ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຕີລາຄາການຮ່ວມມື ແຮກສ່ຽວ ລະຫວ່າງ ກອງພົນທີ 1 ກັບ ໂຮງງານຊີມັງລາວວັງວຽງ 3 ຫຼັງ
ເວລາອອກຂ່າວ: 2018-12-24 10:09:48 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 45 | ຄວາມນິຍົມ:



ໃນວັນທີ 18 ທັນວາ 2018 ນີ້, ກອງພົນທີ 1 ກັບໂຮງ ງານຊີມັງລາວວັງວຽງຫຼັງ 1, 2, 3 ໄດ້ເປີດກອງປະຊຸມສະ ຫລຸບຖອດຖອນບົດຮຽນການ ປະສານງານຮ່ວມມືແຮກສ່ຽວ ປະຈຳປີ 2018 ຂຶ້ນຢູ່ທີ່ໂຮງ ງານຊີມັງລາວວັງວຽງ. ໂດຍ ໃຫ້ກຽດຕາງຫນ້າເປັນປະທານ ຮ່ວມຂອງ ພັນເອກ ແສງຍືນ ລັດສະໝີ ເລຂາຄະນະພັກ ຫົວ ໜ້າການເມືອງກອງພົນທີ1 ແລະ ພັນໂທ ທອງຈັນ ສຸນະຜົນ ກໍາມະ ການຄະນະພັກລັດວິສາຫະກິດ ພກອ, ເລຂາຄະນະພັກຮາກຖານ ຜູ້ອໍານວຍການໂຮງງານຊີມັງ ລາວວັງວຽງຫຼັງ 1. ໃນກອງປະຊຸມ ທ່ານ ຫຸມພັນ ສຸດາດວງ ຕາງໜ້າຄະນະປະ ສານງານ ທັງສອງຫົວໜ່ວຍກົມ ກອງກໍໄດ້ຂຶ້ນຜ່ານບົດສະຫຼຸບ ການພົວພັນຮ່ວມມືໃນໄລຍະ 1 ປີ ຜ່ານມາ ແລະ ທິດທາງແຜນ ການ 1 ປີໃນຕໍ່ໜ້າ. ຈຸດປະສົງ ກໍ ເພື່ອພ້ອມກັນຕີລາຄາຄືນການ ຈັດຕັ້ງປະຕິບັດແຜນການຮ່ວມ ມື, ເປັນການແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ໃນການພົວ ພັນຮ່ວມມື 1 ປີຜ່ານມາ ແລະ ພ້ອມກັນຕີລາຄາປະເມີນຜົນໃນ ການຈັດຕັ້ງປະຕິບັດແຜນການ ຮ່ວມມື ແລະ ຊອກໃຫ້ເຫັນຂໍ້ສະ ດວກ, ຂໍ້ຫຍຸ້ງຍາກໃນການພົວ ພັນຮ່ວມມືຂອງສອງຄະນະປະ ສານງານສອງກົມກອງ ເພື່ອ ຄົ້ນຄວ້າປຶກສາຫາລືແກ້ໄຂ ແລະ ມີວິທີການປະສານສົມທົບຮ່ວມມືໃຫ້ຖືກຕ້ອງສອດຄ່ອງ ແລະ ມີ ປະສິດທິຜົນດີກວ່າເກົ່າ. ຈາກ ນັ້ນ ຄະນະຜູ້ແທນທັງສອງຝ່າຍ ກໍໄດ້ຕີລາຄາສູງ ແລະ ພ້ອມກັນ ປະກອບຄຳຄິດຄໍາເຫັນຢ່າງກົງ ໄປກົງມາດ້ວຍບັນຍາກາດທີ່ ເປັນປະຊາທິປະໄຕ ແລະ ມີ ຄວາມໝາຍສໍາຄັນຕໍ່ເນື້ອໃນບົດ ສະຫຼຸບ ແລະ ທິດທາງແຜນການ ໃນປີຕໍ່ໜ້າ, ເພື່ອເປັນພື້ນຖານທີ່ ດີໃຫ້ແກ່ການຈັດຕັ້ງປະຕິບັດໃນ ປີ 2019. ພ້ອມນີ້ກອງປະຊຸມກໍ ໄດ້ເຫັນດີເປັນເອກະພາບຮັບ ຮອງເອົາໝາກຜົນຂອງການ ຈັດຕັ້ງປະຕິບັດເນື້ອໃນການຮ່ວມ ມືແຮກສ່ຽວທີ່ພົ້ນເດັ່ນໃນ 1 ປີ ຜ່ານມາ ແລະ ຈະໄດ້ພ້ອມກັນ ສືບຕໍ່ບົວລະບັດ, ປົກປັກຮັກສາ ໜອງປາມິດຕະພາບທີ່ເປັນສັນ ຍາລັກພິເສດ ແຫ່ງມິດຕະພາບ ຂອງສອງຫົວໜ່ວຍກົມກອງ ຈຳນວນ 3 ໜອງ ໃນເນື້ອທີ່ 0,6 ເຮັກຕາ ເຊິ່ງໜອງດັ່ງກ່າວໄດ້ ປ່ອຍແລ້ວ ພິເສດໃນນັ້ນມີໜອງ ລ້ຽງປາຝາຈໍານວນ 1 ໜອງ ໂດຍໄດ້ເລີ່ມປ່ອຍປາຝາແລ້ວ 500 ໂຕ, ຈະສືບຕໍ່ຊ່ວຍເຫຼືອບ້ານ ເປົ້າໝາຍທີ່ທຸກຍາກຂອບເຂດ ອ້ອມຂ້າງເປັນຕົ້ນແມ່ນບ້ານ ນາມອນເໜືອ; ບ້ານໂພນແກ້ວ ແລະ ໄດ້ກຳນົດແຈ້ງເນື້ອໃນສຳ ຄັນຄື: ວຽກງານສຶກສາອົບຮົບ ການເມືອງ-ນໍາພາແນວຄິດ, ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ວຽກງານ ເສດຖະກິດການພົວພັນຮ່ວມ ມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສືບຕໍ່ປະສານສົບທົບໃນການ ສ້າງຂະບວນການຕ່າງໆໃຫ້ມີ ບັນຍາກາດຟົດຟື້ນຕໍ່ເນື່ອງ. ໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ