ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 202 ກອງພົນທີ 2 ເປີດຊຸດອົບຮົມ-ຫັດແອບ
ເວລາອອກຂ່າວ: 2021-03-02 08:30:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 208 | ຄວາມນິຍົມ:



ກອງພັນໃຫຍ່ 202 ທີ່ຂຶ້ນກັບ ກອງພົນທີ 2 ໄດ້ເປີດຊຸດອົມຮົມ-ຫັດແອບການເມືອງ, ການທະ ຫານ ແລະ ພະລາທິການ-ເຕັກນິກ ຂຶ້ນໃນວັນທີ 19 ກຸມພາ 2021 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນຈັນ ມະນີ ສອນ, ຄະນະພັກກອງພັນໃຫຍ່ ຮອງຫົວໜ້າການທະຫານກອງ ພັນໃຫຍ່ 202, ມີຄະນະພັກ-ຄະ ນະບັນຊາ, ພະແນກການ, ກົມ ກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນຕີ ວຽງແກ້ວ ແສງມະນີ ຫົວໜ້າຂະແໜງອົບ ຮົບ ພະແນກເສນາທິການ ກອງ ພັນໃຫຍ່ 202 ໄດ້ຂຶ້ນຜ່ານແຜນ ການອົບຮົມ-ຫັດແອບການ ເມືອງ, ການທະຫານ ແລະ ພະ ລາທິການ-ເຕັກນິກ ປະຈຳປີ 2021 ຂອງກອງພັນໃຫຍ່ 202 ໃນນີ້, ອົບຮົມພາກການທະຫານ ຄື: ຂໍ້ກຳນົດ, ກົດລະບຽບຮູບແຖວ 15 ວັນ, ກີລາກາຍຍະກຳ 10 ວັນ, ສິລະປະຍຸດ 40 ວັນ, ຍຸດ ທະວິທີ 60 ວັນ, ຄວາມຮູ້ທົ່ວໄປ ກ່ຽວກັບເຫຼົ່າຮົບ 15 ວັນ, ພາກການເມືອງ 10 ວັນ ແລະ ພະລາທິການ-ເຕັກນິກ 10 ວັນ, ໃຊ້ເວລາ ທັງໝົດ 160 ວັນ ເຊິ່ງແບ່ງອອກເປັນ 2 ໄລຍະຄື: ໄລະຍທີ 1 ຕັ້ງແຕ່ເດືອນກຸມພາ-ພຶດສະພາ, ໄລຍະທີ 2 ເລີ່ມ ແຕ່ເດືອນກໍລະກົດ-ຕຸລາ 2021. ການອົບຮົມ-ຫັດແອບໃນ ຄັ້ງນີ້, ເພື່ອຍົກສູງຄວາມຮູ້, ຄວາມສາມາດທາງດ້ານສິລະ ປະຍຸດ-ຍຸດທະວິທີ, ລະດັບວີຊາ ສະເພາະໃຫ້ນາຍ ແລະ ພົນທະ ຫານ, ມີໄຫວພິກທີ່ຄ່ອງແຄ້ວ, ຮັບປະກັນກຽມພ້ອມສູ້ຮົບ ແລະ ສູ້ຮົບໃນທຸກກໍລະນີ, ສາມາດ ເຮັດສຳເລັດໜ້າທີ່ການເມືອງ ຂອງກົມກອງ. ເປັນການກະຕຸກຊຸກຍູ້ໃຫ້ບັນດາກົມກອງ ໃຫ້ຕັ້ງໜ້າປະຕິບັດຂໍ້ກຳນົດ, ກົດລະບຽບຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ, ມີແບບແຜນວິ ທີເຮັດວຽກ, ປັບປຸງຫັນເອົາກົມ ກອງກ້າວເຂົ້າສູ່ລະບຽບແບບ ແຜນ ແລະ ທັນສະໄໝ. ໂດຍ: ບຸນລຽງ ຈຳປາແສງໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ