ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເຈົ້າແຂວງ ແຂວງຄຳມ່ວນ ລົງຕິດຕາມກວດກາສະພາບການບໍລິການ - ຄຸ້ມຄອງຕະຫຼາດ
ເວລາອອກຂ່າວ: 2021-03-03 09:01:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 72 | ຄວາມນິຍົມ:



ວັນທີ 27 ກຸມພາ 2021 ນີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນ ພ້ອມດ້ວຍ ບັນດາພະແນກການ, ຂະແໜງ ການກ່ຽວຂ້ອງ ໄດ້ລົງເຄື່ອນ ໄຫວຕິດຕາມ, ກວດກາສະພາບ ການບໍລິການ, ການຄຸ້ມຄອງ ຈັດສັນຕະຫຼາດຢູ່ພາຍໃນເທສະ ບານແຂວງຄຳມ່ວນ ເປັນຕົ້ນ ແມ່ນຕະຫຼາດສຸກສົມບູນ ຫຼັກ 3 ແລະ ຕະຫຼາດຫຼັກ 2 ເຊິ່ງໄດ້ຕິດຕາມກວດກາບັນຍາກາດການຊື້-ຂາຍຂອງບັນດາຫົວໜ່ວຍທຸລະ ກິດ, ຫ້າງຮ້ານສິນຄ້າເຄື່ອງອຸປະ ໂພກ-ບໍລິໂພກຕ່າງໆ ແລະ ສະ ຖານທີ່ບໍລິການຫ້ອງນໍ້າ, ບ່ອນ ຈອດລົດ, ສະຖານທີ່ເກັບມ້ຽນ ຂີ້ເຫຍື້ອຂອງຕະຫຼາດ ລວມເຖິງ ບັນຫາອື່ນໆທີ່ກ່ຽວຂ້ອງກັບການ ບໍລິການ, ຄຸ້ມຄອງພາຍໃນຕະ ຫຼາດ ທີ່ສຳຄັນໃນການລົງຕິດ ຕາມ, ກວດກາຕະຫຼາດ ໃນຄັ້ງນີ້ ທ່ານເຈົ້າແຂວງຄຳມ່ວນ ຍັງໄດ້ ຮຽກຮ້ອງມາຍັງຜູ້ຈັດການຕະ ຫຼາດ ໃຫ້ເພີ່ມທະວີເອົາໃຈໃສ່ ໃນການຮັກສາ ຄວາມສະຫງົບ, ຄວາມປອດໄພ, ການຈັດສັນພາ ຫະນະເຂົ້າອອກ ໃຫ້ມີຄວາມ ເປັນລະບຽບຮຽບຮ້ອຍໄປຄຽງ ຄູ່ກັບ ການປົກປັກຮັກສາສິ່ງ ແວດລ້ອມໃຫ້ມີຄວາມສະອາດ ຈົບງາມ ໂດຍມີການປະສານສົມ ທົບກັບຂະແໜງການລັດ ທີ່ກ່ຽວ ຂ້ອງ ຕິດພັນກັບການເຮັດໜ້າທີ່ ການບໍລິການ ທີ່ດີຕໍ່ລູກຄ້າເພື່ອ ດຶງດູດລູກຄ້າ ແລະ ສ້າງຄວາມ ປະທັບໃຈຕໍ່ຜູ້ມາໃຊ້ບໍລິການ. ໂດຍ: ກອງຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ