ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳເດືອນທົ່ວກອງບັນຊາການທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2021-03-04 09:05:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 189 | ຄວາມນິຍົມ:
ໃນວັນທີ 25 ກຸມພາ 2021
ນີ້, ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ໄດ້ເປີດກອງ
ປະຊຸມສ່ອງແສງວຽກງານຮອບ
ດ້ານປະຈຳເດືອນ, ໂດຍໃຫ້ກຽດ
ເຂົ້າຮ່ວມເປັນປະທານຂອງສະ
ຫາຍ ພົນຈັດຕະວາ ສີພອນ ຈັນ
ສົມວົງ ຫົວໜ້າການເມືອງກອງ
ບັນຊາການທະຫານນະຄອນ
ຫຼວງວຽງຈັນ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະ
ຫ້ອງ, ຕະຫຼອດຮອດບັນດາພະ
ແນກການຈາກອົງການ 5 ຫ້ອງ
ພ້ອມດ້ວຍຄະນະບັນຊາຈາກກົມ
ກອງອ້ອມຂ້າງທີ່ຂຶ້ນກັບເຂົ້າ ຮ່ວມ.
ໂອກາດນີ້ ຄະນະບັນຊາແຕ່ລະ ກົມກອງໄດ້ຜັດປ່ຽນກັນລາຍ
ງານຫຍໍ້ກ່ຽວກັບວຽກງານຮອບດ້ານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະ 1 ເດືອນຜ່ານມາຍົກໃຫ້ເຫັນ
ດ້ານດີ-ດ້ານອ່ອນ ຂໍ້ຄົງຄ້າງທີ່ຈະ ຕ້ອງໄດ້ປັບປຸງແກ້ໄຂເປັນຕົ້ນ
ແມ່ນແຕ່ລະກົມກອງໄດ້ພ້ອມກັນ
ຖືເອົາວຽກງານການສຶກສາອົບ ຮົມການເມືອງ-ແນວຄິດພາຍໃນ ກົມກອງເປັນກົກ ໂດຍນຳເອົາບັນ
ດາເອກະສານມູນເຊື້ອຕ່າງໆ ຂອງຊາດ, ຂອງພັກ, ຂອງກອງ
ທັບ ລົງເຜີຍແຜ່ໃຫ້ບັນດາພະນັກ ງານ-ນັກຮົບພາຍໃນກົມກອງ
ຂອງຕົນໄດ້ຮັບຮູ້ເຊື່ອມຊຶມກຳ
ແໜ້ນຢ່າງເລິກເຊິ່ງ, ພ້ອມກັນ
ນັ້ນ ຍັງໄດ້ຫັນເອົາກຳລັງຂອງ
ຕົນລົງກໍ່ສ້າງຮາກຖານການ
ເມືອງຢູ່ໃນຂອບເຂດຮັບຜິດຊອບ
ຢ່າງເປັນປົກກະຕິ ເພື່ອຕິດຕາມ
ກວດກາສະພາບ ແລະ ແກ້ໄຂປະ
ກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃຫ້ມີ
ຄວາມສະຫງົບປອດໄພ, ເອົາໃຈ
ໃສ່ການອົບຮົມ-ຫັດແອບທາງ
ດ້ານສິລະປະຍຸດ-ຍຸດທະວິທີ ເພື່ອ
ສ້າງຄວາມຊຳນິຊຳນານໃຫ້ແກ່ ພະນັກງານ-ນັກຮົບຂອງຕົນ ເພື່ອ
ຮັບປະກັນມີຄວາມຄ່ອງແຄ້ວໃນ
ການປະຕິບັດໜ້າທີ່ ແລະ ສາມາດ
ສູ້ຮົບໃນຍາມທີ່ມີປະກົດການເກີດ
ຂຶ້ນໄດ້ທຸກເມື່ອ, ພ້ອມກັນນັ້ນກໍ
ຍັງໄດ້ສ້າງເງື່ອນໄຂຊອກຫາ
ແຫຼ່ງລາຍຮັບໂດຍສຸມໃສ່ການ
ປູກ, ການລ້ຽງ ແລະ ການບໍລິ
ການຕ່າງໆຕາມທ່າແຮງບົ່ມຊ້ອນ
ຂອງກົມກອງ ເພື່ອສ້າງເສດຖະ
ກິດແກ້ໄຂຊີວິດການເປັນຢູ່ຂອງ
ບັນດາພະນັກງານ-ນັກຮົບໃຫ້ນັບ
ມື້ດີຂຶ້ນເທື່ອລະກ້າວ.
ໂດຍ: ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ