ສູນເຝິກກອງພົນທີ 4 ເປີດຊຸດອົບຮົມ-ຫັດແອບ
ເວລາອອກຂ່າວ: 2021-03-05 09:30:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 324 | ຄວາມນິຍົມ:
ພິທີເປີດຊຸດອົບຮົມ-ຫັດ
ແອບການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ
ປະຈຳປີ 2021 ຂອງສູນເຝິກ
ກອງພົນທີ 4 ໄດ້ຈັດຂຶ້ນໃນ
ວັນທີ 26 ກຸມພາ 2021 ນີ້, ໂດຍ
ການເປັນປະທານຂອງ ສະຫາຍ ພັນໂທ ບຸນຊົມ ເຮືອງສະຫວ່າງ ຮອງຫົວໜ້າຫ້ອງເສນາທິການ ກອງພົນທີ 4, ມີຄະນະພັກ-ຄະ
ນະບັນຊາກົມກອງ, ພະແນກ
ການທີ່ກ່ຽວຂ້ອງ, ຄູ-ອາຈານ,
ພະນັກງານ-ນັກຮົບທົ່ວກົມກອງ ເຂົ້າຮ່ວມ.
ສະຫາຍ ພັນຕີ ຄອນສະໝຸດ
ແສນທະວົງ ຮອງຫົວໜ້າການ ທະຫານສູນເຝິກ ກອງພົນທີ 4 ໄດ້ຂຶ້ນຜ່ານແຜນການອົບຮົມ-ຫັດແອບການເມືອງ, ການທະ ຫານ ແລະ ພະລາທິການ-ເຕັກ ນິກ ປະຈຳປີ 2021 ຕາມແຜນ ການແມ່ນແບ່ງອອກເປັນ 3 ພາກ ຄື: ການເມືອງ, ການທະຫານ ແລະ ພະລາທິການ- ເຕັກນິກ, ພາກການເມືອງ 10 ວັນ, ການ
ທະຫານ 140 ວັນ, ພະລາທິ
ການ-ເຕັກນິກ 10 ວັນ, ໃນການ
ອົບຮົມ-ຫັດແອບຈະໄດ້ດຳເນີນ ໄປເປັນເວລາ 160 ວັນ ແບ່ງ
ອອກເປັນ 2 ໄລຍະ ຄື: ໄລຍະທີ I ເລີ່ມແຕ່ຕົ້ນເດືອນກຸມພາ ຫາ ພຶດສະພາ ແລະ ໄລຍະທີ II ເລີ່ມແຕ່ເດືອນກໍລະກົດ ຫາ ພະຈິກ 2021. ການອົບຮົມ-ຫັດ
ແອບໃນຄັ້ງນີ້, ເພື່ອເຮັດໃຫ້
ນາຍ ແລະ ພົນທະຫານກຳໄດ້ ພາກທິດສະດີ ແລະ ພາກປະ
ຕິບັດຕົວຈິງ, ເຮັດໃຫ້ພະນັກ
ງານ-ນັກຮົບ ມີຄວາມເຂັ້ມແຂງ ຊຳນິຊຳນານໃນການກຽມພ້ອມ ສູ້ຮົບ ແລະ ຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການຂອງ ຂັ້ນເທິງ.
ໂດຍ: ບຸນປອນ ເຄນລຳຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ