ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເປີດຊຸດອົບຮົມ-ຫັດແອບການເມືອງ-ການທະຫານໃຫ້ກອງຮ້ອຍປ້ອງກັນຕົວ
ເວລາອອກຂ່າວ: 2021-03-04 09:01:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 76 | ຄວາມນິຍົມ:



ໃນວັນທີ 23 ກຸມພາ 2021 ນີ້, ກອງບັນຊາການທະຫານ ແຂວງສາລະວັນໄດ້ເປີດບັ້ນອົບ ຮົມຫັດແອບການເມືອງ-ການ ທະຫານ ໃຫ້ກອງຮ້ອຍປ້ອງກັນ ຕົວ ເຂື່ອນໄຟຟ້າເຊເສັດ 1 ແລະ ເຊເສັດ 2 ປະຈຳປີ 2021 ໂດຍ ການເປັນປະທານຂອງ ສະຫາຍ ພັນໂທ ໜູກອນ ພົມມະແສງ ຄະນະພັກຮາກຖານ ຮອງຫົວ ໜ້າຫ້ອງເສນາທິການ ທະຫານ ແຂວງສາລະວັນ, ມີພະແນກ ການທີ່ກ່ຽວຂ້ອງ, ພ້ອມດ້ວຍ ຄູ-ອາຈານ ແລະ ນັກເຝິກອົບ ຮົມເຂົ້າຮ່ວມ. ທ່ານ ພົມມາ ນົນປະສິດ ຄະນະພັກຮາກຖານ ຄະນະອຳ ນວຍການເຂື່ອນໄຟຟ້າເຊເສັດ 1 ແລະ ເຊເສັດ 2 ໄດ້ຂຶ້ນຜ່ານ ແຜນການອົມຮົມ-ຫັດແອບ ການເມືອງ-ການທະຫານ ປະຈຳ ປີ 2021 ເຊິ່ງເນື້ອໃນອົບຮົມ ແບ່ງເປັນ 2 ພາກ ຄື: ການເມືອງ ແລະ ການທະຫານ, ພາກການ ເມືອງປະກອບມີເອກະສານມູນ ເຊື້ອຂອງກອງທັບ, ເອກະສານ ຕ້ານ ແລະ ສະກັດກັ້ນການຫັນ ປ່ຽນໂດຍສັນຕິຂອງສັດຕູ ແລະ ເອກະສານສິດ ແລະ ໜ້າທີ່ຂອງ ກຳລັງປ້ອງກັນຕົວ ແລະ ພາກ ການທະຫານ ປະກອບມີ 2 ພາກຄື: ພາກສິລະປະຍຸດ ປະ ກອບມີເອກະສານ ຄຸນຄ່າສະ ມັດຕະພາບສູ້ຮົບ ແລະ ການ ປະກອບສ້າງຂອງປືນ ອາກາ, ປືນ ເຊກາເຊ ເອກະສານບາດ ກ້າວເລັງເປົ້າໝາຍ (ບົດເປີດ ສາກ) ພາກຍຸດທະວິທີປະກອບ ມີເອກະສານ ຮູບແຖວຂັ້ນໝວດ, ຂັ້ນກອງຮ້ອຍ, ເອກະສານ 7 ຈັງຫວະພື້ນຖານບຸກຄົນອາ ໄສພູມີປະເທດ, ເອກະສານ ຈຸເຮັດໜ້າທີ່ປ້ອງກັນເວນຍາມ ແລະ ເອກະສານໝວດເຮັດໜ້າ ທີ່ດັກສະກັດ ກຳນົດເວລາອົບ ຮົມທັງໝົດ 7 ວັນ ຈຸດປະສົງ ໃນການເປີດບັ້ນອົບຮົມ-ຫັດແອບ ໃນຄັ້ງນີ້, ກໍເພື່ອເປັນການປັບປຸງ ກຳລັງກອງຮ້ອຍປ້ອງກັນຕົວໃຫ້ ມີຄວາມໜັກແໜ້ນ ແລະ ເຂັ້ມ ແຂງ, ທັງເປັນການຍົກສູງລະ ດັບຄວາມຮູ້ ຄວາມສາມາດ ທາງດ້ານສິລະປະຍຸດ-ຍຸດທະວິ ທີ ເຮັດໃຫ້ກຳລັງປ້ອງກັນຕົວມີຄວາມຊຳນິຊຳນານໃນການ ນຳໃຊ້ອາວຸດ ແລະ ມີໄຫວພິກໃນການສູ້ຮົບອາໄສພູມີປະເທດ ຕົວຈິງ ພ້ອມທັງເຊື່ອມຊຶມກຳ ແໜ້ນແນວທາງປ່ຽນແປງໃໝ່ ຂອງພັກ ແລະ ກົດໜາຍຂອງລັດ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳລັງປ້ອງກັນຕົວໃຫ້ສູງຂຶ້ນ ສາມາດເຮັດຫຼ້ອນໜ້າຕາມ ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້. ໂດຍ: ພອນມະນີ ລັດສະໝີວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ