ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂ່ງຂັນ ກີລາເຕະບານຍິງມິດຕະພາບ ລະຫວ່າງ ສະຫະພັນແມ່ຍິງ ກປທ ກັບ ສະຫະພັນແມ່ຍິງ 10 ກະຊວງ
ເວລາອອກຂ່າວ: 2021-03-04 08:55:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 93 | ຄວາມນິຍົມ:



ການແຂ່ງຂັນກີລາເຕະບານ ຍິງມິດຕະພາບລະຫວ່າງ ສະຫະ ພັນແມ່ຍິງກະຊວງປ້ອງກັນປະ ເທດ ກັບ ສະຫະພັນແມ່ຍິງ 10 ກະ ຊວງ ຊີງຂັນປະທານຜູ້ຊີ້ນຳອົງ ການຈັດຕັ້ງມະຫານຊົນກະຊວງ ປ້ອງກັນປະເທດ ໄດ້ຈັດຂຶ້ນໃນ ວັນທີ 3 ມີນາ 2021 ນີ້, ໂດຍການ ເປັນປະທານຂອງ ສະຫາຍ ພົນຈັດ ຕະວາ ວໍລະສານ ວິລັດດາວົງ ຄະນະປະຈຳພັກກະຊວງ, ຮອງ ຫົວໜ້າກົມໃຫຍ່ການເມືອງ ກອງທັບ, ຜູ້ຊີ້ນຳອົງການຈັດຕັ້ງ ມະຫາຊົນ ກະຊວງປ້ອງກັນປະ ເທດ, ມີ ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງ ການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ, ມີປະທານ, ຮອງປະທານສະຫະພັນແມ່ຍິງ ຈາກ 10 ກະຊວງ, ມີບັນດາຄອບ ຄົວການນຳ, ຄະນະພັກ-ຄະນະບັນ ຊາ, ຕາງໜ້າອົງການ, ກົມ, ຫ້ອງ ການອ້ອມຂ້າງກະຊວງປ້ອງກັນ ປະເທດ ພ້ອມດ້ວຍສະມາຊິກສະ ຫະພັນແມ່ຍິງ ແລະ ນັກກີລາຈາກ 10 ກະຊວງເຂົ້າຮ່ວມ. ການດຳເນີນການແຂ່ງຂັນ ກີລາໄດ້ສຳເລັດລົງດ້ວຍບັນຍາ ກາດຄຶກຄື້ນມ່ວນຊື່ນ ທັງນີ້ກໍ ເພື່ອເປັນການສ້າງບັນຍາກາດ ຟົດຟື້ນມ່ວນຊື່ນຂໍ່ານັບຮັບຕ້ອນ ວັນປະຫວັດສາດຂອງຊາດ ຂອງ ພັກຂອງກອງທັບ ເວົ້າລວມ, ເວົ້າ ສະເພາະຂໍ່ານັບຮັບຕ້ອນວັນແມ່ ຍິງ ສາກົນ ຄົບຮອບ 111 ປີ ທີ່ ຈະມາເຖິງໃນມໍ່ໆນີ້ໃຫ້ມີບັນຍາ ກາດຟົດຟື້ນມ່ວນຊື່ນ ແລະ ມີ ຄວາມໝາຍເລິກເຊິ່ງ ທັງເປັນ ການເຝິກຝົນກຳລັງແຮງກາຍ ໃຫ້ມີສຸຂະພາບແຂງແຮງປະ ກອບສ່ວນເຂົ້າໃນການປັບປຸງກໍ່ ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມ ແຂງໜັກແໜ້ນໄປເທື່ອລະກ້າວ. ຜ່ານການແຂ່ງຂັນຕົວຈິງ ສາມາດສະຫຼຸບຜົນການແຂ່ງ ຂັນໄດ້ ອັນດັບທີ 1 ໄດ້ແກ່ ທີມ ກະຊວງສຶກສາທິການ ແລະ ກີລາ ໄດ້ຮັບຂັນ 1 ໜ່ວຍ ພ້ອມ ເງິນສົດ 700.000 ກີບ, ອັນ ດັບທີ 2 ກະຊວງປ້ອງກັນຄວາມ ສະຫງົບ ໄດ້ຮັບຂັນ 1 ໜ່ວຍພ້ອມ ເງິນສົດ 500.000 ກີບ, ອັນດັບ ທີ 3 ກະຊວງປ້ອງກັນປະເທດ, ແລະ ທີມກະຊວງພະລັງ ແລະ ບໍ່ ແຮ່ ໄດ້ຮັບເງິນສົດ ທີມລະ 300.000 ກີບ ແລະ ອັນດັບທີ 4 ທີມກະຊວງກະສິກຳ ປ່າໄມ້, ກະ ຊວງການຕ່າງປະເທດ, ທະນາ ຄານ ແຫ່ງ ສປປ ລາວ, ກະຊວງ ສາທາລະນະສຸກ, ກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ກະຊວງການເງິນ ໄດ້ຮັບເງິນສົດ ທີມລະ 200.000 ກີບ. ໂດຍ: ນາລີ ທະວີພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ