ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ -​ ຮັບ ໜ້າທີ່ຫົວໜ້າ ພະແນກເສນາທິການ ກອງພັນໃຫຍ່ 11 ຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2018-12-24 13:27:18 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ວັນທີ 12 ທັນວາ 2018 ນີ້ ກອງພັນໃຫຍ່11 ໄດ້ມີພິທີມອບ ຮັບໜ້າທີ່ຫົວໜ້າພະແນກເສນາ ທິການ ກອງພັນໃຫຍ່11 ລະຫວ່າງ ພັນ ໂທ ພອນແກ້ວ ສຸລິວັນວົງສາ ຫົວໜ້າພະແນກເສນາທິການ ກອງພັນ ໃຫຍ່11 ຜູ້ເກົ່າ ແລະ ພັນ ໂທ ຄຳສຸກ ຫົວໜ້າພະແນກເສນາ ທິການຜູ້ໃໝ່ ໂດຍການເຂົ້າຮ່ວມ ເປັນປະທານຂອງພັນເອກ ບຸນສົງ ພິມມະວົງ ເລຂາຄະນະພັກຫົວ ໜ້າການເມືອງກອງພັນໃຫຍ່ 11 ພ້ອມຄະນະພັກ-ຄະນະບັນ ຊາພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ ພັນໂທ ພອນແກ້ວ ສຸລິວັນວົງສາ ກໍໄດ້ຜ່ານເນື້ອ ໃນແຜນວຽກທີ່ບັນລຸໄດ້ຕາມ ແຜນການ ແລະ ແຜນວຽກທີ່ ຕ້ອງໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ບັນດາຄະນະທີ່ເຂົ້າຮ່ວມໄດ້ ຮັບຟັງ, ພ້ອມກັນນັ້ນ ພັນເອກ ບຸນສົງ ພິມມະວົງ ຫົວໜ້າການ ເມືອງກອງພັນໃຫຍ່ 11 ກໍໄດ້ ກ່າວສະແດງຄວາມຍິນດີກັບບັນ ດາສະຫາຍຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມທັງສະແດງຄວາມໝັ້ນໃຈ ວ່າທັງສອງສະຫາຍຄືສະຫາຍ ພັນໂທ ພອນແກ້ວ ສຸລິວັນວົງສາ ຫົວໜ້າພະແນກເສນາຜູ້ເກົ່າທີ່ ໄດ້ຖືກສັບຊ້ອນໄປຮັບໜ້າທີ່ ໃໝ່ ແລະ ສະຫາຍພັນໂທ ຄຳ ສຸກ ອິນທະພອນ ທີ່ໄດ້ຮັບໜ້າ ທີ່ເປັນຫົວໜ້າພະແນກເສນາ ກອງພັນໃຫຍ່11 ຄົນໃໝ່ນັ້ນຈະ ຕັ້ງໜ້າປະຕິບັດໜ້າທີ່ການເມືອງ ຂອງຕົນຢ່າງເຕັມທີ່ໃຫ້ສົມກັບ ຄວາມໄວ້ວາງໃຈຈາກຂັ້ນເທິງ ແລະ ພ້ອມກັນເຮັດສຳເລັດໃນ ໜ້າທີ່ວຽກງານທີ່ການຈັດຕັ້ງ ຂັ້ນເທິງມອບໝາຍໃຫ້ດ້ວຍ ຄວາມຮັບຜິດຊອບສູງ. ໂດຍ: ສຸກັນ ວົງສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ