໂດຍ ທ່ານ ວະ ລຸນ ສິງສຸວັນ ຄອບຄົວຂອງທ່ານ ນາງ ນິລັນດອນ ສິງສຸວັນ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ພົນ ຈັດຕະວາ ຂັນທອງ ວົງອຳຄາ ຫົວໜ້າການເມືອງ ກອງບັນຊາ ການທະຫານແຂວງຊຽງຂວາງ ໂດຍຊ່ອງໜ້າຄະນະພັກ-ຄະນະ ບັນຊາອົງການ 5 ຫ້ອງ ເຂົ້າຮ່ວມ ເປັນສັກຂີພະຍານ. ທ່ານ ພົນຈັດຕະວາ ຂັນທອງ ວົງອຳຄາ ໄດ້ຕາງໜ້າຄະນະພັກ-ຄະນະບັນຊາ ຫ້ອງການເມືອງ ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ວະລຸນ ສິງສຸວັນ ແລະ ທ່ານ ນາງ ນິລັນດອນ ສິງສຸວັນ ທີ່ເຫັນ ໄດ້ຄວາມສໍາຄັນຂອງວຽກງານ ປ້ອງ ກັນ ຊາດ-ປ້ອງກັນຄວາມສະ ຫງົບ ແລະ ມອບອຸປະກອນຮັບ ໃຊ້ຫ້ອງການໃນຄັ້ງນີ້ ເຊິ່ງເປັນ ການປະກອບສ່ວນຊຸກຍູ້ການ ເຄື່ອນໄຫວວຽກງານຫ້ອງການ ຢູ່ຫ້ອງການເມືອງທະຫານແຂວງ ຊຽງຂວາງມີຄວາມສະດວກ, ວ່ອງໄວຂຶ້ນກວ່າເກົ່າ, ພ້ອມທັງ ອວຍພອນໃຫ້ທ່ານພ້ອມດ້ວຍ ຄອບຄົວ ຈົ່ງມີສຸຂະພາບແຂງ ແຮງປະສົບຜົນສຳເລັດໃນການ ດໍາເນີນທຸລະກິດ. ໂດຍ: ສົມຮັກ ຈັນທະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ