ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ
ເວລາອອກຂ່າວ: 2021-03-04 08:59:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 260 | ຄວາມນິຍົມ:



ໃນວັນທີ 2 ມີນາ 2021 ຢູ່ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດ ຖະມົນຕີກະຊວງການຕ່າງປະ ເທດ ໄດ້ເຂົ້າຮ່ວມກອງປະຊຸມ ທາງໄກ ລັດຖະມົນຕີຕ່າງປະເທດ ອາຊຽນ ແບບບໍ່ເປັນທາງການ, ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ (ປະເທດ ປະທານອາຊຽນ ປີ 2021) ໂດຍມີບັນດາລັດຖະມົນຕີຕ່າງ ປະເທດ ອາຊຽນ ແລະ ເລຂາທິ ການໃຫຍ່ອາຊຽນເຂົ້າຮ່ວມ. ກອງປະຊຸມ ໄດ້ຮັບຟັງຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິ ໄສທັດປະຊາຄົມອາຊຽນ 2025; ການກະກຽມຮ່າງວິໄສທັດປະ ຊາຄົມອາຊຽນ ຫຼັງປີ 2025; ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນ ເພື່ອຮັບມື ແລະ ແກ້ໄຂຜົນກະທົບຈາກການແຜ່ ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ: ການຜັນຂະຫຍາຍແຜນ ຟື້ນຟູຮອບດ້ານຂອງອາຊຽນ, ການນໍາໃຊ້ກອງທຶນອາຊຽນ ສ່ວນໃດໜຶ່ງເພື່ອຈັດຊື້ຢາວັກຊິນ ຕ້ານພະຍາດໂຄວິດ-19 ສໍາລັບ ປະຊາຊົນອາຊຽນ, ການສ້າງ ແລວການເດີນທາງອາຊຽນ; ແລະ ອື່ນໆ. ກອງປະຊຸມຍັງໄດ້ ຢໍ້າຄືນຄວາມສໍາຄັນຂອງການ ສືບຕໍ່ຮັກສາຄວາມສາມັກຄີເປັນ ປຶກແຜ່ນ ແລະ ຄວາມເປັນແກນ ກາງຂອງອາຊຽນ ແລະ ການຍຶດ ຖືຫຼັກການຮ່ວມມືຫຼາຍຝ່າຍເພື່ອ ຮັບມື ແລະ ແກ້ໄຂບັນດາສິ່ງທ້າ ທາຍທີ່ອາດຈະເກີດຂຶ້ນຢູ່ລະດັບ ພາກພື້ນ ແລະ ສາກົນ ລວມທັງ ການປະກອບສ່ວນສ້າງຄວາມ ເຂັ້ມແຂງໃຫ້ແກ່ປະຊາຄົມອາ ຊຽນ. ພ້ອມນີ້, ກອງປະຊຸມ ຍັງໄດ້ ປຶກສາຫາລືກ່ຽວກັບການຮ່ວມມື ລະຫວ່າງ ອາຊຽນ ກັບພາຍນອກ ໂດຍໄດ້ຮັບຮອງເອົາເອກະສານ ວ່າດ້ວຍມາດຖານເງື່ອນໄຂການ ຮັບເຂົ້າເປັນຄູ່ຮ່ວມມືຂອງອາ ຊຽນ; ໄດ້ສືບຕໍ່ປຶກສາຫາລືຂໍ້ສະ ເໜີຂອງບັນດາປະເທດທີ່ສົນ ໃຈເຂົ້າເປັນຄູ່ຮ່ວມມືກັບອາຊຽນ ແລະ ການເຂົ້າເປັນພາຄີຂອງ ສົນທິສັນຍາໄມຕີຈິດ ແລະ ການ ຮ່ວມມືໃນອາຊີຕາເວັນອອກ ສ່ຽງໃຕ້ (TAC) ລວມທັງຂໍ້ສະ ເໜີຂອງອັງກິດເຂົ້າເປັນຄູ່ເຈລະ ຈາອາຊຽນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ