ຊາວໜຸ່ມ - ແມ່ຍິງ ກສນ ລົງຊຸກຍູ້ພະນັກງານ - ນັກຮົບ ຢູ່ແຂວງໄຊສົມບູນ
ເວລາອອກຂ່າວ: 2021-03-04 08:53:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 261 | ຄວາມນິຍົມ:
ວັນທີ 25 ກຸມພາ 2021 ນີ້, ພະແນກຊາວໜຸ່ມ-ແມ່ຍິງກົມ ໃຫຍ່ເສນາທິການກອງທັບໄດ້ ລົງຊຸກຍູ້ພະນັກງານ-ນັກຮົບ ຢູ່ ຈຸດສຸມແຂວງໄຊສົມບູນ ເຊິ່ງ ນຳໂດຍ ສະຫາຍ ພົນຈັດຕະວາ ກອງແກ້ວ ວໍລະຈິດ ຄະນະພັກ ອົງການກົມໃຫຍ່ ຫົວໜ້າຫ້ອງ ການເມືອງ ກົມໃຫຍ່ເສນາທິ ການກອງທັບ ພ້ອມດ້ວຍຊາວ ໜຸ່ມ-ແມ່ຍິງ ເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາຄູ່ ອິນທິ ລາດ ຫົວໜ້າພະແນກຊາວໜຸ່ມ ກົມໃຫຍ່ເສນາທິການກອງທັບ ໃຫ້ຮູ້ວ່າ: ການລົງຊຸກຍູ້ໃນຄັ້ງນີ້ ເພື່ອເປັນການໃຫ້ກໍາລັງໃຈ ພະນັກ ງານ-ນັກຮົບທີ່ປະຕິບັດໜ້າທີ່ຢູ່ ເຂດຈຸດສຸມ ຂອງແຂວງໄຊສົມບູນ ໂດຍໄດ້ນຳໃຊ້ເຮືອບິນ M 17 ລົງແຕ່ລະຈຸດ ລວມມີ 6 ຈຸດ, ໃນນີ້ ມີເຄື່ອງອຸປະໂພກ-ບໍລິ ໂພກປະເພດເຄື່ອງແຫ້ງ ຄື:
ປ໋ອງປາ, ໝີ່ສຳເລັດຮູບ, ຢາສູບ,
ໝາກເຜັດ, ແປ້ງນົວ-ເກືອ, ຢາ ຖູແຂ້ວ, ນໍ້າປາ, ກາເຟ, ຊີ້ນແຫ້ງ,
ແຟັບ, ສະບູ, ແຈ່ວປາບໍ້າ ລວມມູນ ຄ່າ 40.000.000 ກວ່າກີບ. ທັງນີ້ ກໍເພື່ອເປັນການກະຕຸກຊຸກຍູ້ໃຫ້ ພະນັກງານ-ນັກຮົບມີແນວຄິດ ອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການ ນຳພາຂອງພັກ-ລັດ ທັງເປັນສຶກ ສາອົບຮົມການເມືອງ-ນໍາພາ ແນວຄິດໃຫ້ພະນັກງານ-ນັກຮົບ ບໍ່ຄອນແຄນຕໍ່ການປະຕິບັດໜ້າທີ່ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງອິດຖິກຳລັງປໍລະປັກ ເຮັດ ໃຫ້ຂອບເຂດຮັບຜິດຊອບມີຄວາມ ສະຫງົບ.
ໂດຍ: ເກນ ວິໄລສານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ