ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 642 ປິດຊຸດອົບຮົມກວດສອບເລຂາ ຮາກຖານພັກໄລຍະສັ້ນ ຊຸດທີ II
ເວລາອອກຂ່າວ: 2021-03-07 17:29:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 102 | ຄວາມນິຍົມ:



ກອງພັນໃຫຍ່ 642 ໄດ້ຈັດ ພິທີປິດຊຸດອົບຮົມ ແລະ ມອບໃບ ຢັ້ງຢືນໃຫ້ນັກເຝິກອົບຮົມໄລຍະ ສັ້ນວຽກງານກວດສອບເລຂາ- ຮອງເລຂາຮາກຖານພັກ ຊຸດທີ II ໃນວັນທີ 3 ມີນາ ນີ້, ໂດຍການ ເປັນປະທານ ແລະ ມອບໃບຢັ້ງ ຢືນຂອງ ສະຫາຍ ພັນເອກ ແສງ ມະນີວອນ ຄໍາມະນີ ກໍາມະການ ຄະນະພັກກະຊວງປ້ອງກັນປະ ເທດ ຫົວໜ້າກົມຈັດຕັ້ງພັກກົມ ໃຫຍ່ການເມືອງກອງທັບ, ເຂົ້າ ຮ່ວມມີ ສະຫາຍ ພັນເອກ ແສງ ທອງ ດວງວິໄລ ເລຂາຄະນະພັກ ຫົວໜ້າການທະຫານ ກອງພັນໃຫຍ່ 642, ວິຊາການຈາກກົມ ຈັດຕັ້ງພັກ, ຕະຫຼອດຮອດບັນດາ ສະຫາຍເລຂາ, ຮອງເລຂາຮາກ ຖານພັກ ທົ່ວອົງຄະນະພັກກອງ ພັນໃຫຍ່ 642 ເຂົ້າຮ່ວມ. ສະຫາຍພັນໂທ ສຸວັນ ນະຄີ ລີ ກຳມະການຄະນະພັກຫົວໜ້າ ພະແນກການເມືອງ ກອງພັນໃຫຍ່ 642 ໄດ້ສະຫຼຸບຄືນຜ່ານການຈັດຕັ້ງອົບຮົມແຕ່ວັນທີ 22 ກຸມ ພາ-ວັນທີ 3 ມີນາ 2021 ໂດຍ ລວມແລ້ວເຫັນວ່າ: ຄະນະພັກ ກອງພັນໃຫຍ່, ຄະນະວິຊາການ ຈາກກົມຈັດຕັ້ງພັກ ແລະ ບັນດາ ສະຫາຍ ໃນຂະແໜງຈັດຕັ້ງພັກ ໄດ້ເອົາໃຈໃສ່ຊີ້ນຳຕໍ່ວຽກງານ ກວດສອບເລຂາ, ຮອງເລຂາ, ບັນ ດາພາລະບົດບາດ, ຂອບເຂດ, ສິດ ແລະ ໜ້າທີ່ຂອງເລຂາ-ຮອງ ເລຂາ ແຕ່ລະຂັ້ນເຮັດໃຫ້ຜູ້ເຂົ້າ ຮ່ວມອົບຮົມມີຄວາມເຂົ້າໃຈແຈ້ງ ຕໍ່ພາລະບົດບາດ, ໜ້າທີ່ຂອງຕົນ. ການເຝິກອົບຮົມຄັ້ງນີ້ແມ່ນ ຖືກຕາມຂໍ້ກໍານົດກົດລະບຽບ ຂອງພັກວາງອອກ ແລະ ບັນ ລຸໄດ້ຕາມຄາດໝາຍທີ່ໄດ້ກໍານົດ ໄວ້. ສຳລັບເນື້ອໃນເອກະສານທີ່ນໍາມາເຝິກອົບຮົມຄັ້ງນີ້ແບ່ງອອກເປັນ 2 ພາກຄື: ພາກທິດສະດີ ມີ 21 ຂໍ້ ແລະ ພາກປະຕິບັດຕົວຈິງມີ 19 ຂໍ້, ມີນັກເຝິກອົບຮົມທັງໝົດ 53 ສະຫາຍ, ສາມາດຕີລາຄາ ຄະແນນສະເລ່ຍ ປະເພດເກັ່ງ 11 ສະຫາຍ ເທົ່າກັບ 21 % ແລະ ປະເພດແຂງ 42 ສະຫາຍ ເທົ່າ ກັບ 79 %. ໃນພິທີ ສະຫາຍ ພັນເອກ ແສງ ມະນີວອນ ຄຳມະນີ ໄດ້ຂຶ້ນ ມອບໃບຢັ້ງຢືນ ໃຫ້ບັນດານັກເຝິກ ອົບຮົມພ້ອມທັງມີຄຳເຫັນໂອ້ລົມ ເຊິ່ງສະຫາຍ ໄດ້ຮຽກຮ້ອງໃຫ້ ແຕ່ລະສະຫາຍຈົ່ງພ້ອມກັນນໍາ ໃຊ້ບົດຮຽນ, ຄວາມຮູ້ຄວາມສາ ມາດທີ່ຕົນໄດ້ຮໍ່າຮຽນມາແລ້ວ ນັ້ນ ໄປນໍາໃຊ້ໃຫ້ຖືກຕາມຫຼັກ ການຖືກຕາມກົດລະບຽບຂອງ ພັກ, ຂອງກອງທັບ ກໍຄືກົມກອງ ຂອງຕົນ ເຮັດໃຫ້ກົມກອງມີບາດ ກ້າວອັນໃໝ່ ແລະ ເຮັດສຳເລັດໜ້າທີ່ການເມືອງທີ່ການຈັດຕັ້ງ ຂັ້ນເທິງມອບໝາຍໃຫ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ